ຝຶກອົບຮົມຫົວຂໍ້: “ການຢັ້ງຢືນຄວາມຍືນຍົງຂອງແຜນງານ ລາວຍືນຍາວ ສໍາລັບທຸລະກິດທີ່ນອນໃນຂະແຫນງການ ທ່ອງທ່ຽວລາວ” ແຂວງຫຼວງພະບາງ

ຝຶກອົບຮົມຫົວຂໍ້: “ການຢັ້ງຢືນຄວາມຍືນຍົງຂອງແຜນງານ ລາວຍືນຍາວ ສໍາລັບທຸລະກິດທີ່ນອນໃນຂະແຫນງການ ທ່ອງທ່ຽວລາວ” ແຂວງຫຼວງພະບາງ

ໃນວັນທີ 16 ມີຖຸນາ 2023 ທີ່ ແຂວງຫຼວງພະບາງ. ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ), ສະພາການຄ້າ ແລະ ອຸດສາຫະກໍາ ແຂວງຫຼວງພະບາງ  ຮ່ວມກັບ ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ,

ອົງການແພລນສາກົນ ປະຈໍາ ສປປ ລາວ (Plan International Laos) ແລະ ສູນສະຫະພາບເອີຣົບ ດ້ານການທ່ອງທ່ຽວນິເວດ ແລະ ກະສິກໍາ (ECEAT – European Centre for Ecological and Agricultural Tourism)  ໄດ້ຈັດການຝຶກອົບຮົມຫົວຂໍ້: “ການຢັ້ງຢືນຄວາມຍືນຍົງຂອງແຜນງານ ລາວຍືນຍາວ ສໍາລັບທຸລະກິດທີ່ນອນໃນຂະແຫນງການ ທ່ອງທ່ຽວລາວ” ໂດຍການເປັນປະທານຂອງ ທ່ານ ຄໍາຕັນ ສົມພັນວິໄລ (Mr.Khamtan Somphanvilay), ຮອງຫົວຫນ້າ ພະແນກ ອຸດສາຫະກໍາ ແລະ ກາາຄ້າ ແຂວງ ຫລວງພະບາງ,ທ່ານ ບຸນທ່ຽງ ສຸລິວັນ (Mr Bounthieng SOULIVAN) ປະທານສະພາການຄ້າ ແລະ ອຸດສາຫະກໍາ ແຂວງຫຼວງພະບາງ  ແລະ ມີຕາງໜ້າຈາກພາກທຸລະກິດ, ຜູ້ປະກອບການ ທີ່ຕິດພັນກັບຂະແໜງການທ່ອງທ່ຽວ ທີ່ຢູ່ພາຍໃນແຂວງ ເຂົ້າຮ່ວມທັງໝົດຫຼາຍກວ່າ 35 ທ່ານ.

ຈຸດປະສົງຂອງການຈັດຝຶກອົບຮົມຄັ້ງນີ້ ແມ່ນເພື່ອສົ່ງເສີມການຈັດຕັ້ງປະຕິບັດວຽກງານຄວາມຍືນຍົງ ສໍາລັບຂະແຫນງອຸດສາຫະກໍາການທ່ອງທ່ຽວລາວ ໂດຍການເສີມສ້າງ ຄວາມສາມາດ ໃຫ້ແກ່ບັນດາທຸລະກິດທີ່ນອນຢູ່ໃນ 4 ຂະແຫນງການ ຄື: ຂະແຫນງການ ຄົມມະນາຄົມ ແລະ ຂົນສົ່ງ, ອາຫານ ແລະ ເຄື່ອງດື່ມ, ຫັດຖະກໍາ ແລະ ຂອງທີ່ລະນຶກ ແລະ ການທ່ອງທ່ຽວຮູບແບບວັດທະນະທໍາ. ເຊິ່ງການຝຶກອົບຮົມໃນຄັ້ງນີ້, ໄດ້ຮຽນຮູ້ວິທີການນໍາໃຊ້ ເຄື່ອງມືເພື່ອໃຫ້ທຸລະກິດທ່ານ ສາມາດຜ່ານເກນມາດຖານເງື່ອນໄຂຕ່າງໆ ແລະ ສາມາດໄດ້ຮັບໃບຢັ້ງຢືນ “ລາວຍືນຍາວ (LastingLao)” ໄດ້, ພ້ອມທັງຈະໄດ້ມີການຮຽນຮູ້ໃນການນໍາໃຊ້ລະບົບການລາຍງານທາງອອນລາຍໃນເວັບໄຊຂອງທຣາສເວວໄລຟ໌. ນອກຈາກນັ້ນ ຜູ້ເຂົ້າຮ່ວມຍັງຈະໄດ້ ຮັບຮູ້ເຖິງຄວາມສໍາຄັນ ແລະ ຜົນປະໂຫຍດຂອງການດໍາເນີນທຸລະກິດແບບຍືນຍົງໃນ ຂະແຫນງ ການທ່ອງທ່ຽວ ທີ່ສາມາດຈັດຕັ້ງປະຕິບັດ ຫຼັກການຂອງແຜນງານການຢັ້ງຢືນ “ລາວຍືນຍາວ” ໃນທຸລະກິດຂອງຕົນ ເພື່ອລາຍງານ ຄວາມຄືບຫນ້າໃນການປະຕິບັດຕາມເກນ ມາດຕະຖານໃນແຕ່ລະຂັ້ນຕອນ ໂດຍເປັນການລິເລີ່ມການປ່ຽນແປງ ການດໍາເນີນທຸລະກິດ ເພື່ອໃຫ້ມີຄວາມຍືນຍົງ ແລະ ຮັບຜິດຊອບຕໍ່ ສັງຄົມ ແລະ ເພື່ອໃຫ້ທຸລະກິດສາມາດແຂ່ງຂັນດ້ານການຕະຫຼາດການທ່ອງທ່ຽວ ແບບຍືນຍົງໂດຍຜ່ານການນໍາໃຊ້ແຜນງານລາວຍືນຍາວ ທີ່ເປັນຈຸດເຊື່ອມຕໍ່ໃຫ້ທຸລະກິດຂອງຕົນ ກ້າວໄປສູ່ຕະຫລາດທ່ອງທ່ຽວສາກົນໄດ້ຫລາຍຍິ່ງຂື້ນ

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword