ສປປ ລາວ ສົ່ງອອກ ແລະ ນຳເຂົ້າ ສິນຄ້າ (ບໍ່ລວມໄຟຟ້າ)  ປະຈໍາເດືອນ ກໍລະກົດ 2024 ບັນລຸໄດ້ 1,220 ລ້ານໂດລາສະຫະລັດ

ສປປ ລາວ ສົ່ງອອກ ແລະ ນຳເຂົ້າ ສິນຄ້າ (ບໍ່ລວມໄຟຟ້າ) ປະຈໍາເດືອນ ກໍລະກົດ 2024 ບັນລຸໄດ້ 1,220 ລ້ານໂດລາສະຫະລັດ

ສປປ ລາວ ສົ່ງອອກ ແລະ ນຳເຂົ້າ ສິນຄ້າ (ບໍ່ລວມໄຟຟ້າ ປະຈໍາເດືອນ ກໍລະກົດ 2024 ບັນລຸໄດ້ 1,220 ລ້ານໂດລາສະຫະລັດ ທຽບໃສ່ ເດືອນ ມີຖຸນາ ຜ່ານມາ ຫຼຸດລົງປະມານ 0.5%. ໃນນີ້,

ມູນຄ່າສົ່ງອອກບັນລຸໄດ້ 533 ລ້ານໂດລາສະຫະລັດ, ຫຼຸດລົງ 2,5% ແລະ ມູນຄ່ານໍາເຂົ້າ ບັນລຸໄດ້ 687 ລ້ານໂດລາສະຫະລັດ ເພີ່ມຂື້ນ 1% ທຽບໃສ່ ເດືອນມີຖຸນາ ທີ່ຜ່ານມາ. ສິນຄ້າທີ່ສົ່ງອອກຕົ້ນຕໍ 05 ອັນດັບປະກອບມີ: ຄໍາປະສົມ, ເຄື່ອງໃຊ້ໄຟຟ້າ, ເກືອກາລີ, ຢາງພາລາ ແລະ ເຈ້ຍ. ສິນຄ້າທີ່ນໍາເຂົ້າຕົ້ນຕໍ 05 ອັນດັບປະກອບມີ: ນໍ້າມັນກາຊວນ, ອຸປະກອນກົນຈັກ, ຜະລິດຕະພັນເຄມີປະສົມສໍາເລັດຮູບ, ພາຫະນະທາງບົກ ແລະ ເຄື່ອງໄຟຟ້າ.

ສິນຄ້າສົ່ງອອກຕົ້ນຕໍ

ມູນຄ່າການສົ່ງອອກສິນຄ້າທັງໝົດ ປະຕິບັດໄດ້ ປະມານ 533 ລ້ານໂດລາສະຫະລັດ ຫຼຸດລົງປະມານ 2,5%ທຽບໃສ່ ເດືອນມີຖຸນາ ຜ່ານມາ. ໃນນີ້, ສິນຄ້າສົ່ງອອກຫຼັກ ປະກອບມີ: ຄໍາປະສົມ 62 ລ້ານໂດລາສະຫະລັດ, ເຄື່ອງໃຊ້ໄຟຟ້າ 50 ລ້ານໂດລາສະຫະລັດ, ເກືອກາລີ 47 ລ້ານໂດລາສະຫະລັດ, ຢາງພາລາ 40 ລ້ານໂດລາສະຫະລັດ, ເຈ້ຍ 39 ລ້ານໂດລາສະຫະລັດ, ເຍື່ອໄມ້ 24 ລ້ານໂດລາສະຫະລັດ, ນໍ້າຕານ 16 ລ້ານໂດລາສະຫະລັດ, ແປ້ງມັນຕົ້ນ 13 ລ້ານໂດລາສະຫະລັດ, ແຮ່ທອງ 12 ລ້ານໂດລາສະຫະລັດ ແລະ ມັນຕົ້ນ 7 ລ້ານໂດລາສະຫະລັດ.

May be a graphic of text

ສິນຄ້ານໍາເຂົ້າຕົ້ນຕໍ  

ມູນຄ່າການນຳເຂົ້າສິນຄ້າທັງໝົດ ປະຕິບັດໄດ້ປະມານ 687 ລ້ານໂດລາສະຫະລັດເພີ່ມຂື້ນ 1% ທຽບໃສ່ ເດືອນມີຖຸນາ ຜ່ານມາ. ໃນນີ້, ສິນຄ້ານໍາເຂົ້າຫຼັກປະກອບມີ: ນ້ຳມັນກາຊວນ 79 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ 75 ລ້ານໂດລາສະຫະລັດ, ຜະລິດຕະພັນເຄມີປະສົມສໍາເລັດຮູບ 67 ລ້ານໂດລາສະຫະລັດ, ພາຫະນະທາງບົກ  48 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ 38 ລ້ານໂດລາສະຫະລັດ, ເຫຼັກ 30 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 25 ລ້ານໂດລາສະຫະລັດ, ນໍ້າມັນແອັດຊັງ 21 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ 18 ລ້ານໂດລາສະຫະລັດ ແລະ ເຄື່ອງດື່ມ 13 ລ້ານໂດລາສະຫະລັດ.

May be a graphic of text

ປະເທດສົ່ງອອກຕົ້ນຕໍ 05 ອັນດັບ

ປະເທດ ທີ່ ສປປ ລາວ ສົ່ງອອກຫຼາຍ 05 ອັນດັບ ປະກອບມີ: ຈີນ ປະມານ 188 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 130 ລ້ານໂດລາສະຫະລັດ, ໄທ ປະມານ 70 ລ້ານໂດລາສະຫະລັດ, ອາເມລິກາ ປະມານ 37 ລ້ານໂດລາສະຫະລັດ ແລະ ອົດສະຕາລີ 33 ລ້ານໂດລາສະຫະລັດ.

ປະເທດນໍາເຂົ້າຕົ້ນຕໍ 05 ອັນດັບ

ປະເທດ ທີ່ ສປປ ລາວ ນໍາເຂົ້າຫຼາຍ 05 ອັນດັບ ປະກອບມີ: ຈີນ ປະມານ 296 ລ້ານໂດລາສະຫະລັດ, ໄທ ປະມານ 242 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 61 ລ້ານໂດລາສະຫະລັດ, ສ.ອາເມລິກາ 19 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ ປະມານ 13 ລ້ານ ໂດລາສະຫະລັດ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາເດືອນ ກໍລະກົດ ປີ 2024 ແມ່ນຍັງບໍ່ລວມເອົາມູນຄ່າການນໍາເຂົ້າ ແລະ ສົ່ງອອກ ໄຟຟ້າ (ສໍາລັບມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ເກັບກໍາຕົວເລກສະຖິຕິໄດ້ຄົບຖ້ວນ ແລະ ຊັດເຈນແລ້ວ)

(ຂໍ້ມູນຈາກ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ / Lao PDR Trade Portal)

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword