ພິທີເປີດງານວາງສະແດງ Lao Eco Motor Expo 2026
ນະຄອນຫລວງວຽງຈັນ – ວັນທີ 10 ມີນາ 2026, ທີ່ ສູນການຄ້າລາວໄອເຕັກ ໄດ້ມີພິທີເປີດງານວາງສະແດງ Lao Eco Motor Expo 2026, ທານ ນາງ ຈັນທະຈອນວົງໄຊ
ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ກໍໄດ້ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວ.
ງານວາງສະແດງໃນຄັ້ງນີ້ ຖືເປັນຄັ້ງທີ 2 ທີ່ເກີດຂຶ້ນຈາກການຮ່ວມມືລະຫວ່າງ ກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ບໍລິສັດ ອີລີເກັ້ນ ອີເວັ້ນ ຈຳກັດຜູ້ດຽວ ໂດຍໄດ້ຮັບການສະໜັບສະໜູນຈາກຫຼາຍພາກສ່ວນ ເປັນຕົ້ນແມ່ນ ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາສະມາຄົມທຸລະກິດ.
ງານນີ້ເລີ່ມແຕ່ວັນທີ 7-15 ມີນາ 2026, ພາຍໃນງານໄດ້ຮວບຮ່ວມເອົາບັນດາຄ້າຍລົດ 10 ກວ່າຄ້າຍມາຮ່ວມພາຍໃນງານ ແລະ ເພື່ອເປັນການເນັ້ນໃສ່ ການສົ່ງເສີມທຸລະກິດພາຍໃນ ແມ່ນໄດ້ມີຫ້ອງວາງສະແດງສິນຄ້າທ່າແຮງ ແລະ ສິນຄ້າໜຶ່ງເມືອງໜຶ່ງຜະລິດ ຕະພັນ ພ້ອມກັນກັບເທດສະການ Street Food ເພື່ອຊຸກຍູ້ໃຫ້ຄົນລາວຫັນມາຊົມໃຊ້ຜະລິດຕະພັນລາວໃຫ້ນັບມື້ຫຼາຍຂຶ້ນ.