ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ເຊັນສັນຍາຮ່ວມມືກັບ ກຸ່ມບໍລິສັດ 3S ພັດທະນາ ຈຳກັດຜູ້ດຽວ ເພື່ອຊຸກຍູ້ສົ່ງເສີມຜູ້ຄ້າຊາວຂາຍໃຫ້ສາມາດເຂົ້າຫາແຫຼ່ງທຶນໄດ້ງ່າຍຂື້ນພາຍໃຕ້ໂຄງການກອງທຶນນາງຟ້າ ສຄອຊ

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ເຊັນສັນຍາຮ່ວມມືກັບ ກຸ່ມບໍລິສັດ 3S ພັດທະນາ ຈຳກັດຜູ້ດຽວ ເພື່ອຊຸກຍູ້ສົ່ງເສີມຜູ້ຄ້າຊາວຂາຍໃຫ້ສາມາດເຂົ້າຫາແຫຼ່ງທຶນໄດ້ງ່າຍຂື້ນພາຍໃຕ້ໂຄງການກອງທຶນນາງຟ້າ ສຄອຊ

ໃນວັນທີ 18 ມິຖຸນາ 2021 ໄດ້ມີການຈັດພິທີເຊັນສັນຍາ ຮ່ວມກັນລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ກຸ່ມບໍລິສັດ 3S ພັດທະນາ ຈຳກັດຜູ້ດຽວ ເພື່ອຊຸກຍູ້ສົ່ງເສີມໃຫ້ຜູ້ຄ້າຊາວຂາຍສາມາດເຂົ້າຫາແຫຼ່ງທຶນໄດ້ງ່າຍຂື້ນພາຍໃຕ້ໂຄງການກອງທຶນນາງຟ້າຂອງ ສຄອຊ, ເຊິ່ງໃຫ້ກຽດລົງນາມໃນສັນຍາດັ່ງກ່າວໂດຍ ທ່ານ ດາວວອນ ພະຈັນທະວົງ ຮອງ ປະທານ ສະພາການຄ້າ ແລະ ອຸດສາຫະກແຫ່ງຊາດລາວ ແລະ ທ່ານ ປອ ພອນປະເສີດ ອິນທະສອນ ປະທານ ກຸມບໍລິສັດ 3ເອັສ໌ພັດທະນາ ຈຳກັດຜູ້ດຽວ, ຜູ້ສຳປະທານ ຕະຫຼາດສົດບຶງທາດຫຼວງ

ເນື້ອໃນຕົ້ນຕໍຂອງ ສັນຍາການຮ່ວມມືດັ່ງກ່າວ ແມ່ນ ສຄອຊ ຈະນໍາໃຊ້ທຶນຈາກໂຄງການກອງທຶນນາງຟ້າຂອງ ສຄອຊ ປ່ອຍກູ້ໃຫ້ແກ່ ກຸ່ມບໍລິສັດ 3S ພັດທະນາ ຈຳກັດຜູ້ດຽວ ໂດຍຜ່ານ ລະບົບທະນາຄານ ເພື່ອໃຫ້ກຸ່ມບໍລິສັດນໍາໄປທົດລອງສະໜອງໃຫ້ແກ່ກຸ່ມຜູ້ປະກອບການ, ຜູ້ຄ້າຊາວຂາຍພາຍໃນຕະຫຼາດບຶງທາດຫຼວງທີ່ເຮັດແທ້ທໍາຈິງເພື່ອປະກອບເປັນຕົ້ນທຶນໝູນວຽນໃນການຄ້າຂາຍໂດຍແນ່ໃສ່ຫຼຸດຜ່ອນພາລະການກູ້ຢືມທຶນຮອນນອກລະບົບທີ່ມີອັດຕາດອກເບ້ຍສູງ ແລະ ແນ່ໃສ່ຫຼຸດຜ່ອນລາຄາສິນຄ້າໃຫ້ຕໍ່າລົງ, ສ້າງຜົນປະໂຫຍດໃຫ້ທັງຜູ້ຊື້ ແລະ ຜູ້ຂາຍ, ເພີ່ມການສ້າງວຽກເຮັດງານທໍາ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນໃຫ້ນັບມື້ນັບຫຼາຍຂື້ນ.

ໂຄງການກອງທຶນນາງຟ້າຂອງ ສຄອຊ ແມ່ນໂຄງການສົ່ງເສີມໃຫ້ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຜູ້ທີ່ເຮັດແທ້ທໍາຈິງ ໂດຍສະເພາະແມ່ນສະມາຊິກຂອງ ສຄອຊ ໃຫ້ສາມາດເຂົ້າຫາແຫຼ່ງທຶນໄດ້ງ່າຍຂື້ນໃນອັດຕາດອກເບ້ຍຕໍ່າ ໂດຍນໍາໃຊ້ການສະໜອງທຶນຜ່ານລະບົບທະນາຄານ, ລາຍລະອຽດ ແລະ ເງື່ອນໄຂໃນການເຂົ້າຮ່ວມໂຄງການກອງທຶນນາງຟ້າຂອງ ສຄອຊ  ສາມາດສອບຖາມເພິ່ມເຕີ່ມໄດ້ ທີ່ ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ບ້ານ ໂພນພະເນົາ, ຖະໜົນ ໄກສອນພົມວິຫານ, ຫຼັກ 5, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.

Write a Message

Your email address will not be published.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword