ພິທີເປີດງານຜະລິດຕະພັນລາວ 2024 Made in Laos 2024

ພິທີເປີດງານຜະລິດຕະພັນລາວ 2024 Made in Laos 2024

ພິທີເປີດງານຜະລິດຕະພັນລາວ 2024 Made in Laos 2024, ໃນວັນທີ 01 ຕຸລາ 2024, ທີ່ ສູນການຄ້າລາວໄອເຕັກ, ໃຫ້ກຽດກ່າວເປີດພິທີຢ່າງເປັນທາງການໂດຍ

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ໃຫ້ກຽດເຂົ້າຮ່ວມງານໂດຍ ພະນະທ່ານ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ທ່ານເຈົ້າແຂວງ ແລະ ຜູ້ຕາງໜ້າອົງການ ຈັດຕັ້ງພາກລັດ ແລະ ບັນດາເອກອັກຄະລະຖະທູດ, ທຸຕານຸທູດ, ທູດຕາງໜ້າ, ຕາງໜ້າອົງການ ຈັດຕັ້ງສາກົນ, ຄະນະບໍລິຫານງານ ສຄອຊ, ຕາງໜ້າທຸລະກິດ ພ້ອມທັງບັນດາສະມາຊິກ ຂອງ ສຄອຊ
ງານຜະລິດຕະພັນລາວ 2024 Made in Laos 2024 ຈັດຂື້ນລະຫວ່າງວັນທີ 28 ສິງຫາ – 7 ຕຸລາ 2024, ງານຜະລິດຕະພັນລາວ 2024ນີ້ ໄດ້ຈັດຂື້ນເກືອບທຸກໆປີ ໂດຍ ສຄອຊ ເຊີ່ງໄດ້ຈັດຂື້ນຄັ້ງທໍາອິດໃນປີ 2011 ເຊິງມາຮອດປີນີ້ ແມ່ນຄົບຮອບປີທີ່ 10 ຂອງການຈັດງານຜະລີດຕະພັນລາວ ໂດຍໄດ້ຮັບການສະໜັບສະໜູນ ແລະ ຊີ້ນໍາຢ່າງໃກ້ສິດຈາກລັດຖະບານ ໂດຍສະເພາະແມ່ນ ກະຊວງອຸດສາຫະກຳ ແລະ ການຄ້າ
ເຈົ້າພາບຮ່ວມຫຼັກຂອງງານຜະລິດຕະພັນລາວ 2024ນີ້ ແມ່ນ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ສະຫວັນນະເຂດ ເປັນເຈົ້າພາບຮ່ວມຫຼັກຂອງງານ ພາຍໃນງານ ແມ່ນມີການວາງສະແດງ ສິນຄ້າຈາກຫຼາຍແຂວງ ລວມໝົດມີ 150 ບໍລິສັດ ແລະ ມີທັງໝົດ 201 ຫ້ອງວາງສະແດງ, ລວມມູນຄ່າສິນຄ້າທີ່ນຳມາວາງສະແດງ ຫລາຍກວ່າ 9.000.000.000 ກີບ (ເກົ້າຕື້ກີກ່ວາກີບ) ໂດຍມີຫລາກຫລາຍສິ້ນຄ້າທີ່ມາຈາກຫຼາຍຂະແໜງການດັ່ງນີ້:
– ຂະແໜງ ຜະລິດຕະພັນ ຫັດຖະກຳແຜນແຜ່,ຜ້າຝ້າຍ, ຜ້າໃໝ
– ຂະແໜງ ຜະລິດຕະພັນ ເຟີນີເຈີ ແລະ ເຄື່ອງຕົບແຕ່ງພາຍໃນພາຍ
– ຂະແໜງ ຜະລິດຕະພັນ ກະສີກຳ ( ເຂົ້າ, ຊາ, ກາເຟ )
– ຂະແໜງ ຜະລິດຕະພັນ ອາຫານ ແລະ ເຄື່ອງດື່ມ
– ຂະແໜງ ຜະລິດຕະພັນອຸດສາຫະກໍາໜັກ – ເບົາ
– ຂະແໜງ ຜະລິດຕະພັນ ຂົນສົ່ງ, ທະນາຄານ, ຄຣີນີກ
– ຂະແໜງ ຜະລິດຕະພັນລາວ ຫັດຖະກຳໄມ້ປ່ອງ
– ຂະແຫນງ ຜະລິດຕະພັນ ໜືງເມື່ອງໜື່ງຜະລິດພັນ (ODOP) ສິນຄ້າຈາກຄອບຄົວຕົວແບບຂອງ
– ຂະແໜງ ຜະລິດຕະພັນ ສິນຄ້າຂອງບັນປະເທດອາຊຽນ + ສປ ຈີນ
ງານຜະລິດຕະພັນລາວ 2024 ຖືໄດ້ວ່າເປັນກິດຈະກໍາ ທີ່ສໍາຄັນອັນໜຶ່ງຂອງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເຊິງນອນໃນເສົາຄໍ້າທີ່ 3 ຂອງ (ສຄອຊ) ວ່າດ້ວຍການພັດທະນາສົ່ງເສີມຜະລິດຕະພັນລາວ, ຍີ່ຫໍ້ລາວ ແລະ ການບໍລິໂພກ ຜະລິດຕະພັນລາວ
ຈຸດປະສົງຫລັກຂອງການຈັດງານໃນຄັ້ງນີ້ ແມ່ນເພື່ອເປັນການສ້າງກິດຈະກຳໜື່ງຂອງພາກທຸລະກິດ ເພື່ອປະກອບສ່ວນໃນການສ້າງເວທີ ແລະ ເປັນການໂຄສະນາສົ່ງເສີມຜະລິດຕະພັນທີ່ຜະລິດໃນລາວ, ພ້ອມທັງເອື້ອອໍານວຍ ສົ່ງເສີມໃຫ້ແກ່ຜູ້ປະກອບການທີ່ເຮັດການຜະລິດທັງພາຍໃນ ແລະ ຕ່າງປະເທດ, ໂດຍສະເພາະ ສ້າງຍີ່ຫໍ້ສິນຄ້າທີ່ຜະລິດໃນລາວໃຫ້ມີມາດຕະຖານ ແລະ ຄຸນນະພາບ, ສາມາດແຂ່ງຂັນຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດໃຫ້ນັບມື້ນັບຫຼາຍຂື້ນ, ພ້ອມດຽວກັນນັ້ນກໍ່ເພື່ອເປັນການສ້າງຄວາມພາກພູມໃຈ, ຊຸກຍູ້ສົ່ງເສີມໃຫ້ນໍາໃຊ້ຜະລິດຕະພັນລາວ ແລະ ເພື່ອເປັນການຫລຸດຜ່ອນການນໍາເຂົ້າສິນຄ້າຈາກຕ່າງປະເທດ ຄືດັ່ງ ຫົວຂໍ້ຫຼັກຂອງງານ “ ພາຍໃຕ້ຫົວຂໍ້: “ຊຸກຍູ້ພັກດັນເສດຖະກິດ ຜະລິດຕະພັນລາວ ກ້າວສູ່ສາກົນ” ໂດຍເປົ້າໝາຍໂດຍລວມກໍ່ເພື່ອ ປະກອບສ່ວນສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າຂື້ນໄປເລື້ອຍໆ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword