ກອງປະຊຸມ ເຜີຍແຜ່ນິຕິກໍາຄຸ້ມຄອງເງິນຕາຕ່າງປະເທດ

ກອງປະຊຸມ ເຜີຍແຜ່ນິຕິກໍາຄຸ້ມຄອງເງິນຕາຕ່າງປະເທດ

ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ໄດ້ຮ່ວມກັບ ກົມຄຸ້ມຄອງເງິນຕາຕ່າງປະເທດ,ທະນາຄານແຫ່ງ ສປປ ລາວ ຈັດກອງປະຊຸມ ເຜີຍແຜ່ນິຕິກໍາຄຸ້ມຄອງເງິນຕາຕ່າງປະເທດ

ໃນວັນທີ 15 ສິງຫາ 2023 ທີ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໂດຍການເປັນປະທານຮ່ວມຂອງ ທ່ານ ວັນທອງ ສິດທິກຸນ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດ,ທະນາຄານແຫ່ງ ສປປ ລາວ.ໂດຍມີຜູ້ເຂົ້າຮ່ວມຈາກ ຕາງໜ້າຈາກສະມາຄົມ, ຜູ້ອໍານວຍການ,ຮອງຜູ້ອໍານວຍການບໍລິສັດ ແລະ ບັນດາບໍລິສັດຕ່າງໆແຕ່ລະຂະແໜງການ ເປັນຕົ້ນແມ່ນຂະແໜງການນໍາເຂົ້າ-ສົ່ງອອກ ແລະ ຂະແໜງການທີ່ຕິດພັນກ່ຽວກັບເງິນຕາຕ່າງປະເທດ.

ກອງປະຊຸມໃນຄັ້ງນີ້ແມ່ນ ເພື່ອເຜີຍແຜ່ນິຕິກໍາໃນການຄຸ້ມຄອງເງິນຕາຕ່າງປະເທດ ເຊີ່ງປະກອບມີ 3 ສະບັບຄື: ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ(ສະບັບປັບປຸງ2022), ຄໍາສັ່ງວ່າດ້ວຍການຈັດຕັ້ງປະຕິບັດວຽກງານຄຸ້ມຄອງເງິນຕາຕ່າງປະເທດ ແລະ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດກ່ຽວກັບການນໍາເຂົ້າ-ສົ່ງອອກ ສິນຄ້າ ແລະ ຄ່າບໍລິການ.

ຄໍາສັ່ງວ່າດ້ວຍການຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດ ສະບັບເລກທີ 10/ນຍ, ລົງວັນທີ 14 ກໍລະກົດ 2023 ມີການກໍານົດລະອຽດກ່ຽວກັບກົນໄກການຄຸ້ມຄອງເງິນຕາຕ່າງປະເທດ ແລະ ກໍານົດທິດທາງການຈັດຕັ້ງປະຕິບັດວຽກງານຄຸ້ມຄອງເງິນຕາຕ່າງປະເທດຂອງ ບັນດາກະຊວງ, ອົງການ, ສັງຄົມ ໃຫ້ມີຄວາມເປັນເອກະພາບ ເພື່ອຮັບປະກັນໃຫ້ການເຄື່ອນໄຫວເງິນຕາຕ່າງປະເທດສອດຄ່ອງຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ.

ກ່ຽວກັບຂໍ້ຕົກລົງວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດໃນການນໍາເຂົ້າ-ສົ່ງອອກ ສິນຄ້າ ແລະ ການບໍລິການ ສະບັບເລກທີ 677/ທຫລ,ລົງວັນທີ 24 ກໍລະກົດ 2023 ແມ່ນໄດ້ກໍານົດບັນດາຫຼັກການ,ລະບົບການ ແລະມາດຕະການໃນການຄຸ້ມຄອງເງິນຕາຕ່າງປະເທດກ່ຽວກັບການນໍາເຂົ້າ-ສົ່ງອອກ ສິນຄ້າ ແລະ ການບໍລິການເພື່ອຊຸກຍູ້ທຸລະກໍາການຊໍາລະ ແລະ ຮັບຊໍາລະ ຄ່າສິນຄ້າ ແລະ ຄ່າບໍລິການຕ່າງປະເທດໃຫ້ຜ່ານລະບົບທະນາຄານແນໃສ່ສ້າງຄວາມເຂັ້ມແຂງຖານະຊໍາລະກັບຕ່າງປະເທດ ແລະ ຄັງສໍາຮອງເງິນຕາຕ່າງປະເທດປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບເງິນຕາແຫ່ງຊາດ.

ທ່ານ ວັນທອງ ສິດທິກຸນ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ໄດ້ເນັ້ນ​ໜັກ​ບາງ​ບັນຫາເພີ່ມເຕີມ ເມື່ອພວກເຮົາ ເຮັດທຸລະກິດທາງດ້ານການເງິນ-ເງິນຕາຢູ່ ສປປ ລາວ ຕ້ອງຊ່ວຍກັນປະຕິບັດກົດໝາຍຢ່າງເຂັ້ມງວດ ແລກປ່ຽນເງິນຕານຳທະນາຄານທຸລະກິດ, ນໍຳໃຊ້ເງິນກີບ ເຂົ້າໃນການຊໍາລະຢູ່ພາຍໃນ ສປປ ລາວ, ນໍາໃຊ້ເງິນຕາຕ່າງປະເທດໃຫ້ຖືກຕ້ອງຕາມລະບຽບກົດໝາຍ ເພື່ອປະກອບສ່ວນເຂົ້າໃນການສ້າງຄວາມເຂັ້ມແຂງໃຫ້ເງິນກີບ ແລະ ດຶງເອົາເງິນຕາຕ່າງປະເທດເຂົ້າລະບົບ ສ້າງຄວາມໝັ້ນທ່ຽງຕໍ່ອັດຕາແລກປ່ຽນ ແລະ ຫລຸດຜ່ອນຄວາມກົດດັນຕໍ່ອັດຕາເງິນເຟີ້.ແລະ ໃຫ້ຖືເອົາວຽກງານຄຸ້ມຄອງເງິນຕາຕ່າງປະເທດ ເປັນວຽກງານໜຶ່ງທີ່ມີຄວາມສຳຄັນ ຈຳເປັນຮີບດ່ວນ ແລະ ໃຫ້ປະຕິບັດ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດນຳໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເຂົ້າໃນວຽກງານຂອງຕົນໃຫ້ປະກົດຜົນເປັນຈິງ ເພື່ອເຮັດໃຫ້ ກົດໝາຍ ແລະ ຄຳສັ່ງສະບັບນີ້ມີຜົນສັກສິດ.

Related Posts

ກອງປະຊຸມ ປຶກສາຫາລືກ່ຽວກັບ ລະດັບມາດຕະຖານການຫຼຸດຜ່ອນຜົນກະທົບຕໍ່ຊີວະນານາພັນ ຢູ່ ສປປ ລາວ

ກອງປະຊຸມ ປຶກສາຫາລືກ່ຽວກັບ ລະດັບມາດຕະຖານການຫຼຸດຜ່ອນຜົນກະທົບຕໍ່ຊີວະນານາພັນ ຢູ່ ສປປ ລາວ

ກອງປະຊຸມ ປຶກສາຫາລືກ່ຽວກັບ ລະດັບມາດຕະຖານການຫຼຸດຜ່ອນຜົນກະທົບຕໍ່ຊີວະນານາພັນ ຢູ່ ສປປ ລາວ, ໃນວັນທີ່ 14 ກຸພາ 2025, ທີ່ ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ…Read more

HELVETAS ເພີ່ມທະວີການຮ່ວມມືກັບ ສຄອຊ ເພື່ອພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ

HELVETAS ເພີ່ມທະວີການຮ່ວມມືກັບ ສຄອຊ ເພື່ອພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ

HELVETAS ເພີ່ມທະວີການຮ່ວມມືກັບ ສຄອຊ ເພື່ອພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 12 ກຸມພາ 2025.…Read more
ມູນຄ່າການຄ້າຕ່າງປະເທດ (ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ) ຂອງ ສປປ ລາວ ປະຈໍາປີ 2024 ບັນລຸໄດ້ 16,347 ລ້ານໂດລາສະຫະລັດ

ມູນຄ່າການຄ້າຕ່າງປະເທດ (ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ) ຂອງ ສປປ ລາວ ປະຈໍາປີ 2024 ບັນລຸໄດ້ 16,347 ລ້ານໂດລາສະຫະລັດ

ມູນຄ່າການຄ້າຕ່າງປະເທດ (ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ) ຂອງ ສປປ ລາວ ປະຈໍາປີ 2024 ບັນລຸໄດ້ 16,347 ລ້ານໂດລາສະຫະລັດ ທຽບໃສ່ ປິຜ່ານມາ…Read more

Enter your keyword