ກອງປະຊຸມພົບປະທຸລະກິດ ລາວ – ຈີນ (ແຂວງຢຸນນານ)
ນະຄອນຫຼວງວຽງຈັນ – ວັນທີ 25 ພະຈິກ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ຈັດກອງປະຊຸມພົບປະທຸລະກິດ ລາວ – ຈີນ (ແຂວງຢຸນນານ)
ເພື່ອເສີມສ້າງການຮ່ວມມື ແລະ ຂະຫຍາຍຄວາມສຳພັນທາງ ການຄ້າ – ການລົງທຶນ ລະຫວ່າງ ສປປ ລາວ ແລະ ສປ ຈີນ ຢ່າງເລິກເຊິ່ງ; ໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມໂດຍ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານ ຫຼິວ ສີ ຫຼິນ ເລຂາພັກ ແລະ ປະທານສະພາສົ່ງເສີມການຄ້າສາກົນ ແຂວງຢຸນຫນານ ແລະ ທ່ານ ນາງ ຫຼີ ສີ ເຈີນ ທີ່ປຶກສາເສດຖະກິດ – ການຄ້າ ສະຖານທູດຈີນ ປະຈຳ ສປປ ລາວ, ພ້ອມດ້ວຍຜູ້ແທນຈາກ ພາກລັດ – ທຸລະກິດ ຂອງສອງປະເທດຫຼາຍກວ່າ 50 ທ່ານ.
ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ກ່າວວ່າ: ການພົບປະຄັ້ງນີ້ແມ່ນໂອກາດສຳຄັນໃນການຂະຫຍາຍການຮ່ວມມືທາງທຸລະກິດ ລາວ – ຈີນ ໂດຍສະເພາະກັບແຂວງຢຸນນານ. ທ່ານກ່າວວ່າ ສປ ຈີນ ແມ່ນນັກລົງທຶນຕ່າງປະເທດອັນດັບ 1 ໃນລາວ ແລະ ເປັນຄູ່ຄ້າອັນດັບ 2 ທີ່ມີແນວໂນ້ມຈະຂຶ້ນອັນດັບ 1 ໃນໄວໆນີ້. ສຄອຊ ຍັງໄດ້ຂະຫຍາຍການຮ່ວມມືຢ່າງຕໍ່ເນື່ອງ ຜ່ານການເຂົ້າຮ່ວມງານວາງສະແດງ ແລະ ກອງປະຊຸມຕ່າງໆ ທັງໃນປະເທດຈີນ ແລະ ລາວ, ເພື່ອເສີມສ້າງການປະສານງານ ສຄອຊ ໄດ້ສ້າງຕັ້ງຫ້ອງການຄະນະກຳມະການຮ່ວມມືທຸລະກິດ ລາວ – ຈີນ ແລະ ຈັດຕັ້ງຫ້ອງການຜູ້ຕາງໜ້າຢູ່ ແຂວງຢຸນຫນານ, ຊົງຊິ້ງ, ກວາງໂຈວ ແລະ ນະຄອນອື່ນໆ… ເພື່ອສົ່ງເສີມການພົວພັນດ້ານທຸລະກິດ – ການຄ້າ – ການລົງທຶນ.
ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວວ່າ: ການຈັດກອງປະຊຸມນີ້ ແມ່ນເວທີສຳຄັນໃນການເສີມສ້າງຄວາມຮ່ວມມືທາງເສດຖະກິດ – ການຄ້າ ລະຫວ່າງ ລາວ – ຈີນ ໂດຍສະເພາະ ລາວ – ຢຸນຫນານ. ສປປລ ລາວ ແລະ ສປ ຈີນ ເປັນປະເທດບ້ານໃກ້ເຮືອນຄຽງ ແລະ ມີຄວາມສຳພັນອັນດີມາດຕະຫຼອດ. ລັດຖະບານລາວ ແມ່ນໃຫ້ຄວາມສຳຄັນຫຼາຍຕ່ໍການຮ່ວມມືກັບ ສປ ຈີນ, ໂດຍສະເພາະແຂວງ ຢຸນໜານ, ເຊິ່ງມີຊາຍແດນຕິດກັບ ສປປ ລາວ.
ສປປ ລາວ ແລະ ແຂວງ ຢຸນໜານ ແມ່ນມີທ່າແຮງສູງໃນການຮ່ວມມື ແລະ ຊຸກຍູ້ເກື້ອກູນເຊິ່ງກັນແລະກັນ, ໃນເດືອນ 1 ຫາ ເດືອນ 8 ປີ 2025ນີ້, ມູນຄ່າການຄ້າ ລະຫວ່າງ ສປປ ລາວ ແລະ ແຂວງຢູນນານ ຫຼາຍກ່ວາ 2 ຕື້ໂດລາ, ທຽບກັບປີຜ່ານມາ ເພິ່ມຂື້ນ 20,3%, ໃນນັ້ນ ສປປ ລາວ ສົ່ງອອກຫຼາຍກ່ວາ 1,5ຕື້ໂດລາ. ເຊິ່ງລວມມີ:ໝາກກ້ວຍ,ຢາງພາລາ, ໝາກມ່ວງ, ກາເຟ, ຊາ, ສິນຄ້າໜື່ງເມືອງໜື່ງຜະລິດຕະພັນ ແລະອື່ນໆ ເຊິ່ງເປັນທີ່ນິຍົມໃນຕະຫຼາດຢູນນານ.
ໃນກອງປະຊຸມ ຍັງໄດ້ມີການລົງນາມຟື້ນຄືນບົດບັນທຶກຄວາມເຂົ້າໃຈ (MOU) 3 ປີ ລະຫວ່າງ ສຄອຊ ແລະ CCPIT ແຂວງຢຸນນານ ເພື່ອເປັນການຫັດແຫນ້ນການຮ່ວມມືຂອງທັງສອງອົງການຈັດຕັ້ງ. ທ່ານ ອຸເດດ ສຸວັນນະວົງ ກ່າວວ່າ: ແຂວງຢຸນໜານແມ່ນມີບົດບາດສຳຄັນທີ່ສຸດຕໍ່ການຮ່ວມມືກັນ ລະຫວ່າງ ລາວ-ຈີນ, ໂດຍສະເພາະການເປີດນໍາໃຊ້ ເສັ້ນທາງລົດໄຟລາວ ຈີນ ເປັນຕົ້ນຕໍ, ມູນຄ່າການຄ້າ-ການລົງທຶນນັບມື້ນັບຂະຫຍາຍຕົວ ແລະໄດ້ຮັບໝາກຜົນເກີນຄາດໝາຍ, ສະນ້ັ້ນ, ທັງສອງອົງການຈັດຕັ້ງເຮົາຕ້ອງຮ່ວມມືກັນຢ່າງເລິກເຊິ່ງ, ນໍາໃຊ້ທ່າແຮງ ຈາກ ເສັ້ນທາງລົດໄຟ ລາວ-ຈີນ ແລະ ທ່າແຮງຕ່າງໆ ໃຫ້ເກີດຜົນປະໂຫຍດສູງສຸດ, ຮ່ວມກັນຊຸກຍູ້ສົົ່ງເສີມສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ທຸລະກິດທັງສອງຝ່າຍ ເຊັ່ນ: ການນໍາເຂົ້າແລະສົ່ງອອກສິນຄ້າ, ສະພາບການດຳເນີນທຸລະກິດ, ການແກ້ໄຂຂໍ້ຄັດແຍ່ງທຸລະກິດ ແລະ ອື່ນໆ.