ກອງປະຊຸມເຜີຍແຜ່ນິຕິກຳກ່ຽວກັບການຈັດຕັ້ງປະຕິບັດວຽກງານທະບຽນວິສາຫະກິດ
ກອງປະຊຸມເຜີຍແຜ່ນິຕິກຳກ່ຽວກັບການຈັດຕັ້ງປະຕິບັດວຽກງານທະບຽນວິສາຫະກິດ, ໃນວັນທີ 20 ມີນາ 2024, ທີ່ຫ້ອງປະຊຸມ ກະຊວງອຸດສາຫະກຳ ແລະ ການຄ້າ.

+ການຂຶ້ນທະບຽນສ້າງຕັ້ງວິສາຫະກິດ ແມ່ນປະຕິບັດເປັນເອກະພາບ ໃນຂອບເຂດທົ່ວປະເທດ ຖືເປັນການແຈ້ງເກີດຂອງວິສາຫະກິດ ຊຶ່ງບໍ່ສາມາດດໍາເນີນທຸລະກິດໄດ້ເທື່ອ ແລະ ບໍ່ແມ່ນໃບອະນຸຍາດລົງທຶນ / ໃບອະນຸຍາດດໍາເນີນທຸລະກິດ ໂດຍຖືເປັນໃບຢັ້ງຢືນການສ້າງຕັ້ງວິສາຫະກິດ (ສ່ວນບຸກຄົນ ຫຼື ນິຕິບຸກຄົນ) ຖືກຕ້ອງຕາມກົດໝາຍ ແລະ ຕ້ອງໄດ້ຂໍໃບອະນຸຍາດດຳເນີນທຸລະກິດກັບຂະແໜງການທີ່ກ່ຽວຂ້ອງຈື່ງສາມາດດຳເນີນທຸລະກິດໄດ້
+ຊື່ວິສາຫະກິດ ແມ່ນຊື່ທີ່ວິສາຫະກິດນໍາໃຊ້ແຕ່ວັນໄດ້ຮັບການສ້າງຕັ້ງວິສາຫະກິດ ຕາມກົດໝາຍ ຫາກຊື່ວິສາຫະກິດໃດໜຶ່ງ ບໍ່ສອດຄ່ອງກັບກົດໝາຍ ຂະແໜງການກ່ຽວຂ້ອງ ສາມາດສະເໜີຫາ ຈທວ (ເພື່ອແຈ້ງໃຫ້ ວິສາຫະກິດ ປ່ຽນຊື່ວິສາຫະກິດດັ່ງກ່າວ). ກໍລະນີ ວິສາຫະກິດບໍ່ມາປ່ຽນແປງຊື່ວິສາຫະກິດຂອງຕົນ ຈທວ ຈະໂຈະການນໍາໃຊ້ໃບທະບຽນວິສາຫະກິດ.ຈົນຮອດວັນສິ້ນສຸດການເປັນວິສາຫະກິດ
+ການປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ຕ້ອງແຈ້ງ ຈທວ ພາຍໃນ 30 ວັນ ນັບແຕ່ວັນທີ່ມີການຕົກລົງເປັນຕົ້ນໄປ (ເປັນຕົ້ນ ປ່ຽນແປງ ຊື່ວິສາຫະກິດ, ເພີ່ມ ຫຼື ຫຼຸດທຶນຈົດທະບຽນ, ຮູບການ/ຮູບແບບວິສາຫະກິດ, ຜູ້ຈັດການ, ຜູ້ອໍານວຍການ, ຍ້າຍທີ່ຕັ້ງສໍານັກງານ, ເຈົ້າຂອງວິສາຫະກິດ, ຂາຮຸ້ນ, ຜູ້ຖືຮຸ້ນ)

-ການຍຸບເລີກວິສາຫະກິດສ່ວນບຸກຄົນ:
-ຊໍາລະສະສາງໃຫ້ຖືກຕ້ອງ ແລະ ຄົບຖ້ວນກ່ອນ;
-ແຈ້ງຈທວ ທີ່ກ່ຽວຂ້ອງ ລຶບຊື່ວິສາຫະກິດ.
+ການຍຸບເລີກວິສາຫະກິດຮຸ້ນສ່ວນ ແລະ ບໍລິສັດ:
-ແຈ້ງການຍຸບເລີກຕໍ່ ຈທວ ທີ່ກ່ຽວຂ້ອງ
-ດຳເນີນການຊໍາລະສະສາງໃຫ້ຖືກຕ້ອງ ແລະ ຄົບຖ້ວນ;
-ແຈ້ງ ຈທວ ລຶບຊື່ວິສາຫະກິດ.
+ການໂຈະການນໍາໃຊ້ໃບທະບຽນວິສາຫະກິດ ມາດຕະການຂອງເຈົ້າໜ້າທີ່ທະບຽນວິສາຫະກິດ ນຳໃຊ້ຕໍ່ວິສາຫະກິດ ທີ່ລະເມີດກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ໃນກໍລະນີ:
ຕາມການສະເໜີຂອງຂະແໜງການສ່ວຍສາອາກອນ
ຊື່ວິສາຫະກິດໃດໜຶ່ງ ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງຂະແໜງການກ່ຽວຂ້ອງ
+ການລົບລ້າງໃບທະບຽນວິສາຫະກິດ ໃນກໍລະນີ:
-ໃບທະບຽນວິສາຫະກິດເດີມ ທີ່ເປື້ອນ, ຈີກຂາດ, ເສຍຫາຍ;
-ມີການອອກໃບທະບຽນວິສາຫະກິດຊໍ້າຊ້ອນ
-ໃນກໍລະນີປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ຫຼື ຍຸບເລີກວິສາຫະກິດ.
+ການຄຸ້ມຄອງວິສາຫະກິດ ຂະແໜງການອຸດສາຫະກຳ ແລະ ການຄ້າ (ຈທວ) ແມ່ນຄຸ້ມຄອງການຈັດຕັ້ງທຸລະກິດ ຕາມໃບທະບຽນວິສາຫະກິດ. ມີທັງໝົດ 173 ຈຸດ ແຂວງ 18 ຈຸດ ເມືອງ 149 ຈຸດ ເຂດເສດຖະກິດພິເສດ 6 ຈຸດ
+ຖານຂໍ້ມູນວິສາຫະກິດແຫ່ງຊາດ ເຊື່ອມສານຂໍ້ມູນວິສາຫະກິດແຫ່ງຊາດ ກັບ:
-ລະບົບຂໍ້ມູນສ່ວຍສາອາກອນ ເພື່ອໃຫ້ຕົວເລກວິສາຫະກິດ ແລະ ຕົວເລກອາກອນ ກົງກັນ
(ພ້ອມທັງຫັນເປັນຕົວເລກດຽວກັນ);
-ຂະແໜງການກ່ຽວຂ້ອງ ເພື່ອເກັບກໍາຂ້ໍມູນກ່ຽວກັບໃບອະນຸຍາດດໍາເນີນທຸລະກິດ
