ກອງປະຊຸມປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ກັບໂຄງປະກອບຂອງວຽກງານອາຊີວະສຶກສາ

ກອງປະຊຸມປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ກັບໂຄງປະກອບຂອງວຽກງານອາຊີວະສຶກສາ

ໃນວັນທີ 17 ສິງຫາ, 2021 ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ (LNCCI) ໄດ້ຮ່ວມກັບ ກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມປຶກສາຫາລື ລະຫວ່າງພາກລັດ-ທຸລະກິດ ເພື່ອເສີມສ້າງຄວາມເຂັ້ມແຂງໃຫັກັບໂຄງປະກອບວຽກງານອາຊີວະສຶກສາຂື້ນ ທີ່ໂຮງແຮມຄຣາວພາຊາ

ພາຍໃຕ້ການເປັນປະທານຂອງທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາ  ແລະ ທ່ານ ວັນທອງ ສິດທິກຸນ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ໂດຍມີຜູ້ເຂົ້າຮ່ວມກອງປະຊຸມຈາກພາກລັດ-ທຸລະກິດ ເຊັ່ນ ຜູ້ຕາງໜ້າກຸ່ມອາຊີບ (TWGs), ກົມອາຊີວະສຶກສາ (DTVET), ສະຖາບັນພັດທະນາອາຊີວະສຶກສາ (VEDI), ສະພາທີ່ປຶກສາອາຊີວະສຶກສາ ແລະ ພັດທະນາສີມືແຮງງານແຫ່ງຊາດ (NTC), ຫ້ອງການປະຈໍາສະພາທີ່ປຶກສາອາຊີວະສຶກສາ ແລະ ພັດທະນາສີມືແຮງງານແຫ່ງຊາດ (NTC-PO), ຄະນະຊີ້ນໍາ ສູນບໍລິການອາຊີວະສຶກສາແບບຄວບຄູ່ ສຄອຊ (DCT Committee LNCCI), ໂຄງການສະໜັບສະໜູນການເງິນ ອາຊີວະສຶກສາ (VEFF), ໂຄງການທັກສະສໍາລັບວຽກງານທ່ອງທ່ຽວ.ລາວ/029   ແລະ ໂຄງການພັດທະນາອາຊີວະສຶກສາ (VELA) ໄດ້ສະໜັບສະໜູນດ້ານງົບປະມານໃນການຈັດກອງປະຊຸມ.

       ກອງປະຊຸມໄດ້ມີການ ໄດ້ມີການປຶກສາຫາລື ແລະ ປະກອບຄໍາເຫັນຢ່າງກົງໄປກົງມາ ເພື່ອພ້ອມກັນປັບປຸງກົນໄກ ວິທີການເຮັດວຽກ ແລະ ການສ້າງຄວາມເຂັ້ມແຂງໃຫ້ພາກສ່ວນທີ່ກ່ຽວຂ້ອງໃຫ້ມີຄວາມເຂັ້ມແຂງ ຮັບປະກັນໃຫ້ສາມາດປະຕິບັດພາລະບົດບາດຂອງຕົນທີ່ກໍານົດໄວ້ກົດໝາຍວ່າດ້ວຍອາຊີວະສຶກສາ. ຕາງໜ້າໃຫ້ພາກທຸລະກິດ ໄດ້ສະເໜີໃຫ້ກອງປະຊຸມ ພິຈາລະນາປັບປຸງ ພາລະບົດບາດ ແລະ ໜ້າທີ່ປັດຈຸບັນຂອງ ສະພາທີ່ປຶກສາອາຊີວະສຶກສາແຫ່ງຊາດ (NTC), ຫ້ອງການປະຈຳຂອງ ສະພາທີ່ປຶກສາອາຊີວະສຶກສາແຫ່ງຊາດ (NTC-PO) ແລະ ໜ່ວຍງານກຸ່ມອາຊີບ (TWGs) ແລະ ໄດ້ສະເໜີທາງເລືອກເພື່ອປັບປຸງພາລະບົດບາດ ແລະ ໜ້າທີ່ຂອງບັນດາໜ່ວຍງານດັ່ງກ່າວໃຫ້ສອດຄ່ອງກັບຄວາມຕ້ອງການເປັນຈິງ ແລະ ສາມາດພັດທະນາແຮງງານໃຫ້ສະມາດຕອບສະໜອງຕາມຄວາມຕ້ອງການຂອງພາກທຸລະກິດ. ໃນນັ້ນກອງປະຊຸມໄດ້ຊີ້ນໍາໃຫ້ມີການປັບປຸງນິຕິກໍາກຸ່ມກົດໝາຍອາຊີສະສຶກສາ, ລວມໄປເຖິງການປັບປຸງໂຄງປະກອບການຈັດຕັ້ງຂອງສະພາທີ່ປຶກສາອາຊີວະສຶກສາແຫ່ງຊາດ, ຫ້ອງການປະຈຳຂອງ ສະພາທີ່ປຶກສາອາຊີວະສຶກສາແຫ່ງຊາດ,  ໜ່ວຍງານກຸ່ມອາຊີບ ແລະ ສູນບໍລິການອາຊີວະສຶກສາແບບຄວບຄູ່ (DCT SC).

       ກອງປະຊຸມປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ກັບໂຄງປະກອບຂອງວຽກງານອາຊີວະສຶກສາ ໃນຄັ້ງນີ້ ໄດ້ກາຍເປັນນິມິດໝາຍອັນສໍາຄັນ ໃນການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດ ໃນການສ້າງຄວາມເຂັ້ມແຂງ ໃຫ້ກັບໂຄງປະກອບຂອງວຽກງານອາຊີວະສຶກສາ ແນໃສ່ຮັບປະກັນ ການປັບປຸງ ແລະ ສະໜອງແຮງງານທີ່ມີສີມືໃຫ້ກັບຄວາມຕ້ອງການຂອງຕະຫຼາດແຮງງານ ໃນອະນາຄົດ. ການປະກອບຄໍາຄິດຄໍາເຫັນຂອງພາກທຸລະກິດ ໄດ້ສະແດງໃຫ້ເຫັນເຖິງເຈດຈໍານົງຂອງພາກທຸລະກິດ ທີ່ພ້ອມແລ້ວ ທີ່ຈະປະກອບສ່ວນ ໃນການສ້າງແຮງງານ ຮ່ວມກັບພາກລັດຖະບານກໍ່ຄືກະຊວງສຶກສາທິການ, ບັນດາວິທະຍາໄລອາຊີວະສຶກສາ  ໂດຍຜ່ານ ອາຊີວະສຶກສາແບບຄວບຄູ່ ໃຫ້ປະກົດຜົນເປັນຈິງໃນອະນາຄົດ.

ໃນນັ້ນ ທາງໂຄງການ ໂຄງການພັດທະນາອາຊີວະສຶກສາ (VELA) ຂອງ ສປປລາວ ພ້ອມແລ້ວທີ່ຈະໃຫ້ການສະໜັບສະໜູນ ກິດຈະກໍາຂອງວຽກງານດັ່ງກ່າວໃຫ້ປະກົດຜົນເປັນຈິງ.

Write a Message

Your email address will not be published.

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword