ກອງປະຊຸມ ເວທີສົນທະນາສະມາຄົມຍານພາຫະນະລາວ

ກອງປະຊຸມ ເວທີສົນທະນາສະມາຄົມຍານພາຫະນະລາວ

ທ່ານ ປອ. ໄຊບັນດິດ ຣາຊະພົນ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ໃຫ້ກຽດເປັນປະທານຮ່ວມໃນກອງປະຊຸມ ເວທີສົນທະນາສະມາຄົມຍານພາຫະນະລາວ,ໃນວັນທີ 06 ມັງກອນ 2023, ທີ່ ໂຮງແຮມ ຄຣາວພລາຊາ,

ໂດຍການກ່າວເປີດກອງປະຊຸມຂອງ ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ປະສາດໄຊ ພິລາພັນເດຊ, ປະທານສະມາຄົມອຸດສາຫະກຳ ຍານພາຫະລາວ ໄດ້ນຳສະເໜີພາບລວມຂອງສະມາຄົມ ແລະ ຈຸດປະສົງຂອງກອງປະຊຸມຄັ້ງນີ້ໄດ້ຈັດຂຶ້ນເພື່ອເປີດເວທີສົນທະນາລະຫວ່າງພາກລັດ ແລະພາກທຸລະກິດ, ຮັບຟັງນະໂຍບາຍຕ່າງໆກ່ຽວກັບອຸດສາຫະກຳຍານພາຫະນະລາວ, ຮັບຟັງແຜນການນຳເຂົ້າຍານພາຫະນະຈາກຜູ້ປະກອບການ, ຮັບຟັງຂໍ້ມູນຄວາມຄືບໜ້າວຽກຂະແໜງຂົນສົ່ງໃນລາວ ແລະ ສາກົນ.

ກອງປະຊຸມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 75 ທ່ານ,  ຕາງໜ້າຈາກ ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງ ໂຍທາທິການ ແລະ ຂົນສົ່ງ, ສະມາຊິກຂອງສະມາຄົມ ອຸດສາຫະກຳຍານພາຫະນະ, ສະມາຄົມທຸລະກິດທ່ອງທ່ຽວ, ສະມາຄົມລົດຕູ້, ສະມາຄົມລົດແທັກຊີ ນະຄອນຫຼວງ,  ແລະ ບັນດາທ່ານ ຜູ້ຊ່ຽວຊານໃນຂະແໜງການດັ່ງກ່າວ, ໂດຍໄດ້ດຳເນີນຕາມວາລະການນຳສະເໜີກ່ຽວກັບນະໂຍບາຍ ແລະ ເວທີສົນທະນາ ຫົວຂໍ້ສົນທະນາ ທີ່ສຳຄັນ ແລະ ເປັນປະໂຫຍດໃຫ້ກັບຜູ້ປະກອບການ ໃນຂະແໜງການອຸດສາຫະກຳຍານພາຫະນະ, ປະກອບດ້ວຍຫຼາຍຫົວຂໍ້ສຳຄັນດັ່ງນີ້ຄື:ນະໂຍບາຍສົ່ງເສີມການນຳເຂົ້າຍານພາຫະນະ, ທິດທາງການກຳນົດມາດຕະຖານເຕັກນິກຍານພາຫະນະທີ່ຈະນຳເຂົ້າ, ຜະລິດ, ປະກອບ ແລະ ການຄຸ້ມຄອງຍານພາຫະນະທາງບົກ, ການນຳໃຊ້ພາຫະນະ ແລະ ທ່າອ່ຽງການປ່ຽນແປງໃນອະນາຄົດໃນທຸລະກິດຂົນສົ່ງໂດຍສານ ແບບທັນສະໄໝ, ລະບົບການຂົນສົ່ງທີ່ດີ ຊ່ວຍສົ່ງເສີມເສດຖະກິດ,ວຽກງານຂັບຂີ່ປອດໄພ ໃນ ສປປ ລາວ, ສະພາບການຫັນເປັນລົດໄຟຟ້າ ໃນ ສປປ ລາວ ແລະ ຄວາມພ້ອມເລື່ອງພື້້ນຖານໂຄງລ່າງ, ຂໍ້ມູນແນວໂນ້ມການນຳໃຊ້ຍານພາຫະນະໃນ ສປປ ລາວ ແລະ ສາກົນ, ທິດທາງ ແລະ ຄວາມພ້ອມໃນການນຳເຂົ້າຍານພາຫະນະໃນ ສປປ ລາວ ເພື່ອຫັນໄປເປັນພະລັງງານໃໝ່ (New energy: EV, Hydrogen, Hybrid). ກອງປະຊຸມປິດລົງ ເວລາ 16:00 ໂມງ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword