ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.

GDP ເຕີບໂຕ 4.30% ເພີ່ມຂຶ້ນຈາກ 4.20% ໃນປີກ່ອນ ດ້ວຍການຂະຫຍາຍຕົວໃນທຸກຂະແໜງການຫຼັກ ປະກອບດ້ວຍ ອຸດສາຫະກຳ, ການບໍລິການ, ແລະ ການສົ່ງອອກ

ອັດຕາເງິນເຟີ້ຫຼຸດລົງຈາກ 31.23% ເຫຼືອ 23.13% ຍ້ອນນະໂຍບາຍການເງິນເຂັ້ມງວດ ເກີດຈາກການຄວບຄຸມລາຄາສິນຄ້າພື້ນຖານທີ່ມີຜົນກະທົບໂດຍກົງຕໍ່ຊີວິດປະຈຳວັນຂອງປະຊາຊົນ ເຊັ່ນ ອາຫານ, ນ້ຳມັນ, ແລະ ການບໍລິການສາທາລະນະ.

ການສົ່ງອອກເພີ່ມຂຶ້ນ 12.14% – ໂດຍສິນຄ້າຫຼັກ ເຄື່ອງໃຊ້ໄຟຟ້າ, ເຄື່ອງນຸ່ງ, ແລະ ຜະລິດຕະພັນກະສິກຳ ໃນທາງກົງກັນຂ້າມ ການນຳເຂົ້າຫຼຸດລົງເລັກນ້ອຍ ສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມໃນການສົ່ງເສີມການຜະລິດພາຍໃນແທນທີ່ຈະອີງໃສ່ສິນຄ້າຈາກຕ່າງປະເທດ ແລະ ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ຍັງຄົງມີບົດບາດສຳຄັນໃນການຂັບເຄື່ອນການພັດທະນາເສດຖະກິດ ແລະ ການນຳໃຊ້ເຕັກໂນໂລຊີ.

ການເປັນປະທານອາຊຽນຂອງ ສປປ ລາວໃນປີ 2024 ໄດ້ນຳມາຊຶ່ງໂອກາດທາງເສດຖະກິດຫຼາຍປະການ ໂດຍສະເພາະໃນດ້ານການທ່ອງທ່ຽວ ແລະ ການສ້າງເຄືອຂ່າຍທາງທຸລະກິດກັບບັນດາປະເທດສະມາຊິກ ແລະ ພູມມິພາກ.

ບັນຫາສິ່ງທ້າທາຍທີ່ຍັງຄ້າງຄາ

  • ລາຄາສິນຄ້າພື້ນຖານຍັງບໍ່ໝັ້ນຄົງ
  • ທຸລະກິດຂະໜາດນ້ອຍຍັງປະເຊີນຄວາມຫຍຸ້ງຍາກດ້ານການເງິນ
  • ການເຂົ້າເຖິງແຫຼ່ງເງິນທຶນຈຳກັດ
  • ຄ່າເງິນຜັນຜວນຈາກສະພາບການຂອງໂລກ
  • ການສະໜອງເງິນຕາຕ່າງປະເທດມີຈຳນວນຈຳກັດ

ລັດຖະບານໄດ້ເອົາໃຈໃສ່ສົ່ງເສີມການຜະລິດພາຍໃນ, ຄວບຄຸມເງິນເຟີ້, ແລະ ພັດທະນາລະບົບການເງິນດິຈິຕອນ ເພື່ອສ້າງຄວາມໝັ້ນຄົງທາງເສດຖະກິດໃນໄລຍະຍາວ.

ດ້ານຜູ້ຊ່ຽວຊານມີຄວາມເຫັນວ່າ ດ້ວຍພື້ນຖານທີ່ເຂັ້ມແຂງຂຶ້ນໃນປີ 2024 ເສດຖະກິດລາວມີໂອກາດດີໃນການຟື້ນຕົວຕໍ່ເນື່ອງ ຫາກສາມາດຈັດການກັບສິ່ງທ້າທາຍໄດ້ຢ່າງມີປະສິດທິພາບ.

#ຂໍ້ມູນອ້າງອີງຈາກບົດລາຍງານຂອງທະນາຄານແຫ່ງ ສປປ ລາວ ປີ 2024.

ບົດລາຍງານ : https://www.bol.gov.la/fileupload/23-05-2025_1748009887.pdf

Related Posts

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more
ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword