ກອງປະຊຸມກ່ຽວກັບການດຳເນີນທຸລະກິດຂອງ ລັດວິສາຫະກິດໄຟຟ້າລາວ

ກອງປະຊຸມກ່ຽວກັບການດຳເນີນທຸລະກິດຂອງ ລັດວິສາຫະກິດໄຟຟ້າລາວ

ທ່ານ ວັນທອງ ສິດທິກຸນ ຮອງປະທານ ສຄອຊ ໄດ້ຮັບກຽດເປັນປະທານຮ່ວມໃນກອງປະຊຸມກ່ຽວກັບການດຳເນີນທຸລະກິດຂອງ ລັດວິສາຫະກິດໄຟຟ້າລາວ ໃນວັນທີ 10 ສິງຫາ 2022, ທີ່ ສຳນັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ (ໂສກປະຫຼວງ)

ຈຸດປະສົງ ຫຼັກຂອງກອງປະຊຸມໃນມື້ນີ້ ແມ່ນເປັນການສ້າງຄວາມເຂົ້າໃຈເພິ່ມເຕີມກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງ ລັດວິສາຫະກິດໄຟຟ້າລາວ, ໂດຍສະເພາະການເຕີບໃຫຍ່ຂະຫຍາຍຕົວ ຂອງລະບົບໄຟຟ້າ ທີ່ຕິດພັນກັບການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃນແຕ່ລະໄລຍະ, ລວມທັງອົງປະກອບການສະໜອງໄຟຟ້າ ໃຫ້ຜູ້ປະກອບການທົວປະເທດ ຕິດພັນກັບການປັບປຸງໂຄງສ້າງລາຄາຈຳໜ່າຍໄຟຟ້າພາຍໃນປະເທດ ໃຫ້ແກ່ບັນດາ ສະມາຊິກສະພາແຫ່ງຊາດ, ກະຊວງພະລັງງານ ແລະ ບໍ່ແຮ່, ຄະນະປະຕິຮູບລັດວິສາຫະກິດໄຟຟ້າລາວ, ສະມາຊິກ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ກົມສືີ່ມວນຊົນ ສະພາແຫ່ງຊາດ, ກະຊວງຖະແຫຼີ່ງຂາວວັດທະນາທຳ ແລະ ທ່ອງທ່ຽວ, ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ, ຄະນະຜູ້ອຳນວຍການ ຟຟລ, ບໍລິສັດໃນເຄືອ, ມີບັນດາຝ່າຍ, ບໍລິສັດແຫຼ່ງຜະລິດ ແລະ ທະນາຄານທຸລະກິດ ພ້ອມທັງຮັບຟັງການປະກອບຄຳຄິດຄຳເຫັນ ຕໍ່ກັບມາດຕະການ ແລະ ວິທີທາງແກ້ໄຂ ເພືີ່ອປະກອບສ່ວນເຂົ້າໃນການຍົກລະດັບການບໍລິການ, ກໍຄືແນວທາງການດໍາເນີນທູລະກິດ ຂອງ ລັດວິສາຫະກິດໄຟຟ້າລາວ ໃນຕໍ່ໜ້າ.
ທ່ານ ວັນທອງ ສິດທິກຸນ ຮອງ ປະທານ ສຄອຊ ໄດ້ມີຄຳເຫັນຕໍ່ກອງປະຊຸມ ໂດຍມີຄວາມເຫັນດີຕໍ່ການປະຕິຮູບ ຂອງ ລັດວິສາຫະກິດໄຟຟ້າລາວ ເພື່ອໃຫ້ມີການບໍລິການທີ່ມີປະສິດທິຜົນ ເປັນຄູ່ຮ່ວມທີ່ດີກັບພາກທຸລະກິດ ໃນການພັດທະນາເສດຖະກິດສັງຄົມຂອງປະເທດຊາດ. ສຄອຊ ໃນນາມເປັນອົງການຈັດຕັ້ງສົງຄົມ ຕາງໜ້າໃຫ້ແກ່ພາກທຸລະກິດ ມີຄວາມຍິນດີ ທີ່ຈະໃຫ້ການສະໜັບສະໜູນ ແລະ ຮ່ວມມືກັບ ລັດວິສາຫະກິດໄຟຟ້າລາວ ໃນການ ໄກ່ເກ່ຍຂໍ້ຂັດແຍງ ແລະ ແກ້ໄຂບັນຫາຕ່າງໆ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ ແລະ ບັນດາຫົວໜ່ວຍທຸລະກິດທີ່ກ່ຽວຂ້ອງ. ເຖິງແມ່ນວ່າ ລັດວິສາຫະກິດໄຟຟ້າລາວໄດ້ພົບກັບບັນຫາ ແລະ ຂໍ້ຍຸ້ງຍາກຫຼາຍສົມຄວນໃນໄລຍະທີ່ຜ່ານມາ ພາຍໃຕການຊີ້ນຳຂອງລັດຖະບານໂດຍສະເພາະແມ່ນກະຊວງພະລັງງານ ແລະ ບໍ່ແຮ່ ລັດວິສາຫະກິດໄຟຟ້າລາວ ຈະສາມາດຜ່ານຜ່າຂໍ້ຍຸ້ງຍາກຕ່າງໆ ແລະ ຈະເປັນສ່ວນໜື່ງທີ່ສຳຄັນໃນການປະກອບສ່ວນເຂົ້າໃນການປະກອບສ່ວນຢ່າງຫຼວງຫລາຍເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດ. ໃນທ້າຍສຸດກໍໄດ້ຖຶໂອກາດ ຍ້ອງຍໍຊົມເຊີຍຜົນງານ 61ປີ ທີ່ມີການພັດທະນາຢ່າງຕໍ່ເນື່ອງ ແລະ ສຄອຊ ຈະຢູ່ຄຽງຂ້າງ ແລະ ຂໍເປັນກຳລັງໃຈໃຫ້ ລັດວິສາຫະກິດໄຟຟ້າລາວສຳເລັດການປະຕິຮູບໃນຄັ້ງນີ້ໃຫ້ໄດ້ຕາມຄາດໝາຍ ທີ່ວາງໄວ້.
ກອງປະຊຸມໄດ້ປິດລົງໃນເວລາ 12:00ໂມງ ຂອງວັນດຽວກັນ.

Write a Message

Your email address will not be published.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword