ຝຶກອົບຮົມ ຄູຝຶກຂອງ ສະຖານປະກອບການ (In-Company Trainer Training)

ຝຶກອົບຮົມ ຄູຝຶກຂອງ ສະຖານປະກອບການ (In-Company Trainer Training)

ໃນວັນທີ 29 ກັນຍາ 2023 ຜ່ານມານີ້້, ສູນບໍລິການອາຊີວະສຶກສາແບບຄວບຄູ່ (DCT SC), ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ

ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ຫຼວງພະບາງ ໄດ້ສຳເລັດການ ຊຸດຝຶກອົບຮົມ ຄູຝຶກຂອງ ສະຖານປະກອບການ (In-Company Trainer Training) ເຊີ່ງຊຸດຝຶກອົບຮົມຄັ້ງ ດຳເນີນ ເປັນເວລາ 03 ວັນເຕັມ, ເລີ່ມແຕ່ວັນ ອັງຄານ ທີ 27 ຫາ 29 ກັນຍາ 2023 ທີ່ ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ຫຼວງພະບາງ.
ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້້: ເພື່ອເພີ່ມຄວາມຮູ້ ແລະ ທັກສະ ໃຫ້ພະນັກງານທີ່ຢູ່ປະຈໍາ, ການຝຶກອົບຮົມເວລາຮັບຮັບພະນັກງານໃໝ່, ການຝຶກອົບຮົມໃນໜ້າວຽກຕົວຈິງ ແລະ ການຝຶກນັກສຶກສາຝຶກງານ.
ເພື່ອສ້າງຂີດຄວາມສາມາດ ໃນດ້ານບົດບາດ ແລະ ໜ້າທີ່ການເປັນຄູຝຶກໃນສະຖານປະກອບການ, ການບໍລິຫານຈັດການ ການຮຽນ-ການສອນຜູ້ໃຫ່ຍ, ການວິເຄາະໜ້າວຽກ ແລະ ຄວາມຕ້ອງການ ການຮຽນຮູ້, ການວາງແຜນ ແລະ ກະກຽມການຝຶກອົບຮົມ, ທັກສະໃນການດໍາເນີນການຝຶກອົບຮົມ, ການປະເມີນຜົນ ແລະ ພັດທະນາການຝຶກອົບຮົມ ຢ່າງມີປະສິດທິຜົນ. ລວມທັງບົດບາດກ່ຽວຂ້ອງກັບການຈັດການຮຽນ-ການສອນ ແລະ ຝຶກອາຊີບ ເພື່ອໃຫ້ບັນລຸຈຸດປະສົງເປົ້າໝາຍຂອງຫລັກສູດຮູບແບບ ອາຊີວະສຶກສາແບບຄວບຄູ່.
ຫລັກສູດຝຶກອົບຮົມນີ້ ແມ່ນດັດປັບຈາກມາດຕະຖານອາຊຽນສໍາລັບຄູຝຶກໃນສະຖານປະກອບການ ເຊິ່ງອອກແບບສະເພາະ ເພື່ອເສີມສ້າງຄວາມຮູ້ ຄວາມສາມາດ ກ່ຽວກັບບົດບາດ ແລະ ໜ້າທີ່ ໃນການເປັນຜູ້ຝຶກສອນວຽກໃນສະຖານປະກອບການ ຢ່າງມີປະສິດທິຜົນ.
ຈໍານວນຜູ້ເຂົ້າຮັບການຝຶກອົບລວມທັງໝົດ 17 ທ່ານ, ໂດຍຕາງໜ້າ ຈາກ 12 ສະຖານປະກອບການພາຍໃນ ແຂວງ ທີ່ໄດ້ຮ່ວມຈັດຕັ້ງປະຕິບັດ ອສຄ, ຜູ້ເຂົ້າຮ່ວມແມ່ນຮັບຜິດຊອບໃນຕໍາແໜ່ງ ຜູ້ຈັດການທົ່ວໄປ, ຜູ້ຈັດການຝ່າຍບຸກຄົນ, ຫົວໜ້າງານ, ວິທະຍາກອນ (ຄູຝຶກ), ນາຍຊ່າງເຕັກນິກ ແລະ ຜູ້ຕ້ອງການຮຽນຮູ້ທັກສະການຖ່າຍທອດຄວາມຮູ້ ເພື່ອຝຶກອົບຮົມບຸກຄະລາກອນໃນສະຖານປະກອບການ.
ສຳລັບການຈັດຝຶກອົບຮົມ ຊຸດຕໍ່ໄປແມ່ນມີແຜນຈັດຝຶກອົບຮົມຊຸດຕໍ່ໄປ ແມ່ນຈະຈັດ ຢູ່ນະຄອນຫຼວງ, ແຂວງ ວຽງຈັນ ແລະ ແຂວງ ຈຳປາສັກ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword