ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໄດ້ມອບເງິນສະໜັບສະໜູນ ໃນນາມສະມາຊິກຜູ້ຊົງຄຸນວຸດທິ VVIP ຂອງ ສຄອຊ
ນະຄອນຫຼວງວຽງຈັນ, 20 ກຸມພາ 2026, ທີ່ ຫ້ອງການ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ), ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ
ໄດ້ມອບເງິນສະໜັບສະໜູນ ໃນນາມສະມາຊິກຜູ້ຊົງຄຸນວຸດທິ VVIP ຂອງ ສຄອຊ, ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມທັງຊ່ວຍສົ່ງເສີມພັດທະນາຂີດຄວາມສາມາດຂອງພາກທຸລະກິດໃນ ສປປ ລາວ.
ໃນໂອກາດນີ້, ໃຫ້ກຽດມອບເງິນສະໜັບສະໜູນໂດຍ ທ່ານ ປອ. ເມກສະຫວ່າງ ພົມມາລີ ຜູ້ອຳນວຍການ ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ແລະ ໃຫ້ກຽດຮັບໂດຍ ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ.
ການສະໜັບສະໜູນຄັ້ງນີ້ສະແດງໃຫ້ເຫັນເຖິງຄວາມຮ່ວມມືລະຫວ່າງ ສຄອຊ ແລະ ພາກທຸລະກິດ ເພື່ອຮ່ວມກັນພັດທະນາເສດຖະກິດ ແລະ ຍົກສູງຂີດຄວາມສາມາດການແຂ່ງຂັນຂອງພາກທຸລະກິດລາວໃຫ້ກ້າວໄປສູ່ຄວາມເຂັ້ມແຂງຍິ່ງຂຶ້ນ
ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໄດ້ຖືກສ້າງຕັ້ງຂຶ້ນໃນປີ 2019. ເປັນວິສາຫະກິດເຕັກໂນໂລຊີນະວັດຕະກຳແຫ່ງທຳອິດ ແລະ ແຫ່ງດຽວໃນ ສປປ ລາວ ທີ່ໄດ້ຮັບໃບອະນຸຍາດດຳເນີນທຸລະກິດການຊຳລະເງິນຈາກທະນາຄານແຫ່ງ ສປປ ລາວ.
ດ້ວຍການສຸມໃສ່ການພັດທະນາເຕັກໂນໂລຊີ ແລະ ການເຂົ້າເຖິງການບໍລິການທາງດ້ານການເງິນຢ່າງທົ່ວເຖິງ, NewPay ໄດ້ຄົ້ນຄວ້າ ແລະ ສ້າງສັນນະວັດຕະກຳດ້ວຍຕົນເອງ ຈົນກາຍມາເປັນຜູ້ບຸກເບີກດ້ານການຊຳລະເງິນ ແລະ ເປັນຜູ້ນຳດ້ານແພລັດຟອມຊີວິດດິຈິຕອນໃນລາວ. ຈາກຄວາມພະຍາຍາມຢ່າງຕໍ່ເນື່ອງຕະຫຼອດຫຼາຍປີທີ່ຜ່ານມາ, NewPay ໄດ້ສ້າງ “ແພລັດຟອມຊີວິດດິຈິຕອນ” (Digital Life Platform) ທີ່ປະກອບມີທຸລະກິດຫຼັກຄື: ການຊຳລະເງິນຜ່ານມືຖື, ສູນການຄ້າອອນລາຍ, ສິນເຊື່ອລາຍຍ່ອຍ, ການສຶກສາ ແລະ ສາທາລະນະສຸກ, ການບໍລິການພາກລັດ ແລະ ການບໍລິການດ້ານຊີວິດການເປັນຢູ່ຕ່າງໆ.