ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,

ໃນລະຫວ່າງ ວັນທີ 23 – 25 ເມສາ 2025, ທີ່ ໂຮງແຮມເດີແກຣນລີເວີຊາຍ II, ເມືອງວັງວຽງ ແຂວງວຽງຈັນ
ເປັນກຽດເຂົ້າຮ່ວມເປີດກອງປະຊຸມ ໂດຍ ທ່ານ ຮສ ປອ. ບຸນເສັງ ຄຳມຸນຕີ, ຜູ້ອຳນວຍການສະຖາບັນພັດທະນາອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ, ທ່ານ ພູໄຊ ເທບພະວົງ, ເລຂາທິການ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານ ນາງ ຈັນທະກອນ ກົມມະນີວັນ, ຫົວໜ້າ ຫ້ອງການ ສະພາທີ່ປຶກສາອາຊີວະສຶກສາ, ກົມອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ, ມີບັນດາຜູ້ຕ່າງໜ້າຈາກ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ສະຖາບັນພັດທະນາອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ, ຊ່ຽວຊານຂອງໂຄງການ ເຂົ້າຮ່ວມຢ່າງພ້ອມພຽງ
ກອງປະຊຸມໃນຄັ້ງນີ້ ໄດ້ຮັບການສະໜັບສະໜູນ ຈາກ ໂຄງການ ອາຊີວະສຶກສາ ສປປ ລາວ (VELA, GIZ) ເຊິງຈຸດປະສົງ ຂອງກອງປະຊຸມ ແມ່ນເພື່ອປຶກສາຫາລື ການພັດທະນາມາດຕະຖານຄູຝືກຂອງສະຖານປະກອບການ, ເພື່ອສະເໜີເປັນການກຳນົດເປັນມາດຕະຖານຄູຝືກແຫ່ງຊາດ, ດ້ວຍການພັດທະນາມາຈາກມາດຕະຖານອາຊຽນ, ໂດຍການປືກສາຫາລືໃນການກຳນົດ, ຂັ້ນຕອນ ແລະ ວິທີການ ໃນມາດຕະຖານຄູຝຶກນັ້ນ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

Enter your keyword