ພິທີເປີດ ງານວາງສະແດງ ເສດຖະກິດເຕັກນິກ ການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ

ພິທີເປີດ ງານວາງສະແດງ ເສດຖະກິດເຕັກນິກ ການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ

ໃນວັນທີ 25 ພະຈິກ 2019 ທີ່ ສູນວາງສະແດງສິນຄ້າ ລາວ ໄອເຕັກ (ຕຶກເກົ່າ), ໄດ້ຈັດພິທີເປີດ ງານວາງສະແດງ ເສດຖະກິດເຕັກນິກ ການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຂື້ນ

ໂດຍໃຫ້ກຽດເປັນປະທານເປີດງານ ຂອງ ທ່ານ ບຸນມີ ມະນີວົງ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນາງ ສື ຕົງຫລີ ຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ການລົງທຶນ, ສະພາສົ່ງເສີມການຄ້າສາກົນ ສປ ຈີນ, ທ່ານ ນາງຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ບັນດາທ່ານພາກສ່ວນທີ່ກ້ຽວຂ້ອງຮ່ວມເປັນປະທານ.

ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຮ່ວມມືກັບ ສະພາສົ່ງເສີມການຄ້າສາກົນຈີນ (CCPIT), ສາພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ສະພາການຄ້າຈີນສາກົນຈີນ (CCOIC). ງານວາງສະແດງດັ່ງກ່າວນີ້ ເປັນຄັ້ງທໍາອິດ ທີ່ມີການຮ່ວມມືຂອງ 4 ພາກສ່ວນດັ່ງກ່າວຈາກ ສປປ ລາວ ແລະ ສປ ຈີນ ເພື່ອຜັນຂະຫຍາຍຍຸດທະສາດການເຊື່ອມໂຍງ ໃນກອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ຕາມທິດໜຶ່ງແລວທາງ ຫນຶ່ງເສັ້ນທາງໃຫ້ປະກົດຜົນເປັນຮູບປະທຳ.

ງານວາງສະແດງ ແມ່ນຈະຈັດຂື້ນໃນລະຫວ່າງວັນທີ 25-28 ພະຈິກ 2019, ທີ່ ສູນວາງສະແດງສິນຄ້າ ລາວ ໄອເຕັກ(ຕຶກເກົ່າ), ເປັນເວລາທັງໝົດ 4 ວັນ. ເຊິ່ງນອກຈາກການວາງສະແດງສິນຄ້າ ແລະ ຜົນງານຂອງຫົວໜ່ວຍທຸລະກິດແຕ່ລະຂະແໜງການ, ພາຍໃນງານຍັງໄດ້ຈັດກອງປະຊຸມພົບປະທຸລະກິດ ລາວ – ຈີນ ເພື່ອສ້າງເວທີປຶກສາຫຼືໃຫ້ແກ່ນັກທຸລະກິດທັງ 2 ຝ່າຍໃຫ້ໄດ້ມີໂອກາດພົບພໍ້ກັນ, ສ້າງເຄື່ອຄ່າຍຮ່ວມກັນ ແລະ ປຶກສາຫາລື ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອຊອກຫາຊ່ອງທາງໃນການຮ່ວມມືກັນທາງດ້ານການຄ້າ ແລະ ການລົງທຶນ ໃຫ້ປະກົດຜົນເປັນຈິງ ແລະ ມີປະສິດທີຜົນ ໂດຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ເຊິ່ງທຸລະກິດຂອງ ສປ ຈີນ ແມ່ນມາຈາກຫຼາຍຂະແໜງການ ແລະ ເປັນບໍລິສັດທີ່ມີປະສົບການ ແລະ ມີຊື່ສຽງທັງພາຍໃນ ແລະ ຕ່າງປະເທດ, ບໍ່ວ່າຈະເປັນ ຂະແໜງພະລັງງານ,ໄຟຟ້າ, ຄົມມະນາຄົມ, ກໍ່ສ້າງ, ໄອຊີທີ, ອຸປະກອນກົນຈັກ, ຍານພາຫະນະ, ເຟີນີເຈີ້, ອຸປະກອນກະສິກໍາ, ການຄ້າ ແລະ ອື່ນໆ.

ເປົ້າໝາຍຫລັກຂອງການຈັດງານວາງສະແດງໃນຄັ້ງນີ້ ກໍ່ເພື່ອສືບຕໍ່ເສີມສ້າງສາຍພົວພັນການຮ່ວມມືດ້ານເສດຖະກິດຂອງບັນດາປະເທດໃນກອບການຮ່ວມມືແມ່ນໍ້າຂອງ ແມ່ນໍ້າລ້ານຊ້າງ, ເວົ້າລວມ ເວົ້າສະເພາະ ກໍ່ເພື່ອສົ່ງເສີມການຄ້າໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງຂອງສອງປະເທດລາວ-ຈີນ, ເພື່ອເປີດໂອກາດໃຫ້ກັບພາກທຸລະກິດຂອງສອງປະເທດໄດ້ມີການສືບຕໍ່ແລກປ່ຽນຂໍ້ມູນຂ່າວສານຕ່າງໆ ເພື່ອຊຸກຍູ້ທາງດ້ານການຄ້າ, ການເຊື່ອມໂຍງ, ການຮ່ວມມືໃນປະຈຸບັນ ແລະ ສຶກສາຄວາມເປັນໄປໄດ້ໃນການລົງທຶນຮ່ວມກັນໃນອານາຄົດ.

See more pictures: http://bit.ly/2pPvlwf

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword