ສະພາການຄ້າ ລາວ-ກຳປູເຈຍ ສືບຕໍ່ເສີມຂະຫຍາຍການຮ່ວມມືດ້ານທຸລະກິດ

ສະພາການຄ້າ ລາວ-ກຳປູເຈຍ ສືບຕໍ່ເສີມຂະຫຍາຍການຮ່ວມມືດ້ານທຸລະກິດ

ໃນຕອນບ່າຍຂອງວັນທີ 28 ມັງກອນ 2025, ທີ່ໂຮງແຮມໂຮລິເດອິນ ນະຄອນຫຼວງວຽງຈັນ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ຈັດກອງປະຊຸມພົບປະທຸລະກິດ ລາວ-ກຳປູເຈຍ

ພາຍໃຕ້ການເປັນປະທານຮ່ວມລະຫວ່າງ ທ່ານ ວັນທອງ ສິດທິກຸນ, ຮອງປະທານ ສຄອຊ ແລະ ທ່ານ Keo Sothearith, ຮອງປະທານສະພາການຄ້າ ປະເທດກຳປູເຈຍ. ກອງປະຊຸມມີຜູ້ເຂົ້າຮ່ວມຫຼາຍກວ່າ 40 ທ່ານ ປະກອບດ້ວຍຕົວແທນທຸລະກິດຈາກຂະແໜງການຕ່າງໆເຊັ່ນ: ການຄ້າ, ກະສິກຳ, ຂົນສົ່ງ, ອະສັງຫາລິມະຊັບ, ການເງິນ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ.

ໃນກອງປະຊຸມ, ຝ່າຍທຸລະກິດກຳປູເຈຍໄດ້ນຳສະເໜີຫຼາຍປະເດັນສຳຄັນ ລວມທັງການຍົກລະດັບການຮ່ວມມືລະຫວ່າງສະພາການຄ້າແຂວງຕາມຊາຍແດນ, ການຜັນຂະຫຍາຍແຜນຍຸດທະສາດການຮ່ວມມືສອງປະເທດ 2023-2027, ແລະ ການສົ່ງເສີມການຄ້າຊາຍແດນ. ພ້ອມນີ້, ຍັງໄດ້ສະເໜີໃຫ້ມີການຮ່ວມມືດ້ານການຜະລິດ ແລະ ປຸງແຕ່ງຜະລິດຕະພັນກະສິກຳເພື່ອສົ່ງອອກໄປຍັງປະເທດທີສາມ. ທະນາຄານແຄນນາເດຍ-ລາວ ຈຳກັດ ກໍ່ໄດ້ສະແດງຄວາມພ້ອມໃນການສະໜັບສະໜູນດ້ານການເງິນ ໂດຍຈະປ່ອຍເງິນກູ້ວົງເງິນ 20 ລ້ານໂດລາສະຫະລັດໃຫ້ແກ່ທຸລະກິດລາວ-ກຳປູເຈຍ.

ສຳລັບການປຶກສາຫາລືຝ່າຍທຸລະກິດລາວ ໄດ້ສະເໜີໃຫ້ມີການຈັດງານວາງສະແດງສິນຄ້າຢູ່ແຂວງຈຳປາສັກ ເພື່ອສົ່ງເສີມການຄ້າຊາຍແດນ, ການພັດທະນາການທ່ອງທ່ຽວຮ່ວມກັນ ໂດຍສະເພາະການຂາຍແພັກເກັດທ່ອງທ່ຽວ ແລະ ການໂຄສະນາປ້າຍທາງການທ່ອງທ່ຽວຮ່ວມກັນ. ນອກຈາກນີ້, ຍັງໄດ້ສະເໜີໃຫ້ສອງລັດຖະບານພິຈາລະນາການອຳນວຍຄວາມສະດວກດ້ານວີຊາແກ່ນັກທ່ອງທ່ຽວ. ດ້ານການຂົນສົ່ງທາງອາກາດ, ລັດວິສາຫະກິດການບິນລາວໄດ້ສະເໜີໃຫ້ມີການພິຈາລະນາເປີດເສັ້ນທາງບິນລະຫວ່າງນະຄອນຫຼວງວຽງຈັນ-ພະນົມເປັນຄືນໃໝ່.

ໃນດ້ານການເງິນ ແລະ ເຕັກໂນໂລຊີ, ບໍລິສັດ Laos New Pay ໄດ້ສະເໜີການຮ່ວມມືດ້ານທຸລະກິດການຊຳລະ (Payments Gateway) ກັບຄູ່ຮ່ວມງານຈາກກຳປູເຈຍ. ອີກດ້ານໜຶ່ງ, ທັງສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບການແກ້ໄຂບັນຫາການສົ່ງອອກສີມັງຈາກພາກໃຕ້ຂອງລາວໄປກຳປູເຈຍ ເພື່ອເຮັດໃຫ້ການຄ້າຂາຍມີຄວາມສະດວກຂຶ້ນ.

ທ້າຍກອງປະຊຸມ, ທັງສອງຝ່າຍເຫັນດີທີ່ຈະສືບຕໍ່ຈັດກອງປະຊຸມອອນລາຍເປັນປົກກະຕິ ເພື່ອຕິດຕາມຄວາມຄືບໜ້າຂອງການຮ່ວມມື ແລະ ແລກປ່ຽນຂໍ້ມູນຂ່າວສານ. ພ້ອມທັງໄດ້ຕົກລົງທີ່ຈະຜັນຂະຫຍາຍການຮ່ວມມືພາຍໃຕ້ບົດບັນທຶກຄວາມເຂົ້າໃຈ (MOU) ທີ່ສະພາການຄ້າຂອງທັງສອງປະເທດໄດ້ລົງນາມຮ່ວມກັນ ໂດຍສະເພາະການເພີ່ມທະວີການຮ່ວມມືລະຫວ່າງສະພາການຄ້າແຂວງທີ່ມີຊາຍແດນຕິດຈອດກັນ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword