ການຮ່ວມມືຖ່າຍທອດເຕັກໂນໂລຊີ ແລະ ນະວັດຕະກຳໃໝ່ສົ່ງເສີມຜູ້ປະກອບການກິດຈະກນ MSMEs

ການຮ່ວມມືຖ່າຍທອດເຕັກໂນໂລຊີ ແລະ ນະວັດຕະກຳໃໝ່ສົ່ງເສີມຜູ້ປະກອບການກິດຈະກນ MSMEs

ໃນຕອນເຊົ້າວັນທີ 24 ພະຈິກ 2021 ທີ່ຫ້ອງການ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ໄດ້ມີພິທີເຊັນບົດບັນທຶກຂໍ້ຕົກລົງວ່າດ້ວຍການຮ່ວມມືແລກປ່ຽນຂໍ້ມູນຂ່າວສານ, ຖ່າຍທອດເຕັກໂນໂລຊີ ແລະ ນະວັດຕະກຳໃໝ່ ເພື່ອສົ່ງເສີມຜູ້ປະກອບກິດຈະການ MSMEs. ລະຫວ່າງທ່ານ ສຸມານະ ຈຸລາມະນີ, ຫົວໜ້າກົມເຕັກໂນໂລຊີ ແລະ ນະວັດຕະກຳ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວຂື້ນຢ່າງເປັນທາງການ ໂດຍມີທ່ານ ປອ ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ກຽດເປັນສັກຂີພະຍານ ພ້ອມດ້ວຍຄະນະບໍລິຫານ, ຄະນະນຳ ແລະ ພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມ.

ຈຸດປະສົງຂອງການຮ່ວມມືໃນຄັ້ງນີ້ແມ່ນເພື່ອແລກປ່ຽນຂໍ້ມູນຂ່າວສານທາງດ້ານວິຊາການ, ເຜີຍແຜ່ນິຕິກຳ ແລະ ຮ່ວມກັນຖ່າຍທອດຄວາມຮູ້ທາງດ້ານເຕັກໂນໂລຊີ ແລະ ນະວັດຕະກຳຕ່າງໆ ໃນການຊຸກຍູ້ ສົ່ງເສີມຜູ້ປະກອບກິດຈະການ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ສາມາດເຂົ້າເຖິງເຕັກໂນໂລຊີ ແລະ ນຳໃຊ້ນະວັດຕະກຳໃໝ່ໆ ເຂົ້າໃນການຄຸ້ມຄອງ ແລະ ບໍລິຫານທຸລະກິດ. ບົດບັນທຶກຂໍ້ຕົກລົງສະບັບນີ້ ຈະເປັນແນວທາງຮ່ວມກັນໃນການຈັດຕັ້ງຜັນຂະຫຍາຍຍຸດທະສາດວ່າດ້ວຍການພັດທະນາເສດຖະກິດ Digital, ກົດໝາຍວ່າດ້ວຍໂທລະຄົມມະນາຄົມສະບັບປັບປຸງ ແລະ ກົດໝາຍວ່າດ້ວຍເຕັກໂນໂລຊີລະດັບສູງ ເຊິ່ງເປັນກົດໝາຍໃໝ່ທີ່ສະພາແຫ່ງຊາດໄດ້ຮັບຮອງໃນກອງປະຊຸມອາທິດທີ່ຜ່ານມານີ້ ແລະ ນິຕິກຳອື່ນໆ ເປັນຕົ້ນແມ່ນ ກົດໝາຍວ່າດ້ວຍການຖ່າຍທອດເຕັກໂນໂລຊີ ທີ່ໄດ້ປະກາດໃຊ້ໃນປີ 2017. ບັນດາກົດໝາຍດັ່ງກ່າວ ແມ່ນຕິດພັນໂດຍກົງກັບຂົງເຂດວຽກງານສົ່ງເສີມ MSMEs ໃຫ້ຫັນເປັນທັນສະໄໝ

ພາຍໃຕ້ການຊີ້ນຳ ນຳພາຢ່າງໃກ້ຊິດຂອງຄະນະບໍລິຫານ ແລະ ຄະນະນຳ ທັງສອງຝ່າຍ ຈະໄດ້ຕັ້ງຄະນະຮັບຜິດຊອບຮ່ວມກັນໃນການກຳນົດແຜນການເຄື່ອນໄຫວກິດຈະກຳຕ່າງໆໃນຂອບໄລຍະ 3 ປີຂ້າງໜ້າຂອງການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈສະບັບນີ້, ເພື່ອຮັບປະກັນໃຫ້ການຮ່ວມມືປະສົບຜົນສຳເລັດ ແລະ ນຳເອົາຜົນປະໂຫຍດສູງສຸດມາໃຫ້ແກ່ຜູ້ປະກອບກິດຈະການ ຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງໃນ ສປປລາວ

Write a Message

Your email address will not be published.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword