ງານເປີດໂຕປື້ມຂັ້ນຕອນການເປີດທຸລະກິດຄືນຫັນໄປສູ່ວິຖີຊີວິດປົກກະຕິໃໝ່

ງານເປີດໂຕປື້ມຂັ້ນຕອນການເປີດທຸລະກິດຄືນຫັນໄປສູ່ວິຖີຊີວິດປົກກະຕິໃໝ່

ໃນວັນທີ  3 ພຶດສະພາ 2022  ທີ່ ໂຮງແຮມລາວພຣາຊ່າ  ໄດ້ມີງານເປີດໂຕປື້ມຂັ້ນຕອນການເປີດທຸລະກິດຄືນຫັນໄປສູ່ວິຖີຊີວິດປົກກະຕິໃໝ່ (SOP for Business Reopening in the New Normal)

ໂດຍກຽດເຂົ້າຮ່ວມເປັນປະທານຂອງ ທ່ານ  ປອ. ໄຊບັນດິດ ຣາຊະພົນ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານ ພົງສະຫວັນ ໄຊໂກສີ ຕາງໜ້າຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ຄຳຈັນ ສີວັນທອງ ຕາງໜ້າຈາກ ສູນກາງສະຫະພັນກຳມະບານລາວ, ທ່ານ ປອ. ບົວວັນ ວິລະວົງ ຕາງໜ້າຈາກ ກະຊວງ ອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ເຂັມພອນ ເຜົ່າຄຳແກ້ວ ຜູ້ປະສານງານ ອົງການແຮງງານສາກົນ ປະຈຳ ສປປ ລາວ, ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້ແມ່ນເປັນຂັ້ນຕອນ SOP ສາມາດຊ່ວຍພາກທຸລະກິດໃນການຈະກັບມາເປີດທຸລະກິດຄືນໃໝ່ ເພື່ອໃຫ້ເຂົາເຈົ້າມີມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ 19, ເປັນເວລາກວ່າ ໜຶ່ງປີ ມາແລ້ວ ພະຍາດໂຄວິດ 19 ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງ ແລະ ສົ່ງຜົນກະທົບຕໍ່ວິສາຫະກິດ, ຄົນງານ ແລະ ປະຊາຊົນໃນທົ່ວໂລກ, ສິ່ງທ້າທາາຍສຳລັບທຸລະກິດ: ການປິດລ້ອມ, ການປິດຊາຍແດນ ແລະ ການຈຳກັດ ການເຄື່ອນໄຫວໄດ້ບັງຄັບໃຫ້ວິສາຫະກິດ ປິດ ຫຼື ຫຼຸດຜ່ອນທຸລະກິດຂອງເຂົາເຈົ້າ, ແລະ ມີຄວາມບໍ່ແນ່ນອນ ແລະ ຄວາມກັງວົນຂອງນາຍຈ້າງ ແລະ ຄົນງານ, ການລົງທືນທີ່ມີທ່າແຮງ ແລະ ການເຄື່ອນໄຫວ ເສດຖະກິດສັງຄົມໄດ້ມີທ່າອ່ຽງຫຼຸດລົງ.

ຈຸດປະສົງຂອງງານແມ່ນ:

  1. SOP ສຳລັບການເປີດທຸລະກິດຄືນໃໝ່ ໂດຍການຮ່ວມມືກັບຄູ່ຮ່ວມມງານທາງສັງຄົມ ແລະ ອົງການແຮງງານສາກົນ ILO. SOP ແມ່ນເພື່ອສະໜັບສະໜູນທຸລະກິດ ຍ້ອນວ່າຫຼາຍທຸລະກິດເປີດຄືນໃໝ່ຢ່າງປອດໄພ ແລະ ເລີ່ມຕົ້ນຂະບວນການຟື້ນຕົວ ແລະ ຍັງຈະໄດ້ໃຫ້ຄໍາແນະນໍາກ່ຽວກັບການວາງແຜນຕໍ່ເນື່ອງຂອງທຸລະກິດໃນການເປີດທຸລະກິດຄືນຫັນໄປສູ່ວິຖີຊີວິດປົກກະຕິໃໝ່.
  2. ເພື່ອນຳໃຊ້ SOP ຢ່າງມີປະສິດຕິພາບໃນບ່ອນເຮັດວຽກໃນທຸກຂະແໜງການ, ບັນດາຄູ່ຮ່ວມມືສາມຝ່າຍໄດ້ຕົກລົງມອບໝາຍຜູ້ອຳນວຍຄວາມສະດວກ.
  3. ເພື່ອເປີດ SOP ຕໍ່ໜ້າບັນດາຄູ່ຮ່ວມມືສາມຝ່າຍ ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນໆ ແລະ ແນະນຳ SOP ໃຫ້ແກ່ຜູ້ອຳນວຍຄວາມສະດວກ ເພືຶ່ອເຜີຍແຜ່ໃຫ້ກ້ວາງຂວາງ ແລະ ມີປະສິດຕິພາບໃນທຸກບ່ອນເຮັດວຽກໃນທົ່ວປະເທດ, ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການຮ່ວມມືຂອງ ອົງການແຮງງານສາກົນ/ສ.ເກົາຫຼີ.
  4. ນອກນັ້ນ, ຍັງມີການສະເໜີ ແຜນ SOP ແລະ ປຶກສາຫາລື ຍຸດທະສາດ, ແຜນຈັດຕັ້ງປະຕິບັດ, ຝືກອົບຮົມຜູ້ອຳນວຍຄວາມສະດວກທີ່່ໄດ້ຮັບການແຕ່ງຕັ້ງຈາກຄູ່ຮ່ວມສາມຝ່າຍ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ SOP ຢ່າງມີປະສິດທິຜົນ.

Write a Message

Your email address will not be published.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword