ຝຶກອົບຮົມໃນຫົວຂໍ້ຫຼັກສູດ: “ການບໍລິຫານຈັດການ ໂດຍເນັ້ນທັກສະຜູ້ນຳຍຸກໃໝ່” Management Training Program(MTP).

ນະຄອນຫຼວງວຽງຈັນ, ໃນວັນທີ 11 ກຸມພາ 2026 ທີ່ໂຮງແຮມແລນມາກແມ່ຂອງລີເວີໄຊ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ສະມາຄົມເພື່ອການສົ່ງເສີມດ້ານວິຊາການຕ່າງປະເທດ

ຫຼື BREXA CrossBorder ໄດ້ຈັດການຝຶກອົບຮົມໃນຫົວຂໍ້ຫຼັກສູດ: “ການບໍລິຫານຈັດການ ໂດຍເນັ້ນທັກສະຜູ້ນຳຍຸກໃໝ່” Management Training Program(MTP).
ເຊິ່ງໃຫ້ກຽດເປັນປະທານໂດຍ ທ່ານ ດາວວອນ ພະຈັນທະວົງ ຮອງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ Mr. YAEGASHI Hitoshi, Trainer/Instructor for Corporate Training Programs (MTP, TWI, etc.), Japan Industrial Training Association (JITA), ບັນດາແຂກຖືກເຊີນຈາກພາກທຸລະກິດຫຼາຍຂະແໜງການຫຼາຍກວ່າ 60ທ່ານ ການຝຶກອົບຮົມຈະໄດ້ດຳເນີນການເປັນເວລາ 2ວັນ ໃນລະຫວ່າງ ວັນທີ 11-12 ກຸມພາ 2026.

ການຝຶກອົບຮົມໃນຫົວຂໍ້ຫຼັກສຸດ ການບໍລິຫານຈັດການ ໂດຍເນັ້ນທັກສະຜູ້ນຳຍຸກໃໝ່ ເປົ້າໝາຍເພື່ອແນ່ໃສ່ໃຫ້ການບໍລິຫານທຸລະກິດໃນ ສປປ ລາວ ກໍ່ຄືຂະແໜງທຸລະກິດຕ່າງໆ ໃຫ້ເປັນຜູ້ບໍລິຫານມືອາຊີບໃນການເພີ່ມປະສິດທິພາບໃນການເຮັດວຽກ ໃນການບໍລິຫານຈັດການ ອົງກອນ ແລະ ທັງເປັນການແລກປ່ຽນປະສົບການຂອງບໍລິສັດເອງໃນການບໍລິຫານຈັດການຂອງທ່ານ.
ນອກຈາກນີ້, ສະມາຄົມເພື່ອການສົ່ງເສີມດ້ານວິຊາການຕ່າງປະເທດ ຫຼື BREXA CrossBorder ຍັງໄດ້ໃຫ້ທຶນຝຶກອົບຮົມໄລຍະສັ້ນປະເທດຢີ່ປຸ່ນ, ຊື່ງທືນດັ່ງກ່າວແມ່ນໄດ້ແຈກຢາຍໃຫ້ບັນດາຂະແໜງທຸລະກິດທີ່ເປັນສະມາຊິກຂອງ ສຄອຊ ເພື່ອສະໝັກເຂົ້າຮຽນ, ໃນການຍົກລະດັບຜູ້ບໍລີຫານທຸລະກິດ ໃນການບໍລິຫານທຸລະກິດ ແລະ ບໍລິຫານບຸກຄະລາກອນ, ການປັບປຸງຄຸນນະພາບຂອງຜະລິດຕະພັນ, ວຽກງານພັດທະນາດ້ານອຸດສາຫະກຳ ສາຍພົວພັນແຮງງານ, ວຽກງານສຸຂະພາບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກທີ່ເປັນການເພີ່ມປະສິດທິພາບໃນການເຮັດວຽກຄຽງຄູ່ກັບຄຸນນະພາບຂອງການຜະລິດ.
ປະຈຸບັນລັດຖະບານແຫ່ງ ສປປ ລາວ ໃດ້ສົ່ງເສີມ ແລະ ເປີດກວ້າງການຄ້າ-ການລົງທຶນພາຍໃນປະເທດຄ່ຽງຄູ່ກັບການພັດທະນາດ້ານຊັບພະຍາກອນມະນຸດເພື່ອໃຫ້ສາມາດຕອບສະໜອງໄດ້ຕາມການພັດທະນາເສດຖະກິດ-ສັງຄົມຕາມຄາດໝາຍສູ້ຊົນຂອງລັດຖະບານທີ່ວາງໃວ້ເພື່ອນຳພາປະເທດຫຼຸດພົ້ນອອກຈາກການເປັນປະເທດດ້ອຍພັດທະນາໃນປີ 2026, ແຕ່ຍ້ອນຜົນກະທົບ ແລະ ສະພາບເສດຖະກິດ-ສັງຄົມ ປະເຊີນກັບຄວາມຫຍຸ້ງຍາກ ສົ່ງຜົນໃຫ້ສະພາບເສດຖະກິດປະເຊີນກັບບັນຫາຫຼາຍດ້ານ.

ດັ່ງນັ້ນ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ໃນນາມເປັນອົງກອນຕາງໜ້າໃຫ້ແກ່ນັກທຸລະກິດລາວ ແລະ ຕ່າງໜ້າຜູ້ໃຊ້ແຮງງານ ຈຶ່ງໃດ້ຮ່ວມມືກັບສະມາຄົມເພື່ອສົ່ງເສີມດ້ານວິຊາການຕ່າງປະເທດ ຫຼື BREXA CrossBorder ໃນຫົວຂໍ້: ການບໍລິຫານຈັດການ ໂດຍເນັ້ນທັກສະຜູ້ນໍາຍຸກໃໝ່ ຂຶ້ນເພື່ອໃຫ້ບັນດາ ທ່ານ ກໍຄືນັກທຸລະກິດລາວໃດ້ຮຽນຮູ້ບົດຮຽນດ້ານການບໍລິຫານຂອງປະເທດຢີ່ປຸ່ນ ເຊິ່ງເປັນປະເທດໜື່ງທີ່ປະສົບຜົນສຳເລັດດ້ານການບໍລິຫານທຸລະກິດ ແລະ ການຄຸ້ມຄອງບຸກຄະລາກອນ.

Related Posts

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 04 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ຈຳກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ

ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 03 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃນນາມສະມາຊິກ

Enter your keyword