ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ໄດ້ລົງນາມຂໍ້ຕົກລົງຮ່ວມມື້ກັບ ຊ່ຽວຊານດ້ານຄຸນນະພາບ(QCs), ຂໍ້ຕົກລົງໄດ້ອະທິບາຍເຖິງການຮ່ວມມື ແລະ ວິທີການໃນການຮ່ວມມືໃນອະນາຄົດລະຫວ່າງ LNCCI ແລະ QCs

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ໄດ້ລົງນາມຂໍ້ຕົກລົງຮ່ວມມື້ກັບ ຊ່ຽວຊານດ້ານຄຸນນະພາບ(QCs), ຂໍ້ຕົກລົງໄດ້ອະທິບາຍເຖິງການຮ່ວມມື ແລະ ວິທີການໃນການຮ່ວມມືໃນອະນາຄົດລະຫວ່າງ LNCCI ແລະ QCs

ພາຍຫຼັງການຝຶກອົບຮົມເປັນເວລາເກືອບ 2 ປີ ແລະ ສໍາເລັດ 12 ຫຼັກສູດພາຍໃນໂຄງການ ຊ່ຽວຊານດ້ານຄຸນະພາບ Quality Champions (QCs). ໃນປີນີ້, QCs ໄດ້ເລີ່ມໃຫ້ຄຳແນະນຳ ແລະ ໃຫ້ຄຳປືກສາ ຫົວໜ່ວຍວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ໃນ ສປປ ລາວ.

ທີມ QCs ທີ່ໄດ້ຮັບການຝຶກອົບຮົມໂດຍສູນການຄ້າສາກົນ (ITC) ແລະໄດ້ຄັດເລືອກບໍລິສັດເພື່ອໃຫ້ຄຳແນະນຳປັບປຸງຄຸນນະພາບຂອງຜະລິດຕະພັນ ແລະ ການບໍລິການ.ໃນວັນທີ່ 21/11/2022. ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ໄດ້ລົງນາມຂໍ້ຕົກລົງຮ່ວມມື້ກັບ ຊ່ຽວຊານດ້ານຄຸນນະພາບ(QCs), ຂໍ້ຕົກລົງໄດ້ອະທິບາຍເຖິງການຮ່ວມມື ແລະ ວິທີການໃນການຮ່ວມມືໃນອະນາຄົດລະຫວ່າງ LNCCI ແລະ QCs. ເພື່ອຊ່ວຍໃຫ້ຄຳປືກສາ, ແນະນຳຫົວໜ່ວຍທຸລະກິດໃນ ສປປ ລາວ ໃນການປັບປຸງຜະລິດຕະພັນ ແລະ ປະສິດທິພາບການດຳເນີນງານ, ເພື່ອໃຫ້ສາມາດສະມັກເອົາມາດຕະຖານສາກົນ ແລະ ເພີ່ມທະວີການສົ່ງອອກ.
ITC ພັດທະນາໂຄງການ QC ໃນປີ 2018 ໂດຍມີຈຸດປະສົງເພື່ອປູກຝັງຄວາມສາມາດດ້ານຄຸນນະພາບໃນ SMEs ໂດຍການສ້າງທີມງານຜູ້ຊ່ຽວຊານທີ່ມີຄຸນວຸດທິທີ່ສາມາດຊ່ວຍໃຫ້ອົງການຈັດຕັ້ງເຫຼົ່ານີ້ປະສົບຜົນສໍາເລັດໃນຕະຫຼາດ.
ໃນປີທີ່ຜ່ານມາ, QCs ໄດ້ຮັບການຝຶກອົບຮົມເພື່ອນໍາໃຊ້ເຄື່ອງມື ແລະ ເຕັກນິກເພື່ອຮັບປະກັນຄວາມປອດໄພຂອງອາຫານ ແລະ ຄຸນນະພາບ ລວມໄປເຖີງການສ້າງມາດຕະຖານສາກົນ. ໃນບັນດາການຝຶກອົບຮົມແມ່ນລວມມີຫົວຂໍ້ການຄຸ້ມຄອງຄຸນນະພາບ, ຄວາມປອດໄພຂອງອາຫານ, Lean Six Sigma Green Belt, ISO 9001, Kaizen, ແລະ ມາດຕະຖານອື່ນໆ.
ພາຍຫລັງສໍາເລັດໂຄງການ, QCs ຈະໄດ້ຮັບໃບຢັ້ງຢືນຈາກສາກົນ ແລະ ໃຫ້ບໍລິການທຸລະກິດ ໃນ ສປປລາວ,ໂດຍການເປັນຄູຝຶກສອນ ແລະ ເປັນທີ່ປຶກສາໂດຍຜ່ານ LNCCI.
ກ່ຽວກັບໂຄງການ
ໂຄງການຜູ້ເປັນແບບຢ່າງດ້ານຄຸນນະພາບແມ່ນຈັດຕັ້ງປະຕິບັດໂດຍສູນການຄ້າສາກົນ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ໂດຍຜ່ານການຊ່ວຍເຫຼືອຈາກໂຄງການເຊື່ອມໂຍງພາກພື້ນອາຊຽນ ARISE Plus ປະຈຳ ສປປ ລາວ ແລະ ເຊິ່ງໄດ້ຮັບການສະໜັບສະໜູນຈາກສະຫະພາບເອີຣົບ. ໂຄງການດັ່ງກ່າວແມ່ນແນໃສ່ປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດໂດຍລວມ ແລະ ເພີ່ມທະວີການມີສ່ວນຮ່ວມໃນຕ່ອງໂສ້ມູນຄ່າທົ່ວໂລກ, ສຸມໃສ່ 2 ຂະແໜງການຄື: ກາເຟ ແລະ ປຸງແຕ່ງໄມ້.
ຂໍ້ມູນເພີ່ມເຕີມກະລຸນາເຂົ້າໄປທີ່: www.facebook.com/groups/ariseplus ແລະ https://intracen.org/arise-plus-laos

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword