ກອງປະຊຸມສຳມະນາສັງລວມການປັບປຸງ ແຜນງານການຢັ້ງຢືນຄວາມຍືນຍົງ “ລາວຍືນຍາວ” ຂອງບັນດາທຸລະກິດທີ່ເປັນຜູ້ສະໜອງທີ່ນອນຢູ່ໃນຂະແໜງການທ່ອງທ່ຽວລາວ.

ກອງປະຊຸມສຳມະນາສັງລວມການປັບປຸງ ແຜນງານການຢັ້ງຢືນຄວາມຍືນຍົງ “ລາວຍືນຍາວ” ຂອງບັນດາທຸລະກິດທີ່ເປັນຜູ້ສະໜອງທີ່ນອນຢູ່ໃນຂະແໜງການທ່ອງທ່ຽວລາວ.

ໃນວັນທີ 03 ສິງຫາ 2022 ທີ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໂຄງການ SUSTOUR Laos ໄດ້ຈັດກອງປະຊຸມສຳມະນາສັງລວມການປັບປຸງ ແຜນງານການຢັ້ງຢືນຄວາມຍືນຍົງ “ລາວຍືນຍາວ” ຂອງບັນດາທຸລະກິດທີ່ເປັນຜູ້ສະໜອງທີ່ນອນຢູ່ໃນຂະແໜງການທ່ອງທ່ຽວລາວ.

ໂດຍການເປັນປະທານຂອງ ທ່ານ ໄຊສົມເພັດ ນໍລະສິງ (Mr Xaysomphet Norasingh) ຫົວຫນ້າກົມສົ່ງເສີມການຄ້າ, ກະຊວງ ອຸດສາຫະກໍາ ແລະ ການຄ້າ, ທ່ານ ນາງ ຈັນທະຈອນ ວົງໄຊ (Ms Chanthachone Vongxay) ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ມີແຂກເຂົ້າຮ່ວມຕາງໜ້າຈາກຂະແໜງທຸລະກິດ ທີ່ກ່ຽວຂ້ອງ. ກອງປະຊຸມຈະໄດ້ມີການນຳສະເໜີກ່ຽວກັບບັນດາມາດຖານການຢັ້ງຢືນຄວາມຍືນຍົງ ແລະ ຂັ້ນຕອນໃນການຢັ້ງຢືນທີ່ໄດ້ຮັບການປັບປຸງ ໂດຍອີງຕາມຄຳເຫັນຂອງຜູ້ເຂົ້າຮ່ວມຈາກກອງປະຊຸມປຶກສາຫາລືຜູ້ສະໜອງທັງ 5 ຂະແໜງການ ຄື: ການຄົມມະນາຄົມຂົນສົ່ງ, ອາຫານ ແລະ ເຄື່ອງດື່ມ, ຫັດຖະກຳ ແລະ ເຄື່ອງທີ່ລະລຶກ, ການທ່ອງທ່ຽວເຊິງວັດທະນະທຳ ແລະ ການຈັດການສິ່ງເສດເຫຼືອ ທີ່ໄດ້ຈັດຜ່ານມາເຊິ່ງມີພາກສ່ວນທີ່ສຳຄັນທີ່ມາຈາກພາກລັດ ແລະ ເອກກະຊົນໃນຕ່ອງໂສ້ອຸດສາຫະກຳທ່ອງທ່ຽວລາວ. ຈຸດປະສົງຂອງກອງປະຊຸມ:

  1. ເພື່ອນຳສະເໜີແຜນງານການຢັ້ງຢືນຄວາມຍືນຍົງຂອງ “ລາວຍືນຍາວ” ທີ່ລະບຸໄວ້ໃນ “ເອກະສານກອບໜ້າວຽກຂອງແຜນງານລາວຍືນຍາວ, ເດືອນ ກໍລະກົດ 2022” ໃຫ້ແກ່ຄູ່ຮ່ວມງານໂຄງການທີ່ມາຈາກ ກະຊວງອຸດສາຫະກຳ ແລະການຄ້າ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ສູນສະຫະພາບເອີຣົບເພື່ອການທ່ອງທ່ຽວດ້ານລະບົບນິເວດ ແລະ ກະສິກຳ, ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ສະຫະພາບເອີຣົບ ແລະ ຂະແຫນງການທີ່ກ່ຽວຂ້ອງ;
  2. ຂໍຄຳເຫັນຈາກຄູ່ຮ່ວມງານຂອງໂຄງການເພື່ອສັງລວມ ມາດຖານ ແລະ ຂັ້ນຕອນໃນການຢັ້ງຢືນຄວາມຍືນຍົງ ຂອງ ແຜນງານ “ລາວຍືນຍາວ”;
  3. ນຳສະເໜີ ແລະ ຂໍຄຳເຫັນຈາກຄູ່ຮ່ວມງານຂອງໂຄງການຕໍ່ແຜນການຈັດຕັ້ງປະຕິບັດ ແຜນງານການຢັ້ງຢືນຄວາມຍືນຍົງຂອງ “ລາວຍືນຍາວ”.

ການສໍາມະນາໃນຄັ້ງນີ້ ໄດ້ຈັດຜ່ານທັງ 2 ຊ່ອງທາງ ຄືຜ່ານທາງໄກດ້ວຍລະບົບ Zoom (ສໍາລັບຜູ້ເຂົ້າຮ່ວມຈາກຕ່າງແຂວງ) ແລະ ການເຂົ້າຮ່ວມຕົວຈິງຂອງຜູ້ເຂົ້າຮ່ວມບໍ່ເກີນ 40 ທ່ານ ແລະ ປິດລົງໃນເວລາ 17:00ໂມງ ຂອງວັນດຽວກັນ

Write a Message

Your email address will not be published.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword