ກອງປະຊຸມປະຈຳປີ 2022 ຂອງໜ່ວຍຊາວໜຸ່ມ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ  (ສຄອຊ)

ກອງປະຊຸມປະຈຳປີ 2022 ຂອງໜ່ວຍຊາວໜຸ່ມ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ)

ກອງປະຊຸມປະຈຳປີ 2022 ຂອງໜ່ວຍຊາວໜຸ່ມ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ເຊິ່ງຈັດຂຶ້ນຕອນບ່າຍຂອງ ວັນທີ 16 ທັນວາ 2022, ທີ່ຫ້ອງປະຊຸມໃຫຍ່ ສຄອຊ
ທ່ານ ບຸນເລີດ ຫຼວງປະເສີດ ຮອງເລຂາໜ່ວຍພັກ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ

ພ້ອມທັງເປັນຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃຫ້ກຽດເປັນປະທານ ໃນກອງປະຊຸມ ເຊິ່ງຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອ ທົບທວນຄືນການຈັດຕັ້ງປະຕິບັດວຽກງານ ການເຄື່ອນໄຫວຂອງໜ່ວຍຊາວໜຸ່ມ ສຄອຊ ໃນໄລຍະຜ່ານມາ ແລະ ເພື່ອປືກສາຫາລື ການສ້າງແຜນງານ ແລະ ຂະບວນການຕ່າງໆ ໃນປີ 2023 ພ້ອມດຽວກັນນັ້ນເພື່ອເປັນການຮັບຟັງ ການໂອ້ລົມ ໃຫ້ທິດຊີ້ນຳຂອງຄະນະໜ່ວຍພັກ ສຄອຊ ໃນການຈັດຕັ້ງປະຕິບັດ ຫົວຂໍ້ການແຂ່ງຂັນຮັກຊາດພັດທະນາຕາມພາລະບົດບາດຂອງຊາວໜຸ່ມປະຊາຊົນປະຕິວັດລາວ
ຜ່ານການປຶກສາຫາລຶ ແລະ ຮັບຟັງ ການໂອ້ລົມໃນກອງປະຊຸມໄດ້ຕົກລົງເປັນເອກະພາບເຊິ່ງມີລາຍລະອຽດດັ່ງລຸ່ມນີ້:
– ປັບປຸງບົດລາຍງານ ໂດຍຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນຂອງໜ່ວຍຊາວໜຸ່ມ ສຄອຊ ໃຫ້ລະອຽດຕື່ມ ແລະ ໃຫ້ມີແຜນວຽກທີ່ມີຄາດໝາຍສູ້ຊົນຊັດເຈນ ແລະ ສ້າງເປັນເອກະສານສະເພາະເພື່ອເຜີຍແພ່.
– ນຳໃຊ້ເອກະສານຕ່າງໆທີ່ກ່ຽວຂ້ອງຂອງພັກ ແລະ ລັດຖະບານ ເພື່ອເປັນບ່ອນອີງ ແລະ ທິດເຍືອງທາງໃນການຈັດຕັ້ງປະຕິບັດວຽກງານ ຂອງໜ່ວຍຊາວໜຸ່ມ ສຄອຊ ຕາມພາລະບົດບາດຂອງ ສຄອຊ.
– ຜັນຂະຫຍາຍ 2ສາມັກຄີ 3ດີ 4ພັດທະນາ ແລະ 4 ບຸກຂໍ້ແຂ່ງຂັນ ຂອງ ຊປປລາວ ໃຫ້ໄດ້ຮັບໝາກຜົນຕາມຄາດໝາຍ.
– ຕົກລົງເອກະພາບແຕ່ງຕັ້ງຊາວໜຸ່ມຕະລຸມບອນ ປະຈຳ ສຄອຊ ລວມທັງໝົດ 16 ສະຫາຍ.
– ວາງແຜນສ້າງຂະບວນການ ແລະ ກິດຈະກຳຕ່າງໆ ເພື່ອສົບທົບຊ່ວຍເຫລືອສັງຄົມ, ສ້າງຄວາມສາມັກຄີພາຍນອກ-ພາຍໃນ ແລະ ການສ້າງລາຍຮັບເຂົ້າກອງທຶນ ໜ່ວຍຊາວໜຸ່ມ ສຄອຊ.
ກອງປະຊຸມໄດ້ປິດລົງໃນເວລາ 16:00ໂມງ ໃນວັນດຽວກັນ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword