ພິທີເປີດງານຕະຫຼາດນັດແຮງງງານ Job Fair 2023

ພິທີເປີດງານຕະຫຼາດນັດແຮງງງານ Job Fair 2023

“ພິທີເປີດ ງານຕະຫຼາດນັດແຮງງງານ (Job Fair 2023) ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ລະຫວ່າງວັນທີ 27-29 ຕຸລາ 2023”

ທ່ານ ປອ. ໄຊບັນດິດ ຣາຊະພົນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໃນນາມຫົວໜ້າ ຄະນະຊີ້ນຳສູນບໍລິການ ອາຊີວະສືກສາແບບຄວບຄຸ່ (DCTSC) ໄດ້ເຂົ້າຮ່ວມໃນພິທີເປີດ “ງານຕະຫຼາດແຮງງານ Job Fair 2023 ໃນວັນທີ 27 ຕຸລາ 2023 ທີ່ສູນການຄ້າລາວ-ໄອເຕັກ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າ ເປີດພິທີຂອງ ທ່ານ ນາງ ໃບຄຳ ຂັດຕິຍະ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ວິໄລ ວົງຂະເສີມ, ຮອງປະທານ ສູນກາງສະຫະພັນກຳມະບານລາວ, ທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີບັນດາທ່ານຫົວໜ້າກົມ, ຮອງກົມ, ພະແນກການອອ້ມຂ້າງ ກະຊວງ,ຄູອາຈານ, ນັກຮຽນ ນັກສືກສາ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ຈຸດປະສົງ ຂອງງານຕະຫຼາດນັດແຮງງານ ແມ່ນເພື່ອສົ່ງເສີມການຈັດຫາງານພາຍໃນ ແລະ ການໄປເຮັດວຽກຢູ້ຕ່າງປະເທດແບບຖືກກົດໝາຍ ແລະ ໄດ້ເປີດໂອກາດໃຫ້ຜູ້ຈ້າງງານ ຫຼື ຜູ້ທີ່ກຳລັງຊອກວຽກເຮັດງານທຳເພື່ອໃຫ້ເຂົ້າເຖິງວຽກງານທີ່ເຂົາເຈົ້າຕ້ອງການບໍ່ວ່າຈະເປັນນາຍຈ້າງ ຫຼື ແຮງງານ ພາຍໃນງານຈະມີການລົງທະບຽນສະມັກວຽກ ການສຳພາດງານ ແລະ ການຮັບເອົາແຮງງານເຊີ່ງມີຄວາມຕ້ອງການແຮງງານຫຼາຍກ່ວາ 2000 ຄົນ ແລະ ຕຳແໜ່ງງານຫຼາຍກວ່າ 480 ຕຳແໜ່ງງານ, ມີບ່ອນໃຫ້ຄຳປຶກສາ ບໍລິການຈັດຫາງານພາຍໃນ ແລະ ການໄປເຮັດວຽກຕ່າງປະເທດແບບຖືກຕ້ອງ ແລະ ປອດໄພ ແລະ ຍັງມີເວທີສົນທະນາກ່ຽວກັບລະບົບບໍລິການຈັດຫາງານ ຂັ້ນຕອນການໃຫ້ບໍລິການຜູ້ວ່າງງານຂື້ນທະບຽນຊອກວຽກ ການແນະນຳການກຽມຄວາມພ້ອມກ່ອນການສະໝັກວຽກ ກຽມຄວາມພ້ອມກ່ອນການສຳພາດ ການຂຽນຊີວະປະຫວັດ ແລະ ການກຽມຄວາມພ້ອມໃນການປະກອບອາຊີບດ້ວຍຕົນເອງ.
ງານຕະຫຼາດນັດແຮງງານດັ່ງກ່າວແມ່ນຈັດຂື້ນໃນລະຫວ່າງວັນທີ 27-29 ຕຸລາ ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword