ກອງປະຊຸມ ຜູ້ປະກອບການທຸລະກິດກ່ຽວກັບໂຮງງານຜະລິດອາຫານສັດ, ຝຸ່ນ(ປຸ່ຍ) ແລະ ຜູ້ປະກອບການທຸລະກິດ ກ່ຽວກັບການລ້ຽງໝູ, ໄກ່

ກອງປະຊຸມ ຜູ້ປະກອບການທຸລະກິດກ່ຽວກັບໂຮງງານຜະລິດອາຫານສັດ, ຝຸ່ນ(ປຸ່ຍ) ແລະ ຜູ້ປະກອບການທຸລະກິດ ກ່ຽວກັບການລ້ຽງໝູ, ໄກ່.ໃນວັນ ທີ 17 ຕຸລາ 2022, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ

ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ຫົວຫນ້າຄະນະ ພັດທະນາທຸລະກິດ ກະສິກຳປະຈຳ ສຄອຊ ໃຫ້ກຽດເປັນປະທານຮ່ວມກັບ ທ່ານ ມະນີໂສ ຊາມຸນຕີ ຮອງປະທານ ກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ, ຈຸດປະສົງຂອງກອງປະຊຸມແມ່ນ ຕິດຕາມກວດກາການຈັດຕັ້ງປະຕິບັດນະໂຍບາຍ ແລະ ນິຕິກຳກ່ຽວກັບການຊຸກຍູ້ສົ່ງເສີມ ການຜະລິດ, ການປູກຝັງ ແລະ ລ້ຽງສັດ, ເພື່ອຄ້ຳປະກັນສະບຽງອາຫານ, ຜະລິດເປັນສິນຄ້າທົດແທນການນຳເຂົ້າ ແລະ ການຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກຢູ່ນະຄອນຫລວງວຽງຈັນ.
ເຊິ່ງໃນກອງປະຊຸມໄດ້ມີການແລກປ່ຽນສົນທະນາ ຂອງພາກທຸລະກິດ ຂະແໜງການກະສິກຳ ແລະ ບັນດາໂຮງງານຜູ້ຜະລິດຝຸ່ນ ແລະ ຜູ້ປະກອບການລ້ຽງໝູ,ໄກ່ ສະເໜີບັນຫາ ແລະ ຂໍ້ຫຍຸ້ງຍາກໃນການຜະລິດ. ພ້ອມດຽວກັນນັ້ນ ທາງກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ, ຈະໄດ້ລວບລວມເອົາບັນຫາເພື່ອສະເໜີຕໍ່ພາກລັດຖະບານ ພິຈາລະນາ ຫາວິທີທາງແກ້ໄຂ ຕາມຂັ້ນຕອນ ເຊິ່ງລາຍລະອຽດເຮົາຈະແຈ້ງໃຫ້ຊາບໃນໄວໆນີ້.

Write a Message

Your email address will not be published.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword