3 ອົງການຫາລືການກຳນົດຄ່າແຮງງານຂັ້ນຕ່ຳ

3 ອົງການຫາລືການກຳນົດຄ່າແຮງງານຂັ້ນຕ່ຳ

3 ອົງການຫາລືການກຳນົດຄ່າແຮງງານຂັ້ນຕ່ຳ ເພື່ອໃຫ້ແທດເໝາະກັບລາຍຈ່າຍໃນປັດຈຸບັນ.

ໃນວັນທີ 3 ຕຸລາ 2019 ຜ່ານມາ 3 ອົງການພາກລັດຖະບານ, ອົງການຜູ້ຕາງໜ້າຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ປະຊຸມຫາລືການກຳນົດຄ່າແຮງງານຂັ້ນຕໍ່າສຸດ ຢູ່ ສປປ ລາວ ໂດຍເປັນປະທານຮ່ວມຂອງ ທ່ານ ນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ສີມູນ ອຸ່ນລາສີ ຮອງປະທານສູນກາງສະຫະພັນກຳມະບານລາວ, ທ່ານ ປອ. ໄຊບັນດິດ ຣາຊະພົນ ຮອງປະທານກໍາມະທິການຕາງໜ້າຜູ້ໃຊ້ແຮງງານ ແລະ ທ່ານ ແກຼນ ບັກເລ່ ຜູ້ອຳນວຍການຫ້ອງການອົງການແຮງງານສາກົນ ປະຈຳພາກພື້ນ ຮັບຜິດຊອບ ປະເທດໄທ, ກຳປູເຈຍ ແລະ ສປປ ລາວ, ຜູ້ຕາງໜ້າຈາກອົງການສາມຝ່າຍເຂົ້າຮ່ວມ.

ທ່ານ ນາງ ໃບຄຳ ຂັດທິຍະ ກ່າວວ່າ: ລາຍໄດ້ ຫຼື ຄ່າແຮງງານຂອງຜູ້ອອກແຮງງານ ແມ່ນປັດໃຈໜຶ່ງທີ່ສຳຄັນໃນການກ້າວສູ່ການບັນລຸເປົ້າໝາຍການຫຼຸດຜ່ອນຄວາມທຸກຍາກຢູ່ ສປປ ລາວ ແລະ ຄ່າແຮງງານຍັງເປັນປັດໃຈໜຶ່ງທີ່ຈະສາມາດທັງດຶງດູດແຮງງານລາວ ເຂົ້າສູ່ຕຳແໜງງານ ທັງເປັນປັດໃຈການສົ່ງເສີມການສ້າງຕຳແໜງງານໃນພາກທຸລະກິດ.

ປະຈຸບັນ ຄ່າແຮງງານຂັ້ນຕ່ຳສຸດຂອງຜູ້ອອກແຮງງານ ໃນຂົງເຂດທຸລະກິດ, ການຜະລິດ ແລະ ການບໍລິການ ຊຶ່ງໄດ້ກຳນົດເປັນເງິນ ຈຳນວນ 1.100.000 ກີບຕໍ່ ຄົນ/ເດືອນ ປັບຂຶ້ນຈາກຄັ້ງທີ 7. ຄຽງຄູ່ກັບສະພາບການປ່ຽນແປງທາງດ້ານເສດຖະກິດທັງຢູ່ພາຍໃນປະເທດ, ພາກພື້ນ ແລະ ສາກົນມັກຈະເຮັດໃຫ້ຄ່າຄອງຊີບ ຫຼື ລາຄາສິນຄ້າເພື່ອການອຸປະໂພກຕ່າງໆເພີ່ມສູງຂຶ້ນ ຊຶ່ງເຮັດໃຫ້ມີຜົນກະທົບຕໍ່ການດຳລົງຊີວິດຂັ້ນພື້ນຖານຂອງຊາວຜູ້ອອກແຮງງານລາວ ໂດຍສະເພາະແມ່ນກຸ່ມຜູ້ອອກແຮງງານທີ່ມີລະດັບສີມືຕ່ຳ ລວມທັງແຮງງານເຄື່ອນຍ້າຍ ຈາກຊົນນະບົດ ເຂົ້າມາເຮັດວຽກໃນຕົວເມືອງ ເປັນກຸ່ມທີ່່ໄດ້ຮັບຜົນກະທົບຫຼາຍກ່ວາໝູ່.

ຄ່າແຮງງານທີ່ຕ່ຳເປັນສາເຫດໜຶ່ງທີ່ພາໃຫ້ເກີດມີການຂາດແຄນແຮງງານຢູ່ບັນດາຫົວໜ່ວຍແຮງງານ ສັງເກດໄດ້ຈາກອັດຕາການເຂົ້າ-ອອກວຽກທີ່ຍັງມີສູງ ພ້ອມດຽວກັນນັ້ນ ກໍຍັງມີ ແຮງງານລາວຈຳນວນຫຼາຍເຄື່ອນຍ້າຍໄປເຮັດວຽກຢູ່ປະເທດໃກ້ຄຽງທີ່ມີຄ່າແຮງງານສູງກ່ວາ ເຮັດໃຫ້ເກີດມີຜົນກະທົບຕໍ່ລະບົບເສດຖະກິດໂດຍລວມຂອງປະເທດ ໂດຍສະເພາະບັນຫາການຂາດແຄນແຮງງານໃນປະຈຸບັນ.

ສະນັ້ນ, ຮຽກຮ້ອງໃຫ້ຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະອົງການສາມຝ່າຍ ຈຳເປັນຕ້ອງໄດ້ມີການປຶກສາຫາລືກັນ ເພື່ອປັບປຸງ ແລະ ແກ້ໄຂບັນຫາທາງດ້ານຄ່າແຮງງານຂັ້ນຕໍ່າໃຫ້ສອດຄ່ອງກັບສະພາບການດຳລົງຊີວິດຕົວຈິງ, ສອດຄ່ອງກັບການຂະຫຍາຍຕົວທາງດ້ານເສດຖະກິດ ໃນແຕ່ລະໄລຍະຂອງປະເທດ, ເຮັດໃຫ້ຄ່າແຮງງານສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ຂອງຜູ້ອອກແຮງງານ ແລະ ຄອບຄົວ ໃນຂັ້ນພື້ນຖານ , ປົກປ້ອງຜູ້ອອກແຮງງານເພື່ອສ້າງລາຍຮັບໃຫ້ຄຽງຄູ່ກັບລາຍຈ່າຍທີ່ແທດເໝາະກັບຕົວຈິງໃນປະຈຸບັນ.

( ຂ່າວ:ຮສສ, ເພັດສະໄໝ )

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword