ພິທີໄວ້ອາໄລລະດັບຊາດ ຂອງລັດຖະບານຍີ່ປຸ່ນ ໃຫ້ແກ່ ທ່ານ ອາເບະ ຊິນໂຊ, ອະດີດນາຍົກ ລັດຖະມົນຕີ ຍີ່ປຸ່ນ

ພິທີໄວ້ອາໄລລະດັບຊາດ ຂອງລັດຖະບານຍີ່ປຸ່ນ ໃຫ້ແກ່ ທ່ານ ອາເບະ ຊິນໂຊ, ອະດີດນາຍົກ ລັດຖະມົນຕີ ຍີ່ປຸ່ນ

ທ່ານ ທະນົງສິນ ກັນລະຍາ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ພ້ອມດ້ວຍພາກທຸລະກິດ ທີ່ເປັນສະມາຊິກ ສຄອຊ ຈຳນວນ 30 ທ່ານ ເດີນທາງຮ່ວມກັບ ຄະນະທາງການ ແລະ ຄະນະຕິດຕາມ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ພັນລະຍາ

ເພື່ອເຂົ້າຮ່ວມພິທີໄວ້ອາໄລລະດັບຊາດ ຂອງລັດຖະບານຍີ່ປຸ່ນ ໃຫ້ແກ່ ທ່ານ ອາເບະ ຊິນໂຊ, ອະດີດນາຍົກ ລັດຖະມົນຕີ ຍີ່ປຸ່ນ, ທີ່ ນະຄອນຫຼວງ ໂຕກຽວ, ປະເທດ ຍີ່ປຸ່ນ. ໃນລະຫວ່າງ ວັນທີ 25-29 ກັນຍາ 2022, ການເດີນທາງໃນຄັ້ງນີ້, ຍັງໄດ້ເດີນທາງເຄື່ອນໄຫວວຽກງານ ແລະ ຢ້ຽມຢາມເຂດພື້ນຖານເສດຖະກິດ, ທີ່ ນະຄອນໂຕກຽວ, ປະເທດ ຍີ່ປຸ່ນ ພ້ອມທັງຮ່ວມ 02 ກອງປະຊຸມຄືດັ່ງນີ້:
ກອງປະຊຸມພົບປະທຸລະກິດ ລາວ-ຍີ່ປຸ່ນ, ໃນວັນທີ 27 ກັນຍາ 2022, ເວລາ 10:00 – 11:30 ໂມງ, ທີ່ ສູນອາຊຽນ-ຍີ່ປຸ່ນ, ປະເທດ ຍີ່ປຸ່ນ
ກອງປະຊຸມດັ່ງກ່າວໄດ້ເປີດໂອກາດໃຫ້ ທັງສອງຝ່າຍໄດ້ມີການສ້າງເຄືອຄ່າຍທຸລະກິດ, ມີການປຶກສາຫາລືເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ພ້ອມກັນທີ່ຈະເເລກປ່ຽນຂໍ້ມູນປຶກສາຫາລືກັນໃນອະນາຄົດອັນໃກ້ ໃນການຮ່ວມກັນຜັກດັນມູນຄ່າການຄ້າລະຫວ່າງທຸລະກິດ ຍີ່ປຸ່ນ-ລາວ ໃຫ້ຂະຫຍາຍໂຕຍິ່ງຂຶ້ນ, ປະເທດຍີ່ປຸ່ນກໍ່ຈະໄດ້ເປີດປະເທດໄວໆນີ້ ໃນຊ່ວງເດືອນ ຕຸລາ 2022, ເພື່ອເຮັດໃຫ້ພາກທຸລະກິດທັງສອງຝ່າຍໃນອານາຄົດຂ້າງໜ້າມີການຮ່ວມມືກັນຢ່າງມີປະສິດທິຜົນ, ໂດຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ສອດຄ່ອງກັບລະບຽບຫຼັກການ ແລະ ກົດໝາຍຂອງສອງປະເທດ. ໃນກອງປະຊຸມ ຄະນະນັກທຸລະກິດ ຍີ່ປຸ່ນ ແລະ ຄະນະນັກທຸລະກິດຈາກ ສປປ ລາວ ເຂົ້າຮ່ວມທັງຫມົດປະມານ 70 ທ່ານ ເຊິ່ງໃນນັ້ນນັກທຸລະກິດລາວ 30 ທ່ານ ປະກອບມີ: ຂະແໜງການຄ້າ ຂາເຂົ້າ-ຂາອອກ, ພະລັງງານ, ຂົນສົ່ງ-ຈັດສົ່ງສິນຄ້າ, ກະສິກໍາ, ໄອທີ, ທ່າບົກ, ທະນາຄານ, ອະສັງຫາລິມະຊັບ ແລະ ການຄ້າ-ການລົງທຶນ ແລະ ອື່ນໆ.
ກອງປະຊຸມພົບ ລະຫວ່າງ ສະພາການຄ້າ ແລະ ອຸດ ສາຫະກຳແຫ່ງຊາດລາວ ແລະ ສະພາການຄ້າ ແລະ ອຸດສາຫະກຳ ປະເທດ ຍີ່ປຸ່ນ, ໃນວັນທີ 27 ກັນຍາ 2022, ເວລາ 14:00 – 15:30 ໂມງ, ທີ່ ສະຖານທູດ ລາວ ປະຈໍາ ຍີ່ປຸ່ນ, ປະເທດ ຍີ່ປຸ່ນ.
ກອງປະຊຸມດັ່ງກ່າວ ແມ່ນເປັນການພົບປະແລກປ່ຽນບົດຮຽນໃນການສົ່ງເສີມທຸລະກິດ, ສ້າງສາຍພົວພັນ, ການດຶງດູດການລົງທຶນ ແລະ ເຈລະຈາໃນການຮ່ວມມືທາງດ້ານເສດຖະກິດ ແລະ ການຄ້າ ລະຫວ່າງ ລາວ-ຍີ່ປຸ່ນ, ເພື່ອໃຫ້ເກີດຮ່ວມມືລະຫວ່າງພາກທຸລະກິດ ລາວ-ຍີ່ປຸ່ນ ໃຫ້ ປະສົບຜົນສໍາເລັດ ແລະ ມີປະສິດທິຜົນສູງສຸດ, ໃນຂະແໜງການຂົນສົ່ງ, ຈັດສົ່ງສິນຄ້າ ທ່າບົກ, ການລົງທຶນ, ເຂດເສດຖະກິດພິເສດ, ການນໍາເຂົ້າ – ສົ່ງອອກຜະລິດຕະພັນ. ກອງປະຊຸມໃນຄັ້ງນີ້ແມ່ນດໍາເນີນໄປດ້ວຍບັນຍາກາດອັນດີ ແລະ ສ້າງສັນ ເຊີ່ງບັນດາພາກທຸລະກິດ ລາວ ແລະ ພາກທຸລະກິດ ຍີ່ປຸ່ນ, ໄດ້ມີການປະກອບຄໍາເຫັນທາງດ້ານການລົງທຶນໃນແຕ່ລະດ້ານ ແລະ ຕ້ອງການລົງທຶນຢູ່ ສປປ ລາວ ໃນຂະແໜງການໃດ, ປະສົບການຕົວຈິງໃນການລົງທຶນ ແລະ ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະ ຊຸກຍູ້ການຮ່ວມມື ເຊິ່ງກັນ ແລະ ກັນ ໃຫ້ຫຼາຍຂຶ້ນ. ສະນັ້ນ ທັ້ງສອງຝ່າຍ ກໍ່ໄດ້ສະເໜີ ແລະ ຖອດຖອນບົດຮຽນໃນການແລກປ່ຽນກັນ ດັ່ງລຸ່ມນີ້:
– ສະເໜີໃຫ້ເສີມສ້າງໃນການພັດທະນາປະເທດ ລະຫວ່າງ ພາກທຸລະກິດ ຍີ່ປຸ່ນ – ລາວ ຄື: ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການແລກປ່ຽນວັດທະນາທຳ ກັນຫຼາຍຂຶ້ນ.
– ສົ່ງເສີມໃຫ້ທຸລະກິດ ຮຸ້ນໃໝ່ຂອງ ລາວ ແລະ ຍີ່ປຸ່ນ ໄດ້ມີໂອກາດ ຮ່ວມມືນໍາກັນ ຫຼາຍຂຶ້ນ.

Write a Message

Your email address will not be published.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword