ສອຄຊ ຈັດສຳມະນາເຜີຍແຜ່ກ່ຽວກັບການສົ່ງອອກຜະລິດຕະພັນລາວໄປສູ່ຕ່າງປະເທດ

ສອຄຊ ຈັດສຳມະນາເຜີຍແຜ່ກ່ຽວກັບການສົ່ງອອກຜະລິດຕະພັນລາວໄປສູ່ຕ່າງປະເທດ

ໃນວັນທີ 23 ກັນຍາ 2021 ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສອຄຊ) ໄດ້ຈັດສຳມະນາເຜີຍແຜ່ກ່ຽວກັບການສົ່ງອອກຜະລິດຕະພັນລາວໄປສູ່ຕ່າງປະເທດ ກໍ່ຄື ປະເທດໄທ ແລະ ປະເທດຫວຽດນາມ, ພາຍໃຕ້ໂຄງການສົ່ງເສີມຜະລິດຕະພັນຍີ່ຫໍ້ລາວ – ເພື່ອຊິວິດການເປັນຢູ່ທີ່ດີຂຶ້ນ ໂດຍໄດ້ຮັບການສະໜັບສະໜູນຈາກອົງການສະຫະປະຊາຊາດເພື່ອການພັດທະນາ.

ຈຸດປະສົງຫຼັກໃນການສຳມະນາເຜີຍແຜ່ໃນຄັ້ງນີ້ ແມ່ນເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບຂັ້ນຕອນທີ່ຕິດພັນກັບກົດໝາຍ ແລະ ລະບຽບຂໍ້ກຳນົດການສົ່ງອອກຜະລິດຕະພັນກະສິກຳໃຫ້ກັບຜູ້ປະກອບການ, ພະນັກງານສະພາການຄ້າທີ່ຢູ່ພະແນກຜະລິດຕະພັນລາວ ແລະ ວາງສະແດງ ເພື່ອໃຫ້ມີຄວາມຮູ້ເລິກເຊິງໃນການບໍລິການໃຫ້ຄຳປຶກສາ ແລະ ແນະນຳເພື່ອກຽມຄວາມພ້ອມໃຫ້ຜູ້ປະກອບການໃຫມ່ ຫຼື ຊາວໜຸ່ມໂດຍສະເພາະແມ່ນຜູ້ທີ່ເຂົ້າຮ່ວມແຂ່ງຂັນນະວັດຕະກຳຊາວໜຸ່ມ ທີ່ມີຄວາມຕ້ອງການຢາກສຶກສາເພີ່ມເຕີມ ແລະ ຜັນຂະຫຍາຍໄປປັບໃຊ້ໃນທຸລະກິດຂອງຕົນໄດ້. ນອກຈາກນີ້, ການສຳມະນາຍັງເປັນການເປີດເວທີການສົນທະນາໃຫ້ກັບຜູ້ເຂົ້າຮ່ວມໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນ, ຂໍ້ສະດວກຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆໃນການສົ່ງອອກ.

ສໍາລັບຜູ້ປະກອບການທີ່ມີປະສົບການໃນການສົ່ງອອກມາແລ້ວກໍ່ຍັງໄດ້ມາແລກປ່ຽນເຮັດແນວໃດ ເພື່ອປັບປຸງຂອດຂັ້ນການສົ່ງອອກ ແລະ ການປັບປຸງຄຸນນະພາບຂອງຜະລິດຕະພັນໃຫ້ໄດ້ມາດຕະຖານສາກົນ ເພື່ອກຽມສົ່ງອອກຜະລິດຕະພັນດັ່ງກ່າວສູ່ຕະຫຼາດພາຍໃນກໍ່ຄືຕະຫຼາດຕ່າງປະເທດ ເພາະນີ້ເປັນການຍົກລະດັບ ແລະ ປັບປຸງຊິວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນໂດຍສະເພາະແມເພື່ອປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມອີກດ້ວຍ.

Write a Message

Your email address will not be published.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword