ກອງປະຊຸມປຶກສາຫາລື ບັນຫາທີ່ຕິດພັນກັບການທ່ອງທ່ຽວ

ກອງປະຊຸມປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ ບັນຫາທີ່ຕິດພັນກັບການທ່ອງທ່ຽວ

ກອງປະຊຸມປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ, ບັນຫາທີ່ຕິດພັນກັບການທ່ອງທ່ຽວ ໄດ້ຖືກຈັດຂືຶ້ນ ໃນວັນທີ 17  ກັນຍາ 2019 ທີ່ ໂຮງແຮມ ລາວ ພລາຊາ, ນະຄອນຫຼວງວຽງຈັນ ເພື່ອປຶກສາຫາລືກ່ຽວກັບ ບັນຫາ  ຫຼື ຂໍ້ຂ້ອງໃຈ ແລະ ຄວາມຄືບໜ້າໃນການແກ້ໄຂບັນຫາຂໍ້ຫຍຸ້ງຍາກຕ່າງໆ ທີ່ພາກທຸລະກິດປະສົບ ແລະ ແຜນການຂອງ ລັດຖະບານ ໃນການປັບປຸງສະພາບແວດລ້ອມການດໍາເນີນທຸລະກິດໃນ ຂະແໜງການທ່ອງທ່ຽວ ສປປລາວ ເວົ້າລວມ, ແລະ ເວົ້າສະເພາະ ກໍ່ແມ່ນແຜນການແກ້ໄຂບັນຫາທີ່ເປັນບັນຫາບູລະມະສິດ ໜ່ວຍງານປຶກສາຫາລື ຂະແໜງທ່ອງທ່ຽວຍົກຂຶ້ນ ເຊິ່ງປະກອບມີ 5 ບັນຫາ ຄື ລະບຽບການຄຸ້ມຄອງການທ່ອງທ່ຽວ, ການເກັບກອງທຶນສົ່ງເສີມການທ່ອງທ່ຽວ, ການປັບປຸງຍຸດທະສາດການສົ່ງເສີມການທ່ອງທ່ຽວ, ນະໂຍບາຍສົ່ງເສີມ ການພັດທະນາການທ່ອງທ່ຽວທີ່ອີງໃສ່ທໍາມະຊາດ, ແລະ ອັດຕາຄ່າໄຟຟ້າຕໍ່ຂະແໜງການບໍລິການສູງກ່ວາ ຂະແໜງອຸດສາຫະກໍາ.

ກອງປະຊຸມໃນຄັ້ງນີ້ ຖືກຈັດໂດຍ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການ Lao Competitiveness and Trade (LCT) Project  ໄດ້ມີຜູ້ເຂົ້າຮ່ວມຫຼາຍກ່ວາ 50 ຄົນ ຈາກພາກທຸລະກິດຂະແໜງຕ່າງໆ ທີ່ປິ່ນອ້ອມການທ່ອງທ່ຽວ, ຂະແໜງການກ່ຽວຂ້ອງຂອງພາກລັດຖະບານ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ. ກອງປະຊຸມ ແມ່ນໄດ້ຮັບກຽດເປັນປະທານຮ່ວມ ໂດຍ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ແລະ ທ່ານນາງ ວາລີ ເວດສະພົງ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ. ທ່ານ ອຸ່ນທວງ ຂາວພັນ ໄດ້ມີຄໍາເຫັນຕໍ່ກອງປະຊຸມກ່ຽວກັບຄວາມສໍາຄັນຂອງ ການພັດທະນາພາກທຸລະກິດ ແລະ ສະພາບແວດລ້ອມການດໍາເນີນທຸລະກິດ ໃນຂະແໜງການທ່ອງທ່ຽວ ໃຫ້ມີຄວາມເຂັ້ມແຂງ ໂດຍໄດ້ເນັ້ນໜັກໃຫ້ນໍາໃຊ້ ຂະບວນການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ພາຍໃຕ້ກົນໄກກອງປະຊຸມທຸລະກິດລາວ ເພື່ອແກ້ໄຂບັນຫາ ຫຼື ຂໍ້ຂ້ອງໃຈທີ່ພາກທຸລະກິດຍົກຂຶ້ນ ຢ່າງສ້າງສັນ ແລະ ມີປະສິດຕິຜົນ. ໜ່ວຍງານພາກລັດທີ່ກ່ຽວຂ້ອງ ແລະ ຕ່າງໜ້າພາກທຸລະກິດ ແມ່ນໄດ້ເຫັນຕົກລົງດີ ຫຼາຍມາດຕະການຕໍ່ໜ້າ ເພື່ອຫາແນວທາງໃນການແກ້ໄຂບັນຫາທີ່ຖືກສະເໜີໃນກອງປະຊຸມໃນຄັ້ງນີ້.

Related Posts

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword