ສຄອຊ ຮ່ວມກັບ ສຄອ ວຈ ຕົກລົງເຫັນດີ ເປັນເຈົ້າພາບຮ່ວມຈັດງານຜະລິດຕະພັນລາວ 2025 (Made In Lao 2025)
ແຂວງວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025, ທີ່ ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ວຽງຈັນ
ທ່ານ ນ. ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) , ທ່ານ ນາງ ສຸະພະພອນ ຄຳແສນນາມ ຮອງເລຂາ ສຄອຊ ພ້ອມດ້ວຍທີມງານ ສຄອຊ ໄດ້ເດີນທາງເຂົ້າຮ່ວມປະຊຸມພົບປະກັບ ສະພາຄ້າ ແລະ ອຸດສາຫະກໍາ ແຂວງວຽງຈັນ ເຊີ່ງເຂົ້າຮ່ວມໂດຍ ທ່ານ ຂັນທອງ ດວງປະເສີດ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ວຽງຈັນ ພ້ອມດ້ວຍຄະນະບໍລິຫານງນ ສຄອ ແຂວງ ວຽງຈັນ ແລະ ພະແນກການຄ້າ ແຂວງວຽງຈັນ.
ຈຸດປະສົງຫຼັກຂອງການປະຊຸມໃນຄັ້ງນີ້ ແມ່ນເພື່ອຮັບຟັງກ່ຽວກັບການລາຍງານຄວາມຄືບໜ້າການກະກຽມຈັດງານຜະລິດຕະພັນລາວ 2025 (Made In Lao 2025) ທີ່ຈະຈັດຂື້ນໃນລະຫວ່າງວັນທີ 01-08 ຕຸລາ 2025, ທີ່ ສູນວາງສະແດງສິນຄ້າ ລາວ-ໄອເຕັກ, ເຊີ່ງປີ 2025 ນີ້ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງວຽງຈັນ ຕົກລົງເຫັນດີ ເປັນເຈົ້າພາບຮ່ວມຈັດງານງານຜະລິດຕະພັນລາວ 2025 ພ້ອມດຽວກັນນັ້ນກອງປະຊຸມຍັງໄດ້ໃຫ້ຄໍາປຶກສາ ແລະ ແນະນໍາໃນການກະກຽມເປັນເຈົ້າພາບຮ່ວມຈັດງານເພື່ອໃຫ້ບັນລຸຕາມວັດຖຸປະສົງຂອງງານ.
ໃນຕອນບ່າຍ ເວລາ 14:00 ໂມງ ຂອງວັນດຽວກັນນັ້ນ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ສະພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ ແລະ ພະແນກການຄ້າ ແຂວງ ວຽງຈັນ ໄດ້ເຂົ້າພົບ ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ ນໍາໂດຍ ທ່ານ ນ. ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ, ທ່ານ ຂັນທອງ ດວງປະເສີດ ປະທານ ສຄອ ແຂວງວຽງຈັນ ແລະ ທ່ານ ໄພວັນ ປະຖັມມະວົງ ຫົວໜ້າ ພະແນກການຄ້າ ແຂວງ ວຽງຈັນ ແລະ ທ່ານ ບຸນທຽງ ວິລາວົງ ຮອງພະແນກການຄ້າ ແຂວງວຽງຈັນ ພ້ອມດ້ວຍທີມງານ ເຊີ່ງຈຸດປະສົງຂອງການເຂົ້າພົບທ່ານ ເຈົ້າແຂວງໃນຄັ້ງນີ້ ແມ່ນເພື່ອລາຍງານຄວາມຄືບໜ້າການກະກຽມຈັດງານຜະລິດຕະພັນລາວ 2025 ( Made in Laos 2025) ແລະ ປຶກສາຫາລືໃນການເປັນເຈົ້າພາບຮ່ວມຈັດງານຜະລິດຕະພັນລາວ 2025 (Made In Lao 2025) ຂອງແຂວງ.
ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງ, ແຂວງວຽງຈັນ ເຫັນດີຈະໃຫ້ການຊ່ວຍເຫຼືອການຈັດງານໃນຄັ້ງນີ້ຢ່າງເຕັມທີ່ ໂດຍໃຫ້ນຳຜົນງານອັນເດັ່ນຂອງແຂວງໄປວາງສະແດງ ບໍ່ວ່າຈະເປັນອາຫານ, ສິນຄ້າທີ່ເປັນເອກະລັກຂອງແຂວງ, ສະຖານທີ່ທ່ອງທ່ຽວທີ່ສວຍງາມຂອງແຂວງ ແລະ ການອອກແບບບູດພາວິລຽມຂອງແຂວງກໍ່ເຊັ່ນກັນ, ສຳລັບການອອກແບບແມ່ນໃຫ້ສະແດງເຖີງຄວາມອຸດົມຮັງມີຂອງແຂວງ ພ້ອມດຽວກັນນັ້ນໃຫ້ລາຍງານເປັນແຕ່ລະໄລຍະ.
