ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ເເລະ ອຸດສາຫະກຳ ເເຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມທຸລະກິດອາຊຽນ-ອົດສະຕາລີ 2024 (ASEAN-Australia Business Forum 2024)
ຄະນະຜູ້ເເທນຈາກ ສປປ ລາວ ນໍາພາໂດຍ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ ພ້ອມດ້ວຍຜູ້ຕ່າງໜ້າຈາກ ກົມສົ່ງເສີມການລົງທຶນ,
ກະຊວງ ແຜນການ ແລະ ການລົງທຶນ, ກົມເເຜນການ ເເລະ ການຮ່ວມມື, ກະຊວງ ກະສິກຳ ເເລະ ປ່າໄມ້ ເເລະ ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ເເລະ ອຸດສາຫະກຳ ເເຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມທຸລະກິດອາຊຽນ-ອົດສະຕາລີ 2024 (ASEAN-Australia Business Forum 2024) ທີ່ ນະຄອນຊິດນີ້ ປະເທດ ອົດສະຕາລີ ໃນວັນທີ 29-30 ສິງຫາ 2024 ໂດຍມີ ຜູ້ເຂົ້າຮ່ວມຈາກພາກລັດ ແລະ ພາກທຸລະກິດຂອງ 10 ປະເທດ ສະມາຊິກອາຊຽນ ແລະ ປະເທດ ອົດສະຕາລີ.
ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງ ເເຜນການ ເເລະ ການລົງທຶນ ໄດ້ ຂຶ້ນກ່າວສູນທອນພົດ ພາຍໃຕ້ຫົວຂໍ້: “ທິດທາງໃໝ່ແລະ ກາລະໂອກາດໃໝ່ (New Direction with New Opportunities)” ໂດຍໄດ້ເນັ້ນວ່າ: ປີ 2024 ເປັນປີເເຫ່ງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 50 ປີ ຂອງ ອົດສະຕາລີ ເເລະ ອາຊຽນ ເຊິ່ງໄດ້ກາຍເປັນ ຂີດໝາຍ ອັນສຳຄັນ ນັບແຕ່ອົດສະຕາລີໄດ້ກາຍເປັນຄູ່ເຈລະຈາຄັ້ງທຳອິດຂອງອາຊຽນໃນປີ 1974 ພ້ອມທັງ ເປັນປີທີ່ ລາວ ເເລະ ອົດສະຕາລີ ສະເຫຼີມສະຫຼອງສາຍພົວພັນ ທາງດ້ານການທູດ ຄົບຮອບ 72 ປີ. ສປປ ລາວ ມີຄວາມອາດສາມາດບົ່ມຊ້ອນ ແລະ ມີຄວາມພ້ອມໃນການເປັນສູນກາງການລົງທຶນ ແລະ ການຄ້າຂອງອາຊຽນ ໃນຂະແໜງບູລິມະສິດເປັນຕົ້ນແມ່ນຂະແໜງກະສິກໍາສະອາດ, ພະລັງງານທົດແທນ, ການພັດທະນາພື້ນຖານໂຄງລ່າງ, ການຂົນສົ່ງ ແລະ ໂລຈີສສະຕິກ, ນະວັດຕະກໍາດິຈິຕອນ, ສາທາລະນະສຸກ ແລະ ການສຶກສາຊຶ່ງສອດຄ່ອງກັບຂະແໜງການບູລິມະສິດຂອງຍຸດທະສາດດ້ານເສດຖະກິດໃນພາກພື້ນອາຊີຕາເວັນອອກສຽງໃຕ້ຂອງອົດສະຕາລີ (Australia’s Southeast Asia Economic Strategy to 2040).


ຄະນະຜູ້ແທນຂອງລາວ ຍັງໄດ້ພົບປະ ກັບ ທ່ານ ດອນ ຟາເຣວ, ລັດຖະມົນຕີ ກະຊວງການຄ້າ ປະເທດອົດສະຕີລີ ແລະ ທ່ານ ອານຸລັກ ຈັນທິວົງ, ລັດຖະມົນຕີດ້ານການຄ້າຂອງລັດ New South Wales ປະເທດອົດສະຕາລີ ເຊິ່ງໄດ້ປຶກສາຫາລືກ່ຽວກັບທ່າແຮງ ດ້ານການຄ້າ-ການລົງທຶນ ລະຫວ່າງ ລາວແລະອົດສະຕາລີ ແລະຍົກໃຫ້ເຫັນວ່າ ບໍລິສັດຂອງອົດສະຕາລີ ໄດ້ມີຄວາມສົນໃຈຫຼາຍຂຶ້ນ ໃນການລົງທຶນ ຢູ່ໃນ ສປປ ລາວ ໂດຍສະເພາະ ໃນຂະແໜງກະສິກຳສະອາດ, ແຮ່ທາດ ແລະພະລັງງານ.
