ກອງປະຊຸມທຸລະກິດລາວ ຄັ້ງທີ 14

ກອງປະຊຸມທຸລະກິດລາວ ຄັ້ງທີ 14

ພາກລັດ ແລະ ພາກທຸລະກິດ ໄດ້ປະເມີນຜົນການປັບປຸງສະພາບແວດລ້ອມ ການດໍາເນີນທຸລະກິດ ໃນປີ 2022 ແລະ ກໍານົດທິດທາງປັບປຸງ ສໍາລັບປີ 2023 ຫາ 2024

ນະຄອນຫຼວງວຽງຈັນ, ວັນທີ 27 ເດືອນມີນາ, 2023, ກອງປະຊຸມທຸລະກິດລາວ ຄັ້ງທີ 14 ໄດ້ຖືກຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ, ເພື່ອທົບທວນຄືນຜົນຂອງການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ທີ່ແນໃສ່ ປັບປຸງສະພາບແວດລ້ອມ ການດໍາເນີນທຸລະກິດໃນ ສປປ ລາວ. ກອງປະຊຸມດັ່ງກ່ າວໄດ້ໃຫ້ກຽດເຂົ້າຮ່ວມໂດຍຜູ້ຕາງໜ້າຈາກຂະແໜງການຕ່າງໆຂອງພາກລັດ, ບັນດາຜູ້ປະກອບການລາວ ແລະ ຕ່າງປະເທດ, ບັນດາທຸຕານຸທູດ ແລະ ອົງການຈັດຕັ້ງສາກົນຕ່າງໆ ຫຼາຍກວ່ າ 400 ທ່ານ

ໃນບົດກ່າວເປີດກອງປະຊຸມ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການພັດທະນາພາກທຸລະກິດ ຕໍ່ການບັນລຸເປົ້າໝາຍການສົ່ງເສີມຄວາມຫຼາກຫຼາຍທາງເສດຖະກິດ, ການຟື້ນຕົວຂອງເສດຖະກິດຈາກຜົນກະທົບຂອງການລະບາດພະຍາດໂຄວິດ-19 ແລະ ການສ້າງເງື່ອນໄຂຫຸຼດພົ້ນຈາກສະຖານະພາບ ຂອງປະເທດດ້ອຍພັດທະນາກ່ອນ ປີ 2026. ທ່ານ ນາຍົກ ລັດຖະມົນຕີ ຍັງໄດ້ ກ່າວເຖິງ ຄຸນລັກສະນະພື້ນຖານ ຂອງບັນດາເສດຖະກິດທີ່ມີອັດຕາການເຕີບໂຕຂອງເສດຖະກິດທີ່ສູງ ແລະ ມີຄວາມຍືນຍົງ ເປັນຕົ້ນແມ່ນ ການມີນະໂຍບາຍເປີດກວ້າງຕໍ່ພາຍນອກ, ການມີສະຖຽນລະພາບດ້ານເສດຖະກິດມະຫາພາກ, ການມີແຜນພັດທະນາໄລຍະຍາວ ແລະ ອັດຕາການອອມທີ່ສູງ, ການຈັດສັນຊັບພະຍາກອນຕາມກົນໄກຂອງຕະຫຼາດ ແລະ ການມີພາກລັດທີ່ມີປະສິດທິພາບສູງ. ຈຸດປະສົງຂອງກອງປະຊຸມທຸລະກິດລາວໃນຄັ້ງນີ້ ແມ່ນເພື່ອລາຍງານໝາກຜົນ ແລະ ຄວາມຄືບໜ້າຂອງການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ຈາກກອງປະຊຸມທຸລະກິດລາວ ຄັ້ງທີ 13 ເປັນຕົ້ນມາ. ຜູ້ຕາງໜ້າຈາກພາກທຸລະກິດ ຍັງໄດ້ກ່າວຊົມເຊີຍຄວາມພະຍາຍາມ ແລະ ຄວາມເອົາໃຈໃສ່ ຂອງລັດຖະບານ ທີ່ມີຕໍ່ການປັບປຸງສະພາບແວດລ້ອມ ການດໍາເນີນທຸລະກິດໃນປະເທດ. ບັນດາຜົນສໍາເລັດຕົ້ນຕໍໃນໄລຍະໜື່ງປີຜ່ານມາປະກອບມີ ການຫຸຼດເວລາ ແລະ ຄ່າໃຊ້ຈ່ າຍໃນການເລີ້ມຕົ້ນການດໍາເນີນທຸລະກິດ ສໍາລັບກິດຈະກໍາ ທີ່ບໍ່ນອນຢູ່ໃນບັນຊີຄວບຄຸມ, ການນໍາ ໃຊ້ວິທີຄວບຄຸມຄວາມສ່ຽງ ໃນການອອກໃບອະນຸຍາດດໍາເນີນທຸລະກິດ ໃນບາງຂະແໜງການ, ປັບປຸງການ ເຂົ້າເຖິງກົດໝາຍ ແລະ ລະບຽບການທີ່ພົວພັນກັບການຄ້າ ແລະ ການລົງທຶນ, ຄວາມພະຍາຍາມໃນການຈັດຕັ້ງປະຕິບັດ ບັນດາຂໍ້ຂໍ້ຜູກພັນ ທີ່ຕົກລົງໃນສົນທິສັນຍາການຄ້າ ສອງຝ່າຍ ແລະ ຫຼາຍຝ່າຍເຊັ່ນ: ລະດັບພາກພື້ນ ແລະ ລະດັບສາກົນ ແລະ ການເພີ່ມທະວີຂີດຄວາມສາມາດໃຫ້ແກ່ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນອຍ ແລະ ກາງ ຫຼື MSMEs. ນັບແຕ່ກອງປະຊຸມທຸລະກິດລາວ ຄັ້ງທີ 13 ເປັນຕົ້ນມາ, ໜ່ວຍງານປຶກສາຫາລືພາກທຸລະກິດ ແລະ ຂະແໜງການ ກ່ຽວຂ້ອງຂອງພາກລັດ ໄດ້ກໍານົດຂໍ້ສະເໜີການແກ້ໄຂບັນຫາບູລິມະສິດ ທັງໝົດ 49 ຂໍ້ສະເໜີ, ເຊີ່ງຕິດພັນກັບຂົງເຂດ ຕ່າງໆເຊັ່ນ: ຂັ້ນຕອນການກໍ່ຕັ້ງທຸລະກິດ, ການອໍານວຍຄວາມສະດວກທາງດ້ານການຄ້າ, ການເຂົ້າເຖິງແຫຼງທຶນ, ການບັງຄັບໃຊ້ກົດໝາຍ ແລະ ລະບຽບການ, ການສົ່ງເສີມການທ່ອງທ່ຽວທີ່ຍືນຍົງ ແລະ ການຜະລິດກະສິກໍາ, ເຊີ່ງ ມີ 21 ຂໍ້ສະເໜີ ທີ່ແກ້ໄຂໄດ້ແລ້ວ, 20 ຂໍ້ສະເໜີ ແມ່ ນມີຄວາມຄືບໜ້າໃນການແກ້ໄຂ ແຕ່ ຕ້ອງການເວລາເພີ່ມເຕີມ, ສ່ວນ ອີກ 08 ຂໍ້ສະເໜີ ແມ່ນບໍ່ສາມາດແກ້ໄຂໄດ້ ເນື່ອງຈາກມີຂໍ້ຈໍາກັດ ທີ່ສົມເຫດສົມຜົນ. ກອງປະຊຸມຍັງໄດ້ຕົກລົງເຫັນດີຕໍ່ກັບແຜນຈັດຕັ້ງປະຕິບັດເພື່ອສືບຕໍ່ການປຶກສາຫາລື ແລະ ຊອກຫາວິທີແກ້ໄຂສໍາລັບ 20 ຂໍ້ສະເໜີບູລິມະສິດທີ່ຍັງຄົງຄ້າງ ພາຍໃນ 12 ເດືອນຕໍ່ໜ້າ. ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວໂອ້ລົມໃນຕອນທ້າຍຂອງກອງປະຊຸມ ໂດຍໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງລັດຖະບານ ທີ່ມີຕໍ່ການປັບປຸງການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດໃຫ້ມີປະສິດທິພາບຫຼາຍຂຶ້ນໂດຍຜ່ານມາດຕະການເພີ່ມທະວີຄວາມຮັບຜິດຊອບຂອງຂະແໜງການທີ່ກ່ຽວຂ້ອງ ຕໍ່ການແກ້ໄຂບັນຫາ ທີ່ຕິດພັນກັບ ຕົ້ນທຶນ, ຄວາມສ່ຽງ ແລະ ອຸປະສັກ ທີ່ມີຕໍ່ ການແຂ່ງຂັນຢ່າງຍຸຕິທໍາລະຫວ່າງທຸລະກິດ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword