ສຄອຊ ແລະ ສຄອ ມົງໂກເລຍ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈເພື່ອສົ່ງເສີມການຮ່ວມ ມືໃນການພົວພັນການສົ່ງເສີມທຸລະກິດລະຫວ່າງສອງປະເທດ

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດມົງໂກເລຍ ໄດ້ຮ່ວມກັນຈັດງານພົບປະທຸລະກິດ 2

ຝ່າຍ ແລະ ງານວາງສະແດງສິນຄ້າຂອງ 2 ປະເທດຂື້ນ ໃນວັນທີ 6 ພະຈິກ 2023 ທີ່ ໂຮງແຮມແລນມາກ. ເຊິ່ງພາຍໃນງານດັ່ງກ່າວມີທຸລະກິດທີ່ເຂົ້າຮ່ວມ ແລະ ວາງສະແດງລວມມີຂະແໜງການຄ້າ, ນຳເຂົ້າ-ສົ່ງອອກສິນຄ້າ, ກະສິກຳ, ເຂົ້າ, ປູກຝັງຊາ-ກາເຟ, ຂົນສົ່ງ, ທ່ອງທ່ຽວ, ແລະ ຂະແໜງການອື່ນໆທີ່ກ່ຽວຂ້ອງ.
ຈຸດປະສົງເພື່ອເປັນເວທີສົ່ງເສີມ ແລະ ເປີດໂອກາດໃຫ້ນັກທຸລະກິດທັງສອງປະເທດໄດ້ພົບປະປຶກສາຫາລື, ແລກປ່ຽນຂໍ້ມູນເພື່ອກ້າວໄປເຖິງການດຳເນີນທຸລະກິດຮ່ວມກັນໃນອານາຄົດ ແລະ ເປັນເວທີສົ່ງເສີມເປີດກວ້າງຜະລິດຕະພັນລາວໃຫ້ສາກົນໄດ້ຮັບຮູ້.
ນອກຈາກນັ້ນ, ພາຍໃນງານດັ່ງກ່າວ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດມົງໂກເລຍ ຍັງໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈເພື່ອສົ່ງເສີມການຮ່ວມມືໃນການພົວພັນການສົ່ງເສີມທຸລະກິດລະຫວ່າງສອງປະເທດອີກດ້ວຍ

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword