ກອງປະຊຸມປຶກສາຫາລື ພາກທຸລະກິດ ສໍາລັບ ຂະແໜງກະສິກຳ (ກາເຟ ແລະ ມັນຕົ້ນ) ແລະ ຂະແໜງທ່ອງທ່ຽວ

ກອງປະຊຸມປຶກສາຫາລື ພາກທຸລະກິດ ສໍາລັບ ຂະແໜງກະສິກຳ (ກາເຟ ແລະ ມັນຕົ້ນ) ແລະ ຂະແໜງທ່ອງທ່ຽວ

ສະພາການຄ້າ ແລະ ອຸດສາຫະກຳ ແຂວງຈໍາປາສັກ (ສຄອ.ຈສ) ຈັດກອງປະຊຸມປຶກສາຫາລື ພາກທຸລະກິດ ສໍາລັບ ຂະແໜງກະສິກຳ (ກາເຟ ແລະ ມັນຕົ້ນ) ແລະ ຂະແໜງທ່ອງທ່ຽວ ໃນວັນທີ 18 ມິຖຸນາ 2024 ທີ່ນະຄອນປາກເຊ ແຂວງຈຳປາສັກ

ເພື່ອຊອກຫາວິທີການແກ້ໄຂ ເພື່ອໃຫ້ພາກລັດ ກໍຄືຂະແໜງການກ່ຽວຂ້ອງຂອງແຂວງ ນໍາໄປຄົ້ນຄວ້າ ແລະ ພິຈາລະນາ, ປັບປຸງແກ້ໄຂ ນະໂຍບາຍ, ກົດໝາຍ ແລະ ແບບແຜນວິທີເຮັດວຽກ ເພື່ອສ້າງສະພາບແວດລ້ອມ ທີ່ດຶງດູດ ແລະ ເອື້ອອໍານວຍ ແກ່ການຄ້າ, ການລົງທຶນ ແລະ ການນໍາເນີນທຸລະກິດ ຢູ່ແຂວງຈຳປາສັກ ໃຫ້ມີປະສິດທິພາບຍິ່ງຂຶ້ນ.
ທ່ານ ນາງ ບຸນເຮືອງ ແຄຣໍລິດດັງ ປະທານ ສຄອ ແຂວງຈຳປາສັກ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ເພື່ອຄົ້ນຄວ້າ ແລະ ຄັດຈ້ອນຫົວຂໍ້ບັນຫາຕ່າງໆ ຈາກສະມາຄົມ ແລະ ກຸ່ມທຸລະກິດ ໃນຂະແໜງກະສິກຳ ແລະ ຂະແໜງທ່ອງທ່ຽວ ພ້ອມທັງຮຽກຮ້ອງໃຫ້ຫົວໜ່ວຍທຸລະກິດ, ສະຫະກອນ ຫລື ສະມາຄົມທຸລະກິດ ທີ່ເຂົ້າຮ່ວມກອງປະຊຸມ ຈົ່ງໃຫ້ຄວາມຮ່ວມມື ແລະ ເປັນເຈົ້າການ ໃນການສະເໜີບັນຫາ ໃນທິດທາງທີ່ສ້າງສັນ ແລະ ສະໜອງຂໍ້ມູນຢ່າງຄົບຖ້ວນ ທີ່ບັນດານັກທຸລະກິດ ໄດ້ພົບພໍ້ ຫລື ບັນຫາທີ່ກີດຂວາງ ຕໍ່ການດໍາເນີນທຸລະກິດ ໂດຍສະເພາະ ບັນຫາທີ່ຕິດພັນກັບນະໂຍບາຍ ຫລື ລະບຽບກົດໝາຍຂອງພາກລັດ ທີ່ເຫັນວ່າ ຍັງບໍ່ທັນສອດຄອງ ກັບການປະຕິບັດຕົວຈິງ ເພື່ອຄົ້ນຄວ້າ-ໄຈ້ແຍກ ເອົາບັນຫາທີ່ເປັນບຸລິມະສິດ ພ້ອມທັງສະເໜີວິທີແກ້ໄຂ ຕໍ່ພາກລັດທີ່ກ່ຽວຂ້ອງໃນຂັ້ນແຂວງ ໂດຍຜ່ານກົນໄກປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ ທີ່ມີແມ່ແບບໃນລະດັບສູນກາງ ກໍຄືກົນໄກກອງປະຊຸມທຸລະກິດລາວ.
ທ່ານ ນາງ ພັນມະນີ ຄໍາພິລາວົງ ຫົວໜ້າໂຄງການ ສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍຕໍ່ທຸລະກິດລາວ ກ່າວວ່າ: ໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍຕໍ່ທຸລະກິດລາວ ມີຄວາມຍິນດີທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫລືອທາງດ້ານວິຊາການ ເພື່ອນໍາພາແຂວງຈໍາປາສັກ ຈັດຕັ້ງປະຕິບັດກົນໄກການປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ ເຊິ່ງເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2021, ເຊິ່ງກົນໄກດັ່ງກ່າວ ໄດ້ກາຍເປັນເວທີໜຶ່ງ ທີ່ມີຄວາມໝາຍຄວາມສໍາຄັນ ຕໍ່ການພັດທະນາທຸລະກິດພາກເອກະຊົນ ຢູ່ແຂວງຈໍາປາສັກ ແລະ ກາຍເປັນຊ່ອງທາງການແລກປ່ຽນຂໍ້ຄິດເຫັນ ທີ່ມີລັກສະນະສ້າງສັນ ລະຫວ່າງ ພາກລັດ ແລະ ທຸລະກິດ ມີການເຂົ້າຮ່ວມຢ່າງກວ້າງຂວາງ ຈາກຕົວແທນຂອງພາກທຸລະກິດ ຈາກທຸກພາກສ່ວນ.
ໄລຍະຜ່ານມາ, ກົນໄກປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ ໄດ້ມີການປະກອບສ່ວນທີ່ສໍາຄັນ ຕໍ່ການປັບປຸງສະພາບແວດລ້ອມ ການດໍາເນີນທຸລະກິດ ກໍຄືບັນຍາກາດການລົງທຶນ ຂອງແຂວງຈໍາປາສັກ ໂດຍໄດ້ເນັ້ນໃສ່ຂະແໜງການບຸລິມະສິດ ຂອງໂຄງການ ກໍຄືຂະແໜງກະສິກໍາ ແລະ ຂະແໜງທ່ອງທ່ຽວ, ຫົວຂໍ້ ແລະ ບັນຫາທີ່ນໍາມາປຶກສາຫາລື ແມ່ນມີລັກສະນະກວ້າງຂວາງ ເຊິ່ງຕິດພັນກັບການສ້າງ ຫລື ການຈັດຕັ້ງປະຕິບັດລະບຽບກົດໝາຍ ໃນຂົງເຂດເສດຖະກິດຂອງແຂວງ. ພ້ອມນີ້, ມັນຍັງມີບົດບາດທີ່ສໍາຄັນ ຕໍ່ການສົ່ງເສີມການຄ້າ-ການລົງທຶນ ແລະ ແກ້ໄຂບັນຫາທີ່ພາກທຸລະກິດໃນຂະແໜງກະສິກຳ ແລະ ທ່ອງທ່ຽວ ກໍາລັງພົບພໍ້. ແຕ່ເຖິງຢ່າງໃດກໍຕາມ ຜ່ານມາຍັງມີຫລາຍບັນຫາທີ່ພາກທຸລະກິດໃນ 2 ຂະແໜງ ໄດ້ສະເໜີ ແລະ ໄດ້ຮັບການແກ້ໄຂ ເປັນຕົ້ນ ບັນຫາການຈັດສັນ-ການຄຸ້ມຄອງແຮງງານຮັບຈ້າງ ແລະ ຄ່າແຮງງານ ໃນປີ 2021 ແລະ ມີອີກຫລາຍໆບັນຫາທີ່ໄດ້ຮັບການແກ້ໄຂຢ່າງເປັນຮູບປະທໍາ.
ຂ່າວ: ປະເທດລາວ Pathedlao

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword