ກອງປະຊຸມປຶກສາຫາລືຂະແໜງການໂລຈິສຕິກ

ກອງປະຊຸມປຶກສາຫາລືຂະແໜງການໂລຈິສຕິກ

ກອງປະຊຸມປຶກສາຫາລືຂະແໜງການໂລຈິສຕິກ ໃນວັນທີ 29 ຕຸລາ 2024, ທີ່ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ
ທ່ານ ຈັນທອນ ສິດທິໄຊ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ),

ຫົວໜ້າໜ່ວຍງານປຶກສາຫາລືຂະແໜງການໂລຈິສຕິກ ໃຫ້ກຽດເປັນປະທານໃນທີ່ປະຊຸມ ພາຍໃຕ້ກົນໄກກອງປະຊຸມທຸລະກິດລາວ. ໃນກອງປະຊຸມດັ່ງກ່າວໄດ້ມີການເຂົ້າຮ່ວມໂດຍ ທ່ານ ວັນທອງ ສິດທິກຸນ, ຮອງປະທານ ສຄອຊ, ຜູ້ຊີ້ນໍາກອງເລຂາກອງປະຊຸມທຸລະກິດລາວ, ບັນດາຜູ້ປະກອບການທີ່ປິ່ນອ້ອມການບໍລິການຂົນສົ່ງ ແລະ ໂລຈິສຕິກ ລວມທັງກອງເລຂາຂອງກອງປະຊຸມທຸລະກິດລາວ ເຂົ້າຮ່ວມ ທັງໝົດເປັນຈໍານວນ 34 ທ່ານ, ຍິງ 11 ທ່ານ. ຈຸດປະສົງຂອງກອງປະຊຸມແມ່ນ ເພື່ອລາຍງານຄວາມຄືບໜ້າຂອງ ບັນຫາທີ່ໄດ້ຍົກຂຶ້ນໃນກອງປະຊຸມທຸລະກິດລາວຄັ້ງຜ່ານມາ ແລະ ໃຫ້ຜູ້ປະກອບການ ໃນຂະແໜງການໂລຈິສຕິກສະເໜີ, ປຶກສາຫາລື ແລະ ກໍານົດບັນຫາບູລິມະສິດທີ່ເປັນຂໍ້ຫຍຸ້ງຍາກໃນການດໍາເນີນທຸລະກິດ ຂອງຂະແໜງການ ພ້ອມດ້ວຍສະເໜີວິທີແກ້ໄຂ, ສັງລວມໃຫ້ແກ່ກອງເລຂາກອງປະຊຸມທຸລະກິດລາວ ຄັດຈ້ອນເອົາເຂົ້າໃນຂະບວນການ ປຶກສາຫາລືຂອງກອງປະຊຸມທຸລະກິດລາວຄັ້ງທີ 16 ໃນຂັ້ນຕໍ່ໄປ, ເຊິ່ງເນື້ອໃນຂອງກອງປະຊຸມສາມາດສັງລວມໄດ້ລຸ່ມນີ້ດັ່ງນີ້:
ຂໍ້ສະເໜີທີ່ຖືກແກ້ໄຂແລ້ວ:
1) ການອໍານວຍຄວາມສະດວກໃຫ້ແກ່ການແຈ້ງພາສີ
2) ການອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າຜ່ານທາງລົດໄຟຢູ່ສະຖານີວຽງຈັນໃຕ້
ຂໍ້ສະເໜີທີ່ຢູ່ໃນຂັ້ນຕອນການແກ້ໄຂ:
1) ຂັ້ນຕອນການນໍາເອົາລົດຂົນສົ່ງຈາກຕ່າງປະເທດເຂົ້າມາຂົນສິນຄ້າຢູ່ ສປປ ລາວ ໂດຍບໍ່ໄດ້ຄ່ຽນຖ່າຍເພື່ອສົ່ງເສີມການສົ່ງອອກ
2) ການປັບປຸງການບໍລິການຂອງທ່າບົກໃນ ສປປປ ລາວ
ການປຶກສາຫາລືບັນຫາໃໝ່:
1) ການປະຕິບັດລະບຽບການຄຸ້ມຄອງນໍ້າໜັກຂອງລົດບັນທຸກ ໂດຍສະເພາະແມ່ນການດໍາເນີນງານຂອງບັນດາຈຸດຊັ່ງນໍ້າ ໜັກຢູ່ຕາມຖະໜົນຫຼັກ
2) ການບໍລິການຂອງບໍລິສັດລົດໄຟ ລາວ-ຈີນ
3) ຍຸດທະສາດການພັດທະນາຂະແໜງການບໍລິການຂົນສົ່ງ ແລະ ໂລຈິສຕິກ ໃນຕໍ່ໜ້າ
ພາຍຫຼັງກອງປະຊຸມນີ້, ກອງເລຂາກອງປະຊຸມທຸລະກິດລາວ ທີ່ປະຈໍາຢູ່ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ຮ່ວມກັບ ໜ່ວຍງານປຶກສາຫາລື ຂະແໜງການບໍລິການ, ຈະໄດ້ຮວບຮວມບັນຫາບູລິມະສິດ ທີ່ຜູ້ເຂົ້າຮ່ວມໄດ້ສະເໜີ ແລະ ກະກຽມບົດສະເໜີບັນຫາ ເພື່ອສົ່ງໃຫ້ຂະແໜງການທີ່ກ່ຽວຂ້ອງຂອງພາກລັດ ຄົ້ນຄວ້າ ແລະ ກະກຽມສໍາລັບກອງປະຊຸມປຶກສາຫາລືລະຫວ່າງ ພາກລັດ ແລະ ພາກທຸລະກິດ ໃນຂັ້ນຕໍ່ໄປ.
ກອງປະຊຸມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT), ເຊິ່ງເປັນໂຄງການ ທີ່ໄດ້ຮັບການປະກອບທຶນຮ່ວມເຂົ້າກອງທຶນສົບທົບຫຼາຍຝ່າຍ ໂດຍທະນາຄານໂລກ, ລັດຖະບານອົດສະຕຣາລີ, ລັດຖະບານ ໄອແລນ ແລະ ລັດຖະບານ ອາເມຣິກາ, ເຊິ່ງເປົ້າໝາຍຫຼັກແມ່ນການຫຼຸດຜ່ອນ ແລະ ລົບລ້າງອຸປະສັກທີ່ມີຕໍ່ການເຕີບໃຫຍ່ຂະຫຍາຍຕົວຂອງທຸລະກິດ ໂດຍການປັບປຸງສະພາບແວດລ້ອມດ້ານລະບຽບກົດໝາຍ, ຫຼຸດຜ່ອນຕົ້ນທຶນການຄ້າ ແລະ ຍົກລະດັບຄວາມສາມາດການແຂ່ງຂັນຂອງພາກທຸລະກິດ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword