ກອງປະຊຸມຄະນະກໍາມະການ ຄຸ້ມຄອງໄພພິບັດ ທົ່ວປະເທດ ປະຈໍາປີ 2025
ນະຄອນຫຼວງວຽງຈັນ – ໃນວັນທີ 16 ມີນາ 2026, ທີ່ ໂຮງແຮມ ລາວພລາຊ່າ.
ທ່ານ ປອ ໄຊບັນດິດ ຣາຊະພົນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍ ຄະນະຊີ້ນຳວຽກງານໄພພິບັດຂອງ ສຄອຊ
ເຂົ້າຮ່ວມກອງປະຊຸມຄະນະກໍາມະການ ຄຸ້ມຄອງໄພພິບັດ ທົ່ວປະເທດ ປະຈໍາປີ 2025 (ສຄອຊ ເຂົ້າຮ່ວມ ໃນນາມສັງເກດການ). ໂດຍ ໃຫ້ກຽດເປັນປະທານ ເປີດກອງປະຊຸມຂອງ ທ່ານ ພົນເອກ. ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ປະທານ ຄະນະກຳມະການ ຄຸ້ມຄອງໄພພິບັດ ຂັ້ນສູນກາງ, ມີບັນດາທ່ານ ລັດຖະມົນຕີ ຮສສ, ຮອງລັດຖະມົນຕີ ໃນນາມຮອງປະທານ ຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ, ມີບັັນດາຄະນະປະທານໃນ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ກະຊວງ, ອົງການ, ແຂວງ ແລະ ທ້ອງຖີ່ນ ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອລາຍງານ ແລະ ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດ 03ປີ (2021-2025), ທິດທາງແຜນການ 05ປີ (2026-2030), ສະຫຼຸບວຽກງານປີ 2025 ແລະ ແຜນການເຄື່ອນໄຫວ 2026, ນອກຈາກນີ້ຍັງເພື່ອເປັນການຜ່ານ ແລະ ຮັບຮອງຮ່າງແຜນກຽມພ້ອມຕອບໂຕ້ໄພພິບັດປີ 2026 ແລະ ລາຍງານການຈັດຕັ້ງປະຕິບັດກອງທຶນຄຸ້ມຄອງໄພພິບັດຂັ້ນສູນກາງ ປະຈຳປີ 2025.
