ສຄອຊ ສະເຫນີລັດຖະບານ ແກ້ໄຂຜົນກະທົບ ຂອງພະຍາດໂຄວິດ-19

ສຄອຊ ສະເຫນີລັດຖະບານ ແກ້ໄຂຜົນກະທົບ ຂອງພະຍາດໂຄວິດ-19

ໃນວັນທີ 17 ເມສານີ້, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ນຳສະເຫນີລັດຖະບານ, ໂດຍສະເພາະຄະນະສະເພາະກິດຮັບຜິດຊອບຕິດຕາມຜົນກະທົບ ແລະ ຜັນຂະຫຍາຍນະໂຍບາຍ ແລະ ມາດຕະການເພື່ອຫລຸດຜ່ອນຜົນກະທົບການລະບາດຂອງພະຍາດໂຄວິດ-19,

ໃຫ້ພິຈາລະນາອັນຮີບດ່ວນຕໍ່ຜົນກະທົບຂອງມາດຕະການສະກັດກັ້ນ, ປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19,ເນື່ອງຈາກມີການຕໍ່ເວລາການຈັດຕັ້ງປະຕິບັດຄຳສັ່ງ 06 ຂອງນາຍົກລັດຖະມົນຕີໄປຈົນເຖິງວັນທີ 3 ພຶດສະພາ 2020 ຊຶ່ງມີເນື້ອໃນໂດຍຫຍໍ້ວ່າ:

  1. ຂໍໃຫ້ລັດຖະບານພິຈາລະນາທຸກຄຳຮ້ອງຂອງບັນດາຫົວຫນ່ວຍວິສາຫະກິດ, ໂດຍສະເພາະໂຮງຈັກໂຮງງານປິ່ນອ້ອມຂະແຫນງການຜະລິດ, ລວມເຖິງໂຄງການ ທີ່ຢູ່ໃນເຂດ ຫລືນອກເຂດເສດຖະກິດພິເສດ ແລະ ສະເພາະ ທີ່ມີເງື່ອນໄຂ ແລະ ມາດຕະຖານໃນການປ້ອງກັນພະຍາດໂຄວິດນີ້ຕາມຄຳແນະນຳຂອງພາກສ່ວນກ່ຽວຂ້ອງໃຫ້ສາມາດດຳເນີນການຜະລິດ ແລະ ການບໍລິການຂອງຕົນໄດ້ໂດຍໄວເພື່ອເປັນການສົ່ງເສີມການຜະລິດພາຍໃນ, ການສ້າງວຽກເຮັດງານທຳ,ຫລຸດຜ່ອນຄວາມເສຍຫາຍຕໍ່ເສດຖະກິດໃຫ້ໄດ້ຫລາຍທີ່ສຸດ;
  2. ໃຫ້ລັດຖະບານພິຈາລະນາແກ້ໄຂສະພາບການກີດຂວາງ ແລະ ບໍ່ເອື້ອອຳນວຍຄວາມສະດວກໃຫ້ແກ່ລົດບັນທຸກສິນຄ້າ ໃນການຜ່ານດ່ານຂອງເມືອງ ແລະ ແຂວງເປັນການຮີບດ່ວນ;
  3. ໃຫ້ລັດຖະບານໂດຍສະເພາະກະຊວງໂຍທາທິການ ແລະ ຂົນສົ່ງແກ້ໄຂແຈ້ງການເລກທີ 266/ຍທຂ.ກສຂທີ່ຫ້າມຄົນຈີນຂັບລົດເຂົ້າມາເກັບສິນຄ້າກະສິກຳຢູ່ໃນໄລຍະເກັບກ່ຽວຜົນລະປູກເພື່ອສົ່ງອອກສປຈີນເຊັ່ນ: ຫມາກຖົ່ວ, ຫມາກໂມ,ກ້ວຍ-ອ້ອຍ ແລະ ອື່ນໆ, ໂດຍໃຫ້ແກ່ຍາວເວລາການປະຕິບັດແຈ້ງການດັ່ງກ່າວໄປອີກ 2 ເດືອນ ເພື່ອໃຫ້ລົດຈີນທີ່ມີເງື່ອນໄຂເຂົ້າມາຮັບສິນຄ້າຈາກຝ່າຍລາວໄດ້.ດັ່ງນັ້ນຈິ່ງສະເຫນີໃຫ້ພິຈາລະນາເປີດກ້ວາງກ່ຽວກັບວຽກງານການຂົນສົ່ງສິນຄ້າລະຫ່ວາງປະເທດໃຫ້ມີຄວາມສະດວກ, ວ່ອງໄວເພື່ອຮັບປະກັນໄລຍະເວລາການເກັບຮັກສາ ແລະ ຄຸນນະພາບຂອງສິນຄ້າ;
  4. ສະເຫນີໃຫ້ພິຈາລະນາວາງມາດຕະການຢ່າງຮີບດ່ວນຕໍ່ການສະຫນັບສະຫນູນເງິນອູດຫນູນຕໍ່ແຮງງານລາວທີ່ໄດ້ພັກວຽກຍ້ອນພະຍາດໂຄວິດ-19 ລະບາດ, ໂດຍການອອກນະໂຍບາຍຊ່ວຍເຫລືອສະຫນັບສະຫນູນເງິນອູດຫນູນໃຫ້ແກ່ແຮງງານທີ່ຢູ່ໃນລະບົບປະກັນສັງຄົມ ໂດຍອີງຕາມສັນຍາວ່າຈ້າງງານ ລະຫ່ວາງນາຍຈ້າງ ແລະ ຜູ້ອອກແຮງງານ ຫລື ເອກະສານຮັບເງິນເປັນການຢັ້ງຢືນ;
  5. ໃຫ້ລັດຖະບານພິຈາລະນາອອກຄຳສັ່ງເຖິງທະນາຄານໃຫ້ເລື່ອນການຊຳລະຫນີ້ທີ່ເປັນຕົ້ນທຶນ ແລະ ດອກເບ້ຍຂອງລູກຄ້າທີ່ເປັນຜູ້ປະກອບການຫລືເປັນຜູ້ອອກແຮງງານໃນໄລຍະ 3 ເດືອນຫລື 6 ເດືອນ ຕາມຄວາມເຫມາະສົມ, ເປັນເອກະພາບທົ່ວລະບົບ, ພ້ອມນັ້ນກໍສະເຫນີໃຫ້ທະນາຄານ ແລະ ສະຖາບັນການເງິນຈຸລະພາກປະຕິບັດຂໍ້ຕົກລົງສະບັບເລກທີ 238/ທຫລຕາມຄວາມເຫມາະສົມ;
  6. ສະເຫນີລັດຖະບານພິຈາລະນາອອກແຈ້ງການຫລືຂໍ້ຕົກລົງໃຫ້ສະຖາບັນການເງິນຈຸລະພາກປ່ອຍເງິນກູ້ສຸກເສີນທີ່ມີດອກເບ້ຍພິເສດຕໍ່າສຸດ, ໃນວົງເງິນທີ່ເຫມາະສົມແລະ ມີໄລຍະເວລາການກູ້ຢືມຢ່າງຫນ້ອຍ 6-12 ເດືອນ, ພ້ອມນັ້ນກໍສະເຫນີໃຫ້ເລື່ອນການຊຳລະອາກອນກຳໄລລ່ວງຫນ້າຂອງສະຖາບັນການເລິນຈຸລະພາກສຳລັບໄຕມາດ 1 ແລະ 2;
  7. ສະເຫນີລັດຖະບານພິຈາລະນາອອກນະໂຍບາຍຜ່ອນຜັນເພື່ອກຳນົດອັດຕາພາສີ-ອາກອນລວມທັງຄ່າເຊົ່າທີ່ດິນ, ສະຖານທີ່ປະກອບການ ແລະ ຫ້ອງພັກໂຮງແຮມເພື່ອເຮັດໃຫ້ຕົ້ນທຶນທຸລະກິດຕໍ່າລົງໃນຊ່ວງໄລຍະ 6 ເດືອນເພື່ອເຮັດໃຫ້ຜູ້ປະກອບການໂດຍສະເພາະSME ແລະ ແຮງງານທີ່ມີລາຍຮັບຕໍ່າເຂົ້າເຖິງໄດ້ງາຍ່ຂຶ້ນ;
  8. ສະເຫນີລັດຖະບານອອກແຈ້ງການ ແລະ ເອກະສານແນະນຳຕ່າງໆທີ່ກ່ຽວພັນເຖິງການເຄື່ອນໄຫວທຸລະກິດໃຫ້ມີຄວາມຊັດເຈນ ແລະ ເອກະພາບ ລະຫ່ວາງສູນກາງ ແລະ ທ້ອງຖິ່ນລວມເຖິງຂະແຫນງການຕ່າງໆທີ່ຕິດພັນກັບພາກທຸລະກິດ ເພື່ອປ້ອງກັນ ແລະ ຫລີກລຽງບໍ່ໃຫ້ເປັນຊ່ອງວ່າງຂອງກົນໄກຈັດຕັ້ງປະຕິບັດ.

Related Posts

ກອງປະຊຸມ ປຶກສາຫາລືກ່ຽວກັບ ລະດັບມາດຕະຖານການຫຼຸດຜ່ອນຜົນກະທົບຕໍ່ຊີວະນານາພັນ ຢູ່ ສປປ ລາວ

ກອງປະຊຸມ ປຶກສາຫາລືກ່ຽວກັບ ລະດັບມາດຕະຖານການຫຼຸດຜ່ອນຜົນກະທົບຕໍ່ຊີວະນານາພັນ ຢູ່ ສປປ ລາວ

ກອງປະຊຸມ ປຶກສາຫາລືກ່ຽວກັບ ລະດັບມາດຕະຖານການຫຼຸດຜ່ອນຜົນກະທົບຕໍ່ຊີວະນານາພັນ ຢູ່ ສປປ ລາວ, ໃນວັນທີ່ 14 ກຸພາ 2025, ທີ່ ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ…Read more

HELVETAS ເພີ່ມທະວີການຮ່ວມມືກັບ ສຄອຊ ເພື່ອພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ

HELVETAS ເພີ່ມທະວີການຮ່ວມມືກັບ ສຄອຊ ເພື່ອພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ

HELVETAS ເພີ່ມທະວີການຮ່ວມມືກັບ ສຄອຊ ເພື່ອພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 12 ກຸມພາ 2025.…Read more
ມູນຄ່າການຄ້າຕ່າງປະເທດ (ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ) ຂອງ ສປປ ລາວ ປະຈໍາປີ 2024 ບັນລຸໄດ້ 16,347 ລ້ານໂດລາສະຫະລັດ

ມູນຄ່າການຄ້າຕ່າງປະເທດ (ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ) ຂອງ ສປປ ລາວ ປະຈໍາປີ 2024 ບັນລຸໄດ້ 16,347 ລ້ານໂດລາສະຫະລັດ

ມູນຄ່າການຄ້າຕ່າງປະເທດ (ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ) ຂອງ ສປປ ລາວ ປະຈໍາປີ 2024 ບັນລຸໄດ້ 16,347 ລ້ານໂດລາສະຫະລັດ ທຽບໃສ່ ປິຜ່ານມາ…Read more

Enter your keyword