ກອງປະຊຸມປືກສາຫາລື ກ່ຽວກັບ ການນຳໃຊ້ຂໍ້ມູນສະຖິຕິເຂົ້າໃນການສົ່ງເສີມການຜະລິດ ແລະ ການບໍລິການຂອງຫົວໜ່ວຍວິສາຫະກິດ ແລະ ຫ້າງຮ້ານ

ກອງປະຊຸມປືກສາຫາລື ກ່ຽວກັບ ການນຳໃຊ້ຂໍ້ມູນສະຖິຕິເຂົ້າໃນການສົ່ງເສີມການຜະລິດ ແລະ ການບໍລິການຂອງຫົວໜ່ວຍວິສາຫະກິດ ແລະ ຫ້າງຮ້ານ

ກອງປະຊຸມປືກສາຫາລື ກ່ຽວກັບ ການນຳໃຊ້ຂໍ້ມູນສະຖິຕິເຂົ້າໃນການສົ່ງເສີມການຜະລິດ ແລະ ການບໍລິການຂອງຫົວໜ່ວຍວິສາຫະກິດ ແລະ ຫ້າງຮ້ານ, ວັນທີ 03 ສິີງຫາ 2023, ທີ່ຫ້ອງປະຊຸມ ຊັ້ນ 4 ຂອງສູນສະຖິຕິແຫ່ງຊາດ

ທ່ານ ບຸນເລີດ ຫລວງປະເສີດ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃຫ້ກຽດຮ່ວມເປັນປະທານຮ່ວມ ກັບທ່ານ ນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ນ ພອນສະຫລີ ສຸກສະຫວັດ, ຫົວໜ້າສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ໃນ ກອງປະຊຸມປືກສາຫາລື ກ່ຽວກັບ ການນຳໃຊ້ຂໍ້ມູນສະຖິຕິເຂົ້າໃນການສົ່ງເສີມການຜະລິດ ແລະ ການບໍລິການຂອງຫົວໜ່ວຍວິສາຫະກິດ ແລະ ຫ້າງຮ້ານ,
ກອງປະຊຸມໃນຄັ້ງນີ້ ເປັນກອງປະຊຸມທີ່ມີຄວາມໝາຍ, ຄວາມສຳຄັນຢ່າງຍິ່ງ ເພື່ອດຳເນີນຈັດຕັ້ງປະຕິບັດການສຳຫຼວດຫົວໜ່ວຍວິສາຫະກິດ ແລະ ຫ້າງຮ້ານແບບຕົວແທນລະດັບຊາດປະຈຳໄຕມາດ ປີ 2022, ການສຳຫຼວດດັ່ງກ່າວ ແມ່ນໜຶ່ງໃນວຽກງານບູລິມະສິດຂອງລັດຖະບານ ແລະ ນອນໃນຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດແບບຍືນຍົງ 2016-2025 ແລະ ວິໄສທັດ 2030 ໂດຍສະເພາະຕິດພັນກັບວຽກງານຕິດຕາມ, ປະເມີນ, ວິໄຈ ຕົວເລກລວມຍອດຜະລິດຕະພັນພາຍໃນ “QGDP” ປະຈຳໄຕມາດ ຫຼືວ່າການຂະຫຍາຍຕົວທາງດ້ານເສດຖະກິດ ທີ່ເປັນຕົວຊີ້ບອກສຳຄັນທີ່ສຸດໃນການລາຄາສະພາບໃນການສະຫຼຸບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ການຕີດຕາມຜົນສໍາເລັດໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ແລະ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ ແລະ ພ້ອມທັງເປັນພື້ນຖານໃນການວາງນະໂຍບາຍ ແລະ ເປັນການສ້າງເງື່ອນໄຂໃຫ້ແກ່ການສ້າງແຜນການ 5 ປີ ຄັ້ງທີ X (2026-2030) ກໍ່ຄືການຈັດຕັ້ງປະຕິບັດຍຸດທະສາດຮອດປີ 2025 ແລະ ວິໄສທັດຮອດປີ 2030 ເພື່ອນຳພາປະເທດກ້າວໄປສູ່ປະເທດກຳລັງພັດທະນາທີ່ມີລາຍຮັບປານກາງສູງ ຕາມທິດພັດທະນາສີຂຽວ ແລະ ຍືນຍົງ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword