ກອງປະຊຸມໃຫຍ່ ຄັ້ງທີ I ຂອງສະພາການຄ້າ ແລະ ອຸດສາຫະກໍາ ແຂວງເຊກອງ

ກອງປະຊຸມໃຫຍ່ ຄັ້ງທີ I ຂອງສະພາການຄ້າ ແລະ ອຸດສາຫະກໍາ ແຂວງເຊກອງ

ກອງປະຊຸມໃຫຍ່ ຄັ້ງທີ I ຂອງສະພາການຄ້າ ແລະ ອຸດສາຫະກໍາ ແຂວງເຊກອງ ໄດ້ໄຂຂື້ນ ໃນວັນທີ 08 ກໍລະກົດ 2024 ທີ່ ສະໂມສອນ ຫ້ອງວ່າການແຂວງເຊກອງ

ເຊິ່ງໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ຂັນຕີ ສີລະວົງສາ, ຮອງເຈົ້າແຂວງ ແຂວງເຊກອງ, ທ່ານ ສັງຄົມ ຈັນສຸກ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານ ດາວວີ ສວຍທະລັງສີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງເຊກອງ ,​ ທ່ານ ບຸນແຄນ ໄຊສົງຄາມ ຮັກສາການ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງເຊກອງ ​ພ້ອມດຽວກັນນັ້ນ ກໍ່ມີບັນດາຜູ້ເຂົ້າຮ່ວມ ບັນດາການນຳເມືອງ, ຕາງໜ້າຈາກ ສຄອ ອ້ອມຂ້າງ, ພະແນກການອ້ອມຂ້າງ ຄະນະບໍລິຫານງານ, ຄະນະທີ່ປຶກສາ, ສະມາຄົມອ້ອມຂ້າງ, ສະມາຊິກສົມບູນ ຂອງ ສຄອ ແຂວງເຊກອງ ແລະ ຕາງໜ້າຈາກຫົວໜ່ວຍທຸລະກິດພາຍໃນແຂວງ ເຊກອງ.
ກອງປະຊຸມໃຫຍ່ໃນຄັ້ງນີ້ແມ່ນກອງປະຊຸມທີ່ມີຄວາມໝາຍຄວາມສໍາຄັນຢ່າງໃຫ່ຍຫຼວງຕໍ່ ການຈັດຕັ້ງ, ການເຄື່ອນໄຫວ ແລະ ການພັດທະນາ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງເຊກອງ ໃຫ້ມີການເຕີບໃຫ່ຍຂະຫຍາຍຕົວ ເຊິ່ງສາມາດບັນລຸຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍ, ມີຄວາມເປັນເອກະພາບ, ມີຄວາມໂປ່ງໃສ, ຍຸດຕິທຳ ແລະ ມີເນື້ອໃນຄົບຖ້ວນ, ເປັນກໍາລັງແຮງທີ່ສໍາຄັນ ແລະ ເປັນແກ່ນສານນໍາພາພາກທຸລະກິດ ສ້າງບາດກ້າວບຸກທະລຸໃນການພັດທະນາເສດຖະກິດໃຫ້ດີຂື້ນ. ຊອກຫາແນວທາງສືບຕໍ່ ພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໃຫ້ຂະຫຍາຍຕົວຕາມທິດທາງ ແລະ ເປົ້າຫມາຍທີ່ວາງໄວ້.
ທ່ານ ບຸນແຄນ ໄຊສົງຄາມ ຮັກສາການ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງເຊກອງ ກໍໄດ້ລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານຂອງ ສຄອ ແຂວງເຊກອງ ໃນໄລຍະຜ່ານມາ ແລະ ທິດທາງແຜນການ 3 ປີຕໍ່ໜ້າ (2024-2027). ກອງປະຊຸມໃຫ່ຍຄັ້ງທີ I ຂອງສະພາການຄ້າ ແລະ ອຸດສາຫະກຳ ແຂວງເຊກອງ ໄດ້ຕົກລົງເຫັນດີເປັນເອກະພາບດັ່ງນີ້:
ຜ່ານການປ່ອນບັດເລືອກຕັ້ງໄດ້ ຄະນະປະຈໍາ ແລະ ຄະນະບໍລິຫານງານ ຈຳນວນ 23 ທ່ານ, ຍິງ: 3 ທ່ານ ເຊິ່ງມີລາຍລະອຽດດັ່ງລຸ່ມນີ້:
ທ່ານ ສຸລະພົນ ໝື່ນວິເສດ ເປັນປະທານ.
ທ່ານ ສົມໄຊ ອອ່ນໄຊວຽງ
ທ່ານ ເພັດສະຫງ່າ ສຸດທິຈັກ
ທ່ານ ອຸດົມ ສົມຈັນທາ
ທ່ານ ນ ວັນວິໄລ ສີວິໄລ
ທ່ານ ຄຳເພັດ ແກ້ວປະເສີດ
ທ່ານ ພຸດຕາ ຄິວລະວົງ
ທ່ານ ໂພນ ພົມມະຈັນ
ທ່ານ ວິລະກອນ ພົມມະທັດ
ທ່ານ ນ ທິບພະຈັນ ອ່ອນມະນີ
ທ່ານ ໄຊວິມານ ກູ່ແກ້ວ
ທ່ານ ຖາວອນ ໜຸ່ມປະດິດ
ທ່ານ ສຸກປະເສີດ ບຸດດາວົງ
ທ່ານ ຄຽງເພັດ ບົວລະພາ
ທ່ານ ນ ເກືອງ ນະຄອນສິດ
ທ່ານ ສະຖຽນ ຊາພິຈິດ
ທ່ານ ພາສິດ ຫຼ້າສິດທິພອນ
ທ່ານ ລົດສະໄຫວ ວັນນະຈັກ
ທ່ານ ໄຫວ ດາລາແສນ
ທ່ານ ສັນຕິ ສູນມາລາ
ທ່ານ ຕຸລາ ວົງໜໍ່ແກ້ວ
ທ່ານ ພອນປະເສີດ ຈະເລີນພອນ
ທ່ານ ຄຳເຟືອງ ຈັນທະລາ
ໃນກອງປະຊຸມຍັງໄດ້ຮັບກຽດຈາກ ທ່ານ ຂັນຕີ ສີລະວົງສາ, ຮອງເຈົ້າແຂວງ, ແຂວງເຊກອງ ໃຫ້ຄຳເຫັນ ແລະ ໂອ້ລົມໃຫ້ທິດເຍືອງທາງແກ່ ສຄອ ແຂວງເຊກອງ ກໍ່ຄື ຄະນະບໍລິຫານງານ ຊຸດທີ I ໃນຫລາຍຫຼາຍດ້ານ, ເຊິ່ງມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ໂດຍສະເພາະໄດ້ຊີ້ນໍາໃຫ້ຄະນະບໍລິຫານງານ ສຄອ ແຂວງເຊກອງ ຕ້ອງມີຄວາມສາມັກຄີ, ມີຈິດໃຈຮັກຊາດ, ເຊື່ອໝັ້ນການນໍາພາຂອງພັກ ແລະ ລັດຖະບານ, ຕັ້ງໜ້າປະຕິບັດວຽກງານຕາມພາລະບົດບາດແນ່ໃສ່ສ້າງຄວາມເຂັ້ມແຂງໃຫ້ພາກທຸລະກິດ, ເອົາໃຈໃສ່ຜັນຂະຫຍາຍຍຸດທະສາດ 6 ເສົາຄໍ້າ ຂອງສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ຈັດຕັ້ງປະຕິບັດ ແຜນຍຸດທະສາດການພັດທະນາ ສຄອ ແຂວງເຊກອງ ໃຫ້ມີປະສິດທີຜົນ, ມີແບບແຜນວິທີເຮັດວຽກ, ລວມສູນປະຊາທິປະໄຕ, ມີລະບຽບ, ມີຄວາມໂປ່ງໃສ ແລະ ກວດສອບໄດ້
ນອກຈາກນີ້, ທ່ານ ຂັນຕີ ສີລະວົງສາ ຍັງໄດ້ໃຫ້ຄຳເຫັນ ຕື່ມໃນກອງປະຊຸມ ເພື່ອພ້ອມກັນນຳໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນໃນອະນາຄົດ ດັ່ງນີ້:
– ເຕົ້າໂຮມທຸລະກິດໃຫ້ມີຄວາມສາມັກຄີ ສະໜັບສະໜູນຊ່ວຍເຫຼື່ອ ເຊິ່ງກັນ ແລະ ກັນ.
– ສົ່ງເສີມການຜະລິດ ແລະ ຊົມໃຊ້ ພາຍໃນ ທົດແທນການນໍາເຂົ້າສິນຄ້າ. ຊອກຫາທ່າແຮງການຜະລິດກະສິກໍາເປັນສິນຄ້າ, ການສົ່ງເສີມການທ່ອງທ່ຽວພາຍໃນແຂວງ ແລະ ການພັດທະນາສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ.
– ຖືເອົາໂອກາດການລົງທຶນຢູ່ໃນ ລະບົບໂລຈິດສະຕິກ ແລະ ການເຊື່ອມໂຍງ, ເຊື່ອມຈອດ ກັບ ບັນດາປະເທດຕ່າງໆ ຂອງ ສປປ ລາວ ໂດຍສະເພາະແມ່ນນໍາໃຊ້ທ່າແຮງການເຊື່ອມໂຍງຂອງ ແຂວງເຊກອງ ກັບປະເທດເພື່ອນບ້ານ ໃຫ້ໄດ້ຮັບຜົນປະໂຫຍດສຸງສຸດ.
– ຂໍບັນດາພະແນກການ ໃຫ້ການສະໜັບສະໜູນ ການຈັດຕັ້ງປະຕິບັດດໍາລັດ 237/ນຍ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ສຄອຊ ແລະ ສະໜັບສະໜູນໃຫ້ ບັນດາທຸລະກິດຂອງແຂວງ ເຂົ້າມາຢູ່ໃນການຈັດຕັ້ງຂອງ ສຄອ ແຂວງເຊກອງ, ສະມາຄົມ ແລະ ກຸ່ມທຸລະກິດ ເພື່ອໃຫ້ສາມາດຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ.
– ໃຫ້ບັນດາພະແນກການ ຊ່ວຍສະໜັບສະໜູນ ເອື້ອຍອຳນວຍສະພາບແວດລ້ອມ ຕາມລະບຽບກົດໝາຍ, ສ້າງຄວາມເຂັ້ມແຂງໃຫ້ ສຄອ ແຂວງເຊກອງ.
ກອງປະຊຸມໄດ້ປິດລົງໃນເວລາ 12:30 ຂອງວັນດຽວກັນ

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword