ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສຄອຊ ແລະ 4 ບໍລິສັດຫຼັກຊັບ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສຄອຊ ແລະ 4 ບໍລິສັດຫຼັກຊັບ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ແລະ ບໍລິສັດຫຼັກຊັບ ທຄກລ-ກທ ຈຳກັດ, ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ, ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ, ບໍລິສັດຫຼັກຊັບ ເອພີເອັມ ລາວ ຈຳກັດ

ໃນຕອນບ່າຍຂອງ ວັນທີ 19 ມີນາ 2022 ທີ່ຜ່ານມາ ທີ່ສູນການຄ້າວຽງຈັນເຊັນເຕີ  ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ແລະ ບໍລິສັດຫຼັກຊັບ ທຄກລ-ກທ ຈຳກັດ, ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ,ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ, ບໍລິສັດຫຼັກຊັບ ເອພີເອັມ ລາວ ຈຳກັດ , ໂດຍການເປັນປະທານຂອງ ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ), ທ່ານ ສຽວສະຫວາດ ທິລະກຸນ, ຮອງຫົວໜ້າ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຜູ້ອໍານວຍການ 4 ບໍລິສັດຫຼັກຊັບ ຄື: ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ, ບໍລິສັດຫຼັກຊັບ ທຄຕລ-ກລ ຈຳກັດ, ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ ແລະ ບໍລິສັດຫຼັກຊັບ ເອພີເອັມ ລາວ ຈຳກັດ ໄດ້ເຂົ້າຮ່ວມເປັນສັກຂີພະຍານໃນພິທີດັ່ງກ່າວ.

ຈຸດປະສົງຂອງບົດບັນທຶກຄວາມເຂົ້າໃຈສະບັບນີ້ ແມ່ນເພື່ອເພີ່ມທະວີການພົວພັນຮ່ວມມື ລະຫວ່າງ ສຄອຊ ແລະ ບໍລິສັດຫຼັກຊັບກ່ຽວກັບວຽກງານສ້າງຄວາມເຂັ້ມແຂງໃຫ້ບັນດາວິສາຫະກິດທີ່ເປັນສະມາຊິກສະມາຊິກ ສຄອຊ, ການເຜີຍແຜ່ຂໍ້ມູນວຽກງານຫຼັກຊັບ, ການຊຸກຍູ້ສົ່ງເສີມໃຫ້ບັນດາວິສາຫະກິດທີ່ເປັນສະມາຊິກ ສຄອຊ ເຂົ້າຈົດທະບຽນໃນ ຕະຫຼາດຫຼັກຊັບ ແລະ ການເພີ່ມທະວີບົດບາດຂອງບໍລິສັດຫຼັກຊັບໃນ ສຄອຊ.

 ທັງສອງຝ່າຍ ຈະຮ່ວມມືກັນໃນຂອບເຂດດັ່ງນີ້:

– ໃຫ້ບໍລິສັດຫຼັກຊັບ ເຂົ້າມາຊ່ວຍເປັນທີ່ປຶກສາດ້ານການເງິນໃຫ້ແກ່ບັນດາວິສາຫະກິດທີ່ເປັນສະມາຊິກຂອງ ສຄອຊ ໂດຍສະເພາະ ບັນດາວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ (SMEs)  ເພື່ອສ້າງຄວາມເຂັ້ມແຂງໃຫ້ວິສາຫະກິດ;

– ໃຫ້ບໍລິສັດຫຼັກຊັບເຂົ້າຮ່ວມເປັນວິທະຍາກອນ ໃນງານສຳມະນາຕ່າງໆ ທີ່ ສຄອຊ ຈັດຢູ່ນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ;

– ບໍລິສັດຫຼັກຊັບ ຮ່ວມມື ສຄອຊ ຈັດສຳມະນາ ໃຫ້ບັນດາສະມາຊິກຂອງ ສຄອຊ ກ່ຽວກັບວຽກງານຫຼັກຊັບ;

– ຮ່ວມກັນຈັດງານພົບປະລະຫວ່າງ ບໍລິສັດຫຼັກຊັບ ແລະບັນດານັກທຸລະກິດ ແລະ ຜູ້ປະກອບການເພື່ອແລກປ່ຽນຄວາມຮູ້, ປະສົບການ, ຂໍ້ມູນຂ່າວສານ ແລະ ຊອກຮູ້ຄວາມຕ້ອງການຂອງຜູ້ປະກອບການລາວ

– ໃຫ້ ສຄອຊ ເປັນຜູ້ຊຸກຍູ້ສະມາຊິກຂອງ ສຄອຊ ມາລົງທຶນໃນລັດຖະບານ.

ດ້ວຍເຫດນັ້ນ, ພິທີດັ່ງກ່າວຈຶ່ງຖືເປັນຈຸດໝາຍອັນສຳຄັນໃນການເພີ່ມທະວີການຂະຫຍາຍຕົວຂອງວຽກງານຫຼັກຊັບ ເວົ້າລວມ, ເວົ້າສະເພາະ ກໍ່ຄືການສ້າງຄວາມເຂັ້ມແຂງໃຫ້ແກ່ຕະຫຼາດທຶນລາວໃນອະນາຄົດ.

Write a Message

Your email address will not be published.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword