ພິທີເຊັນບົດບັນທຶກຂໍ້ຕົກລົງການຮ່ວມມືລະຫວ່າງ ສຄອຊ ແລະ ບັນດາທະນາຄານ

ພິທີເຊັນບົດບັນທຶກຂໍ້ຕົກລົງການຮ່ວມມືລະຫວ່າງ ສຄອຊ ແລະ ບັນດາທະນາຄານ

ໃນວັນທີ 14 ສິງຫາ 2019 ເວລາ 13:00-16:00 ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ. ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ຈັດພີທີເຊັນບົດບັນທຶກ ຂໍ້ຕົກລົງການຮ່ວມມືລະຫວ່າງ ສຄອຊ ແລະ ບັນດາ ທະນາຄານ ໃນ ສປປ ລາວ. ເຊິ່ງເປັນກຽດເຂົ້າຮ່ວມພີທີ ແລະ ຮ່ວມເຊັນບົດບັນທຶກຂໍ້ຕົກລົງການຮ່ວມມືດັ່ງກ່າວ.

ໂດຍແມ່ນ: ທ່ານ ນາງ ວາລີ ເວດສະພົງ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ກໍ່ໃຫ້ກຽດເຂົ້າຮ່ວມ,     ທ່ານ ສຸພັກ ຖິ່ນໄຊພອນ, ຮອງຜູ້ອຳນວຍການໃຫ່ຍ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ທ່ານ ນາລິນ ສີລະວົງສິດ, ຮອງຜູ້ອຳນວຍການໃຫ່ຍ ທະນາຄານພັດທະນາລາວ ທ່ານ ຫງວຽນ ວັນ ບິ່ງ (Nguyen Van Binh), ຜູ້ອຳນວຍການໃຫ່ຍ ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ທ່ານ ນາງ ເຕີ້ງຢູ, ຜູ້ອຳນວຍການໃຫ່ຍ ທະນາຄານລາວ-ຈີນ ຈຳກັດ ທ່ານ ດຣ. ຮາຍ ສະວາຍ (Hay SVAY), ຜູ້ອຳນວຍການໃຫ່ຍ ທະນາຄານເອຊີລີດາ ລາວ ຈຳກັດ ທ່ານ ຟານ ແທ້ງຕ້ວນ, ຮອງຜູ້ອຳນວຍການໃຫ່ຍ ທະນາຄານໄຊງ່ອນ ເທືອງຕິ່ນ ລາວຈຳກັດ (ທະນາຄານ ຊາຄອມແບ້ງ ລາວ) ທ່ານ ຈິຣັດຊະຍຸດ ອຳຍົງ, ຜູ້ອຳນວຍການໃຫ່ຍ ທະນາຄານ ເອັສທີ ທ່ານ ອາໂນ ໂກລິເຢ້, ຜູ້ອຳນວຍການໃຫ່ຍ ທະນາຄານ ທະນາຄານ ລາວ-ຝຼັ່ງ.

ຈຸດປະສົງຂອງພີທີເຊັນບົດບັນທຶກ ໃນຄັ້ງນີ້, ກໍ່ແມ່ນ ການເຊັນຂໍ້ຕົກລົງຮ່ວມມື ກັບ 8 ທະນາຄານ ຢູ່ໃນ ສປປ ລາວ ເພື່ອເປັນການ ສະໜັບສະໜູນ ແລະ ສົ່ງເສີມ ການສ້າງຄວາມເຂັ້ມແຂງ ໃຫ້ແກ່ ບັນດາ ຜູ້ປະກອບການທຸລະກິດ ໃນ ສປປ ລາວ, ແລະ ເພື່ອບັນລຸຕາມເປົ້າໝາຍການຈັດຕັ້ງປະຕິບັດ ໂຄງການ ເຂົ້າເຖິງແຫຼ່ງທຶນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ເຊິ່ງໂຄງການ ຂອງ ກົມສົ່ງເສີມວິສະຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກໍາ ແລະ ການຄ້າ ທີ່ໄດ້ຮັບການສະໜັບສະໜູນ ທຶນ ຈາກທະນາຄານໂລກ. ໂດຍ ອົງການແຮງງານສາກົນ (ILO) ຮ່ວມມື ກັບ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ກໍ່ຄື ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ ເປັນຜູ້ຈັດຕັ້ງປະຕິບັດກິດຈະກຳດັ່ງກ່າວ.

ຂອບໃຈພາບ ແລະ ຂ່າວ ເພຈ: Laos SME Service Center

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword