ກອງປະຊຸມປະກາດບົ່ງໂຕຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງຈຳປາສັກ ສະໄໝທີ IX

ກອງປະຊຸມປະກາດບົ່ງໂຕຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງຈຳປາສັກ ສະໄໝທີ IX

ກອງປະຊຸມປະກາດບົ່ງໂຕຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງຈຳປາສັກ ສະໄໝທີ IX, ໄດ້ໄຂຂື້ນ ໃນວັນທີ 11 ກັນຍາ 2025 ທີ່ ແຂວງຈໍາປາສັກ.

ເຊິ່ງໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ​ ເລຂາຄະນະ​ບໍລິຫານ​ງານພັກແຂວງ​ ເຈົ້າແຂວງໆຈຳປາສັກ, ທ່ານ ສົມຈິດ ອິນທະມິດທີ່ປຶກສາກິດຕິມະສັກ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານ ນາງ ບຸນເຮືອງ ແຄຣໍ ລິດດັງ ປະທານສະພາການຄ້າ ແລະ ອຸດສາຫະກໍາ ແຂວງຈໍາປາສັກ, ຜູ້ຕາງໜ້າກົງສຸນໃຫຍ່​ ແຫ່ງ​ ສສ​ ຫວຽດນາມ​ ປະຈຳ​ພາກໃຕ້​ລາວ, ຜູ້ຕາງໜ້າກົງສຸນໃຫຍ່ແຫ່ງຣາຊະອານາຈັກກໍາປູເຈຍ​ ປະຈໍາ​ພາກໃຕ້​ລາວ​, ​ພ້ອມດຽວກັນນັ້ນ ກໍ່ມີບັນດາຜູ້ເຂົ້າຮ່ວມຈາກ ພະແນກການອ້ອມຂ້າງ, ບັນດາການນຳເມືອງ, ຕາງໜ້າຈາກ ສຄອ ແຂວງ ພາກເໜືອ ພາກກາງ ແລະ ພາກໃຕ້, ຮອງປະທານ ສຄອ ແຂວງ ຈໍາປາສັກ, ຄະນະບໍລິຫານງານ, ຄະນະທີ່ປຶກສາ, ສະມາຄົມອ້ອມຂ້າງ, ຕາງໜ້າຈາກອົງການພາກລັດທີ່ກ່ຽວຂ້ອງ, ສະມາຊິກສະພາການຄ້າ ແລະ ອຸດສາຫະກຳ ແຂວງຈໍາປາສັກ ແລະ ຫົວໜ່ວຍທຸລະກິດພາຍໃນແຂວງຈໍາປາສັກ.

ກອງປະຊຸມໃຫຍ່ໃນຄັ້ງນີ້ແມ່ນກອງປະຊຸມທີ່ມີຄວາມໝາຍຄວາມສໍາຄັນຢ່າງໃຫ່ຍຫຼວງຕໍ່ການຈັດຕັ້ງ, ການເຄື່ອນໄຫວ ແລະ ການພັດທະນາ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງຈໍາປາສັກ ໃຫ້ມີການເຕີບໃຫ່ຍຂະຫຍາຍຕົວ ເຊິ່ງສາມາດບັນລຸຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍ, ມີຄວາມເປັນເອກະພາບ, ມີຄວາມໂປ່ງໃສ, ຍຸດຕິທຳ ແລະ ມີເນື້ອໃນຄົບຖ້ວນ, ເປັນກໍາລັງແຮງທີ່ສໍາຄັນ ແລະ ເປັນແກ່ນສານນໍາພາພາກທຸລະກິດສ້າງບາດກ້າວບຸກທະລຸໃນການພັດທະນາເສດຖະກິດ ໃຫ້ດີຂື້ນ. ຊອກຫາແນວທາງສືບຕໍ່ ພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໃຫ້ຂະຫຍາຍຕົວຕາມທິດທາງ ແລະ ເປົ້າຫມາຍທີ່ວາງໄວ້.

ທ່ານ ນາງ ບຸນເຮືອງ ແຄຣໍ ລິດດັງ ປະທານສະພາການຄ້າ ແລະ ອຸດສາຫະກໍາ ແຂວງຈໍາປາສັກ ກໍ່ໄດ້ກ່າວເປີດກອງປະຊຸມ ແລະ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 1078/ຈຂ.ຈສ ລົງວັນທີ 09 ກັນຍາ 2025 ວ່າດ້ວຍການອະນຸມັດໃຫ້ ສະພາການຄ້າ ແລະ ອຸດສາຫະກຳ ແຂວງຈໍາປາສັກ ເປີດກອງປະຊຸມ ພິທີການປະກາດແຕ່ງຕັ້ງບົ່ງໂຕ ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງຈຳປາສັກ ຊຸດທີ IX. ນອກຈາກນັ້ນ ທ່ານ ນາງ ບຸນເຮືອງ ແຄຣໍ ລິດດັງ ປະທານສະພາການຄ້າ ແລະ ອຸດສາຫະກໍາ ແຂວງຈໍາປາສັກ ຍັງໄດ້ຂຶ້ນລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານຂອງ ສຄອ ແຂວງຈໍາປາສັກ ໃນໄລຍະຜ່ານມາ (ຊຸດທີ VIII) ແລະ ທິດທາງແຜນການ 5 ປີຕໍ່ໜ້າ ຊຸດທີ IX (ປີ 2025-2030).  ກອງປະຊຸມໄດ້ຮັບຟັງ ແລະ ເປັນເອກະພາບຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດວຽກງານຂອງ ສຄອ ແຂວງຈໍາປາສັກ ໃນໄລຍະປີຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ.

ພາຍໃນກອງປະຊຸມ ຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 952/ຈຂ.ຈສ ລົງວັນທີ 13 ສິງຫາ 2025 ວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງຈໍາປາສັກ ໄດ້ຕົກລົງ ໂດຍມີເນຶ້ອໃນດັ່ງລຸ່ມນີ້:

ຮັບຮອງເອົາປະທານ, ຮອງປະທານ ແລະ ຄະນະທີ່ປຶກສາ, ຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກໍາແຂວງຈໍາປາສັກ ສະໄຫມທີ IX ປະກອບດ້ວຍບັນດາທ່ານ ດັ່ງນີ້:

  1. ທ່ານ ເມກສະຫວັນ ພົມພິທັກ ເປັນປະທານກິດຕິມະສັກ
  2. ທ່ານ ນະລົງສັກ ຊາດຕະກຸນ ເປັນຮອງປະທານກິດຕິມະສັກ
  3. ທ່ານ ດຣ ຈິນດາ ວົງສຸລິ ຜູ້ອໍານວຍການບໍລິສັດ CBF ຟາຣມາ ຈໍາກັດ ເປັນຄະນະທີ່ປຶກສາ
  4. ທ່ານ ອຸດອນ ແກ້ວດວງດີ ກຸ່ມບໍລິສັດ ດວງດີກໍ່ສ້າງ ເປັນຄະນະທີ່ປຶກສາ
  5. ທ່ານ ຮົວ ແສງອາລຸນ ປະທານກຸ່ມບໍລິສັດ ຕັງຈະເລີນ ເປັນຄະນະທີ່ປຶກສາ
  6. ທ່ານ ນາງ ແກ່ນຈັນ ບຸດດາວົງ ປະທານກຸ່ມບໍລິສັດ ຫົງຄໍາ ຈໍາກັດ ເປັນຄະນະທີ່ປຶກສາ
  7. ທ່ານ ປະຈິດ ນໍລະແສງ ບໍລິສັດ ສາມທິບການກະເສດ ຂາອອກ-ຂາເຂົ້າ ຈໍາກັດ ເປັນຄະນະທີ່ປຶກສາ.
  8. ທ່ານ ໄພລັດ ປະພັນພານິ ຜູ້ອໍານວຍການກຸ່ມບໍລິສັດ ປະພັນພານິດ ຈໍາກັດຜູ້ດຽວ ເປັນຄະນະທີ່ປຶກສາ.
  9. ທ່ານ ສົມໄຊ ລຸນທະປັນຍາ ຜູ້ອໍານວຍການບໍລິສັດ ສົມໄຊ ຈະເລີນການກະເສດ ຈໍາກັດຜູ້ດຽວ

ເປັນຄະນະທີ່ປຶກສາ.

  1. ທ່ານ ໄຊຊະນະ ວິຊາເທບ ຜູ້ອໍານວຍການກຸ່ມບໍລິສັດ ໄຊຊະນະ ຈໍາກັດຜູ້ດຽວ ເປັນຄະນະທີ່ປຶກສາ
  2. ທ່ານ ສຸພະສັນ ຕັງຈິດວິດສຸດ ບໍລິສັດ ສິລິສົມບູນ ຂາອອກ-ຂາເຂົ້າ ຈໍາກັດ ເປັນຄະນະທີ່ປຶກສາ.

ຮັບຮອງເອົາປະທານ, ຮອງປະທານ, ຄະນະປະຈໍາ ແລະ ກໍາມະການຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກໍາແຂວງຈໍາປາສັກ ສະໄຫມທີ IX ປະກອບດ້ວຍບັນດາທ່ານ ດັ່ງນີ້:

ກ. ປະທານ ແລະ ຮອງປະທານ ຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກໍາແຂວງຄື:

  1. ທ່ານ ນາງ ບຸນເຮືອງ ແຄລໍ ລິດດັງ ຮອງປະທານກຸ່ມບໍລິສັດດາວເຮືອງ ຂາອອກ-ຂາເຂົ້າ ຈໍາກັດ ເປັນປະທານ
  2. ທ່ານ ວິລະສັກ ດວງຈະເລີນ ບໍລິສັດ ເອັນຊີເອັກ ສາຂາປາກເຊ ຈໍາກັດຜູ້ດຽວ ເປັນຮອງເປັນປະທານ
  3. ທ່ານ ໄຊຍະເພັດ ອະພິໄຊ ຜູ້ອໍານວຍການ ບໍລິສັດ ມະຫາໄຊເທຣດດິ້ງຈໍາກັດ ເປັນຮອງເປັນປະທານ
  4. ທ່ານ ໄພທູນ ປະທຸມທອງ ບໍລິສັດ ຈໍາປາຄໍາກໍ່ສ້າງເຄຫາສະຖານ ຈໍາກັດຜູ້ດຽວ ເປັນຮອງເປັນປະທານ
  5. ທ່ານ ນາງ ມາລາ ຈັນທະລາມ ປະທານສະມາຄົມຫັດຖະກໍາແຂວງ ເປັນຮອງເປັນປະທານ
  6. ທ່ານ ແສງຈັນ ຄໍາມູນທາ ຮອງປະທານສະມາຄົມກະເຟລາວ ເປັນຮອງເປັນປະທານ
  7. ທ່ານ ນາງ ຂັນທອງ ໄຊຊະນະ ຜູ້ອໍານວຍການ ທະນາຄານ ST (STB), ຮອງປະທານສະມາຄົມນັກ ທຸລະກິດແມ່ຍິງ ເປັນຮອງເປັນປະທານ

 

ຂ. ຄະນະປະຈໍາຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກໍາແຂວງຄື:

  1. ທ່ານ ໄພທູນ ສີພູມມາ ເປັນຄະນະປະຈໍາ.
  2. ທ່ານ ປອ ສົມໄຊ ສີຫາຈັກ ເປັນຄະນະປະຈໍາ
  3. ທ່ານ ບຸນທະວີ ກິລາທອງ ຮອງຜູ້ອໍານວຍການບໍລິສັດ CBF ຟາຣມາ ຈໍາກັດ ເປັນຄະນະປະຈໍາ
  4. ທ່ານ ນາງ ສີອໍາພອນ ອາມາດມົນຕີ ປະທານບໍລິສັດ ສີອໍາພອນ ຂາອອກ-ຂາເຂົ້າ ຈໍາກັດ ເປັນຄະນະປະຈໍາ.
  5. ທ່ານ ແຫວນວົງກົດ ສຸລິວົງ ຜູ້ອໍານວຍການ ກຸ່ມບໍລິສັດ ເອເດັນ ອຸຜົມຜົນ ຈໍາກັດຜູ້ດຽວ ເປັນຄະນະປະຈໍາ
  6. ທ່ານ ສົມພອນໄຊ ໂພສາລາດ ປະທານສະມາຄົມທຸລະກິດທ່ອງທ່ຽວ ເປັນຄະນະປະຈໍາ,
  7. ທ່ານ ໂກວິນ ຊານສະຫວ່າງ ປະທານສະພາການຄ້າ ແລະ ອຸດສະຫະກໍາເມືອງປາກຊ່ອງ ເປັນຄະນະປະຈໍາ.
  8. ທ່ານ ສີສຸກ ວົງພັກດີ ຜູ້ອໍານວຍການ ບໍລິສັດ ເພັດສະຫວ່າງຮ່ວມພັດທະນາກາເຟລາວ ຈໍາກັດ ເປັນຄະນະປະຈໍາ.
  9. ທ່ານ ພູວັນ ບຸດດາຄໍາ ປະທານບໍລິສັດ VTN ເປັນຄະນະປະຈໍາ.
  10. ທ່ານ ສຸກປະເສີດ ບຸດດາວົງ ກຸ່ມບໍລິສັດ ຫົງຄໍາກໍ່ສ້າງ ຈໍາກັດ ເປັນຄະນະປະຈໍາ.
  11. ທ່ານ ສັກໄຊ ແສງອາລຸນ ກຸ່ມບໍລິສັດ ຕັງຈະເລີນ ຈໍາກັດ ເປັນຄະນະປະຈໍາ.
  12. ທ່ານ ຄໍາປະດິດ ແກ້ວດວງດີ ບໍລິສັດ ທ່າບົກວັງເຕົ່າ ຈໍາກັດ ເປັນຄະນະປະຈໍາ ເປັນຄະນະປະຈໍາ.

ຄ. ກໍາມະການ ຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກໍາແຂວງຄື:

  1. ທ່ານ ລັດສະຫມີ ຮຸ່ງໄຊຍະສິງ ບໍລິສັດ ຮູ່ງໄຊຍະສິງ ພັດທະນາກະສິກໍາ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວເປັນກໍາມະການ
  2. ທ່ານ ນາງ ອິນແປງ ຊາມົນຕີ ຜູ້ອໍານວຍບໍລິສັດ ປາກຊ່ອງພັດທະນາະສິກໍາ ຂາອອກ-ຂາເຂົ້າ ຈໍາກັດ ເປັນກໍາມະການ
  3. ທ່ານ ບຸນຍະສິດ ສຸກຈະເລີນ ຜູ້ອໍານວຍ ບໍລິສັດ ສຸກຈະເລີນຟາມ ຈໍາກັດ ເປັນກໍາມະການ
  4. ທ່ານ ຄໍາມອນ ວັນນະລັງສີ ໂຮງງານປຸງແຕ່ງໄມ້ ອ່າງຄໍາວັນນະລັງສີ ສ່ວນບຸກຄົນ ເປັນກໍາມະການ.
  5. ທ່ານ ນາງ ສີດາພອນ ສົມພອນໄຊ ພຣາດາໄລ ຣີສອດ ເປັນກໍາມະການ
  6. ທ່ານ ບຸນແຖມ ສຸພັນສາ ບໍລິສັດ ທ່ອງທ່ຽວພູພຽງບໍລິເວນ ເປັນກໍາມະການ
  7. ທ່ານ ຄໍາລຽນ ສິມມະວົງ ຫົວຫນ້າທະນາຄານ LDB ສາຂາປະຈໍາແຂວງຈໍາປາສັກ ເປັນກໍາມະການ
  8. ທ່ານ ນາງ ກົງພັດ ທະວີທໍາ ບໍລິສັດ ລາວ-ໄທ ເຢຍລະມັນ ສະຕາດ ຈໍາກັດ ເປັນກໍາມະການ
  9. ທ່ານ ພັນທະວີ ກຽດຕິເຂມາ ຜູ້ອໍານວຍການບໍລິສັດ ລາວໂອໂຕ ເປັນກໍາມະການ
  10. ທ່ານ ສຸລິວົງ ຫມັ້ນຄົງ ຜູ້ອໍານວຍບໍລິສັດ ທີທີການຄ້າ ຂາອອກ-ຂາເຂົ້າ ຈໍາກັດ ເປັນກໍາມະການ.
  11. ທ່ານ ບຸນທະວີ ສີຫາວົງ ຜູ້ອໍານວຍການ ບໍລິສັດສຸກທະວີ ການຄ້າ ຈໍາກັດຜູ້ດຽວ ເປັນກໍາມະການ.
  12. ທ່ານ ຄໍາແສນ ຈາລຸຈິດ ຜູ້ອໍານວຍການ ໂຮງແຮມສວນສະຫວັນວິນລາ 19 ເປັນກໍາມະການ.
  13. ທ່ານ ເພັດສະໃຫມ ບຸນລ້ຽງ ປະທານກຸ່ມບໍລິສັດ ເພັດສະໃຫມກໍ່ສ້າງໄຟຟ້າຄົບວົງຈອນ ເປັນກໍາມະການ
  14. ທ່ານ ບຸນປະເສີດ ສີລິວັດ ຜູ້ອໍານວຍການບໍລິສັດ ເອບີ ເຄຫາກໍ່ສ້າງຂົວ-ທາງ ຈໍາກັດຜູ້ດຽວ ເປັນກໍາມະການ.
  15. ທ່ານ ສຸບິນ ຫຼວງລາດ ຜູ້ອໍານວຍການໂຮງແຮມສຸບິນ ເປັນກໍາມະການ.
  16. ທ່ານ ນາງ ສຸດທິດາ ອຸນະພົມ ຜູ້ອໍານວຍການທ່ອງທ່ຽວຕາດເຢືອງ ເປັນກໍາມະການ,
  17. ທ່ານ ສຸກສະໄຫມ ແກ້ວອ່ອນສີ ບໍລິສັດ ຊັບໄຊຟາມ ຈໍາກັດຜູ້ດຽວ ເປັນກໍາມະການ.
  18. ທ່ານ ນາງ ສີສຸດາ ປະພັນພານິດ ຜູ້ຈັດການໂຮງແຮມ ເອລະວັນຣີເວີ້ໄຊ໌ ເປັນກໍາມະການ.
  19. ທ່ານ ປິ່ນໂຍ ສີຫາລາດ ຫົວຫນ້າທະນາຄານ JDB ສາຂາປະຈໍາແຂວງຈໍາປາສັກ ເປັນກໍາມະການ.
  20. ທ່ານ ຫັດສະດີ ມານະຈິດ ບໍລິສັດ ປູຄໍາ ຈໍາກັດ ເປັນກໍາມະການ.
  21. ທ່ານ ນາງ ວຽງເງິນ ພົງສາ ລັດວິສະຫະກິດລາວໂທລະຄົມ ເປັນກໍາມະການ.
  22. ທ່ານ ພາສາພອນ ບຸບຜາຖາ ລັດວິສະຫະກິດໄຟຟ້າລາວ ເປັນກໍາມະການ
  23. ທ່ານ ລັດສະຫມີ ດ້ວນສຸວັນ ປະທານບໍລິສັດ ດີແອວຊີ ຈໍາກັດ ເປັນກໍາມະການ.
  24. ທ່ານ ທອງສະຫວັນ ແສນພິລາວົງສາ ປະທານບໍລິສັດ ທີພີຊີ ກໍ່ສ້າງ ຈໍາກັດ ເປັນກໍາມະການ.
  25. ທ່ານ ນາງ ອະນຸລັກ ບຸດຕິວົງ ຜູ້ອໍານວຍການ ບໍລິສັດຕໍ່ຫົງຄໍາ ຈໍາກັດ ເປັນກໍາມະການ.

ໃນທີ່ກອງປະຊຸມ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ຂຶ້ນກ່າວມີຄໍາເຫັນຕໍ່ບັນດາຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງຈໍາປາສັກ ຊຸດໃໝ່ນີ້ ໄດ້ເນັ້ນເຖິງເພິ່ມທະວີພາລະບົດບາດ ແລະ ໜ້າທີ່ ຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ  ໂດຍມີ ດຳລັດ ສະບັບເລກທີ 237/ນຍ ລົງວັນທີ 18 ພຶດສະພາ 2020 ເປັນບ່ອນອີງໃນການຈັດຕັ້ງປະຕິບັດ, ເຄື່ອນໄຫວ ແລະ ຂໍໃຫ້ຄະນະຊຸດໃໝ່ນີ້ ຈົ່ງໄດ້ເອົາໃຈໃສ່ບຸກໜ້າບືນຕົວ ແລະ ສຸມສະຕິປັນຍາ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ທີ່ຖືກມອບໜາຍ, ເຕົ້າໂຮມທຸລະກິດໃຫ້ມີຄວາມສາມັກຄີ ສະໜັບສະໜູນຊ່ວຍເຫຼື່ອ ເຊິ່ງກັນ ແລະ ກັນ ປະຕິບັດພັນທະໃຫ້ລັດ ຢ່າງປົກກະຕິ, ເປັນຂົວຕໍ່ລະຫວ່າງພາກລັດ ແລະ ພາກທຸລະກິດ ປຶກສາຫາລືເພື່ອ ແກ້ໄຂບັນຫາທຸລະກິດທີ່ຍັງບໍ່ມີຄວາມສະດວກ ແລະ ສ້າງສິ່ງເອື້ອອຳນວຍໃຫ້ແກ່ພາກທຸລະກິດ, ຮຽກຮ້ອງໃຫ້ອົງການປົກຄອງແຂວງ ພະແນກການ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ການຮ່ວມມືອໍານວຍຄວາມຄວາມສະດວກໃຫ້ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງຈໍາປາສັກ ຊຸດໃໝ່ນີ້.

ໂອກາດດັ່ງກ່າວ ທ່ານ ປອ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຈຳປາສັກ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ທິດເຍືອງທາງ ແກ່ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງຈໍາປາສັກ ຊຸດທີ IX. ໄດ້ສະແດງຄໍາຍ້ອງຍໍ້ຊົມເຊີຍຕໍຄະນະຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງຈຳປາສັກ ຊຸດເກົ່າ VIII ທີ່ໄດ້ຈັດຕັ້ງ ແລະ ເຄື່ອນໄຫວຜ່ານມາ ພ້ອມທັງເໜັນໜັກໃຫ້ຄະນະບໍລິຫານງານ ຊຸດໃໝ່ນີ້ ຍົກສູງຄວາມຮູ້ຄວາມສາມາດເພີ່ມທະວີພາລະບົດບົດໜ້າທີ່ໃຫ້ສູງຂຶ້ນ, ເປັນທີ່ຕັ້ງຍຸດທະສາດນັກຮົບພັນທະນາ ເຕົ້າໂຮມຄວາມສາມັກຄີພາຍໃນ ສຄອ ແຂວງຈໍາປາສັກ ເປັນເອກະພາບ, ປົກປອງສິດທິຜົນປະໂຫຍກຂອງສະມາຊິກ, ຍົກສູງຄວາມຮູ້ຄວາມເຂົ້າໃຈຈຸດສຳຄັນຂອງພາລະບົດບາດ ເປັນຕົວແທນໃຫ້ພາກລັດ ແລະ ພາກທຸລະກິດ ເຂົ້າໃຈນະໂຍບາຍຂອງພັກ ແລະ ລັດ ບັນດາມະຕິຂອງພັກມາເຜີຍແຜ່ໃຫ້ແກ່ສະມາຊິກ, , ສົ່ງເສີມໃຫ້ມີການພັດທະນາສືມືແຮງງານໃຫ້ໄດ້ມາດຕະຖານ, ຖືເອົາໂອກາດການລົງທຶນຢູ່ໃນ ລະບົບໂລຈິດສະຕິກ ແລະ ການເຊື້ອມໂຍງ, ເຊື່ອມຈອດ ກັບ ບັນດາປະເທດຕ່າງໆ ຂອງ ສປປ ລາວ ໂດຍສະເພາະແມ່ນນໍາໃຊ້ທ່າແຮງການເຊື່ອມໂຍງຂອງ ແຂວງຈໍາປາສັກກັບປະເທດເພື່ອນບ້ານ ໃຫ້ໄດ້ຮັບຜົນປະໂຫຍດສຸງສຸດ, ໃຫ້ ສຄອ ແຂວງຈໍາປາສັກ ຄົ້ນຄວ້າສັງລວມເອົາບັນຫາທີ່ມີຄວາມຍຸ້ງຍາກ ເຂົ້ານໍາສະເໜີກອງປະຊຸມເຈົ້າແຂວງຮອງເຈົ້າແຂວງປະຈໍາເດືອນ, ໃຫ້ ສຄອ ແຂວງຈໍາປາສັກ ຄົ້ນຄວ້າເລືອກເຟັ້ນທຸລະກິດທີ່ດີເດັ່ນປະຈໍາປີ ໂດຍໃສ່ຊື່ລາງວັັັັັັນວ່າ “ຈໍາປາເດີ”. ອົງການປົກຄອງແຂວງຈະສືບຕໍ່ໃຫ້ຄວາມສຳຄັນພາລະບົດບາດ ສຄອ ແຂວງ ເອົາໃຈໃສ່ສະໜັບສະໜູນ ສ້າງເງື່ອນໄຂອຳນວຍຄວາມສະດວກຢ່າງເໝາະສົມເພື່ອໃຫ້ ສຄອ ແຂວງ ມີຄວາມເຂັ້ມແຂງ ແລະ ສຳເລັດໜ້າທີ່ໃນຂົງເຂດຂອງຕົນ ໃຫ້ມີຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ.

ໃນຕອນທ້າຍວາລະ ໄດ້ມີການເປີດຕົວ ໂຄງການສ້າງລໍ້ຍູ້ຂາຍເຄື່ອງ “ຈໍາປາເດີ​” ເປັນໂຄງການໂດຍການຮ່ວມມືລະຫວ່າງ ພະແນກອຸດສາຫະກໍາ ແລະ ການຄ້າ ກັບ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ເພື່ອສ້າງແນວຄວາມຄິດທີ່ສອດຄ່ອງກັບ ການພັດທະນາເສດຖະກິດ ແລະ ສ້າງສີສັນ ໃນແຂວງຈໍາປາສັກ ໂດຍການເນັ້ນໃຊ້ຄຳຂວັນ “ຈໍາປາເດີ” ແລະ ຈຸດພິເສດ ທີ່ສະທ້ອນເຖິງເອກະລັກຂອງທ້ອງຖິ່ນ ເພື່ອເພີ່ມມູນຄ່າ ແລະ ຄວາມໜ້າສົນໃຈຂອງສິນຄ້າ ແລະ ການບໍລິການຂອງທ້ອງຖິ່ນ,  ເປັນການນໍາສະເໜີສິນຄ້າ ແລະ ການບໍລິການໃນທ້ອງຖິ່ນໃຫ້ມີຈຸດຂາຍ ໂດຍໃຊ້ຄຳຂວັນ ແລະ ອົງປະກອບ ທີ່ເປັນເອກະລັກຂອງທ້ອງຖິ່ນ,​ ສົ່ງເສີມສິນຄ້າ ຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ມີຊ່ອງທາງ ແລະ ຈໍາໜ່າຍໃຫ້ກວ້າງຂວາງ,​ ສ້າງຜະລິດຕະພັນທີ່ເປັນຈຸດພິເສດໃຫ້ມີຊື່ສຽງ ແລະ ສື່ຄວາມເປັນຈໍາປາສັກ​ ທັງເປັນການໂຄສະນາການທ່ອງທ່ຽວ ແລະ ອຸດສາຫະກໍາປຸ່ງແຕ່ງໃນທ້ອງຖິ່ນພາຍໃນແຂວງ ໃຫ້ສັງຄົມຮັບຮູ້ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເປັນທີ່ຮູ້ຈັກຫລາຍຂຶ້ນ.​ ການວາງສະແດງ ແລະ ຈໍາໜ່າຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນຄັ້ງນີ້​ ລວມມີສິນຄ້າກະສິກໍາ, ສິນຄ້າຫັດຖະກຳ ຂອງນະຄອນປາກເຊ ແລະ 9 ເມືອງ ພາຍໃນແຂວງ ແລະ ບັນດາຫົວໜ່ວຍທຸລະກິດຕ່າງໆ ລວມມີ 43 ຮ້ານ​.

ກອງປະຊຸມໄດ້ປະສົບຜົນສຳເລັດ ແລະ ປິດລົງໃນເວລາ 12:00 ຂອງວັນດຽວກັນ

Related Posts

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 04 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ຈຳກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ຈຳກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ

ນະຄອນຫຼວງວຽງຈັນ, 04 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ຈຳກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ຈຳກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ

ນະຄອນຫຼວງວຽງຈັນ, 04 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 03 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃນນາມສະມາຊິກ

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃນນາມສະມາຊິກ

ນະຄອນຫຼວງວຽງຈັນ, 03 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃນນາມສະມາຊິກ

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃນນາມສະມາຊິກ

ນະຄອນຫຼວງວຽງຈັນ, 03 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ…Read more

Enter your keyword