ກອງປະຊຸມ ທົບທວນກາງສະໄໝ ແຜນວຽກທີ່ມີຄຸນຄ່າ ແລະ ເປັນທຳ 2022-2026

ກອງປະຊຸມ ທົບທວນກາງສະໄໝ ແຜນວຽກທີ່ມີຄຸນຄ່າ ແລະ ເປັນທຳ 2022-2026

ກອງປະຊຸມ ທົບທວນກາງສະໄໝ ແຜນວຽກທີ່ມີຄຸນຄ່າ ແລະ ເປັນທຳ 2022-2026, ໄດ້ຈັດຂື້ນ ໃນວັນທີ 22 ເມສາ 2025, ທີ່ໂຮງແຮມ Double Tree by Hilton, ນະຄອນຫຼວງວຽງຈັນ.

ເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ. ໄຊບັນດິດ ຣາຊະພົນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ), ຜູ້ຊີ້ນຳວຽກງານຕາງໜ້າຜູ້ໃຊ້ແຮງງານ ແລະ ອຸດສາຫະກຳ ຂອງ ສຄອຊ, ທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕິ ກະຊວງແຮງງາ ແລະ ສະຫວັດດີການສັງຄົມ, ທ່ານ ວິໄລ ວົງຂະເສີມ, ຮອງປະທານ ຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ, ທ່ານ ນາງ Mrs. Xiaoyan Qian. ILO director for country office Thailand, Cambodia and Laos. ໄດ້ຮັບກຽດເຂົ້າຮ່ວມກອງປະຊຸມ ຈາກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ສູນກາງສະຫະພັນກຳມະບານລາວ, ວິຊາການຈາກ ອົງການສາມຝ່າຍ ພ້ອມຊ່ຽວຊານ ຈາກອົງການແຮງງານສາກົນ ຈາກປະເທດໄທ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເປັນການປະເມີນຄວາມຄືບໜ້າຂອງ ແຜນວຽກງານທີມີຄຸນຄ່າ ແລະ ເປັນທຳ ປີ 2022-2026 ແລະ ທົບທວນຄືນໃຫ້ສອດຄອງ ກັບການວາງແຜນ ແລະ ການຈັດຕັ້ງທີ່ເໝາະສົມ ພ້ອມທັງເຊື່ອມໂຍງໄປຫາແຜນພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດຄັ້ງທີ 10 ແລະ ການມີສ່ວນຮ່ວມຂອງອົງການໄຕພາຄີສາມຝ່າຍໃນການປະກອບສ່ວນຈັດຕັ້ງປະຕິບັດແຜນງານ ແລະ ແຜນກິດຈະກຳ ໃນວຽກງານທີ່ມີຄຸນຄ່າ ແລະ ເປັນທຳ ແລະ ນອກຈາກນັ້ນ, ກໍ່ຍັງມີເວທີສົນທະນາ ກ່ຽວກັບແຜນວຽກທີ່ກ່ຽວຂ້ອງ ໃນອົງການໄຕພາຄີສາມຝ່າຍ ແລະ ພ້ອມດ້ວຍຄູ່ຮ່ວມພັດທະນາ

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

Enter your keyword