ພິທີປະກາດການສ້າງຕັ້ງ ສະພາການຄ້າ ແລະ ອຸດສາຫະກຳ ເມືອງນາຊາຍທອງ

ພິທີປະກາດການສ້າງຕັ້ງ ສະພາການຄ້າ ແລະ ອຸດສາຫະກຳ ເມືອງນາຊາຍທອງ

ໃນຕອນເຊົ້າຂອງວັນທີ 04 ມີນາ 2021 ທີ່ ສະໂມສອນປົກຄອງເມືອງ ນາຊາຍທອງ, ໄດ້ມີ ພິທີ ປະກາດການສ້າງຕັ້ງ ແລະ ການແຕ່ງຕັ້ງ ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ເມືອງນາຊາຍທອງ

ໂດຍໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ວຽງຄຳ ສີຫາໂຄດ ເຈົ້າເມືອງ ເມືອງນາຊາຍທອງ, ທ່ານ ນາງ ວັນມະນີ ພິມມະສານ ຫົວຫນ້າພະແນກ ອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ, ທ່ານ ຈັນທອນ ສິດທິໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ທ່ານ ສັງຄົມ ຈັນສຸກ ປະທານສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫລວງວຽງຈັນ.

ຕາມຂໍ້ຕົກລົງຂອງທ່ານເຈົ້າເມືອງນາຊາຍທອງວ່າດ້ວຍການແຕ່ງຕັ້ງຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ຂັ້ນເມືອງ ເມືອງນາຊາຍທອງ ໄດ້ແຕ່ງຕັ້ງຄະນະ ບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ເມືອງນາຊາຍທອງດັ່ງນີ້:

1 ທ່ານ ສົມບູນ ເນຕິບັນດິດ ບໍລິສັດທິບພະຈັນ ກໍ່ສ້າງ ແລະ ຕິດຕັງໄຟ້າ ເປັນປະທານ

2 ທ່ານ ສັນຕິ ສີດາວົງ ບໍລິສັດສົມວັນຈະເລີນ ປີໂຕລຽມ ເປັນຮອງປະທານ

3 ທ່ານ ຄູນມີ ໂຊກທະວີ ຕະຫລາດໂຊກທະວີ-ບໍລິສັດ ເອັສທີ ເປັນຮອງປະທານ

4 ທ່ານ ພອນແກ້ວ ສີລິຈັກ ຟາມລ້ຽງງົວ ເປັນຄະນະ

5 ທ່ານ ຢ່າຊົ້ງ ບໍລິສັດ ທີ່ປືກສາ ວິສະວະກອນ ໄຟຟ້າ ແລະ ເຄື່ອງວັດແທກ ອັດຕະໂນມັດ ເປັນຄະນະ

6 ທ່ານ ນາງ ພູວຽງ ໂຮງຮຽນຟ້າຄາມ ເປັນຄະນະ

7 ທ່ານ ບຸນຫົງ ທຳມະວົງ ຮ້ານອາຫານ 89 ເປັນຄະນະ

8 ທ່ານ ຄຳບານ ພັນມີໄຊ ບໍລິສັດ ພັນມີໄຊ ເປັນຄະນະ

9 ທ່ານ ໃຫຍ່ ແກ້ວມະນີ ຟາມລ້ຽງຫມູ ເປັນຄະນະ

10 ທ່ານ ບຸນຖົມ ອິນທະວົງ ບໍລິສັດສົ່ງເສີມກະສິກຳ ເປັນຄະນະ

11 ທ່ານ ນາງ ເດັນພັນ ບຸບຜາ ໂຮງຮຽນແສງໃສ ເປັນຄະນະ

ເຊິ່ງສິດ ແລະ ຫນ້າທີ່ຂອງຄະນະຮັບຜິດຊອບແມ່ນການວາງມາດຕະການທີ່ຈຳເປັນ ເພື່ອຈັດຕັ້ງປະຕິບັດ ມະຕິ ກອງປະຊຸມໃຫຍ່ຂອງຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ເມືອງນາຊາຍທອງ, ພິຈາລະນາຕົກລົງກ່ຽວກັບການເຄືອນໄຫວ, ແຜນງົບປະມານປະຈຳປີ ຂອງ ສະພາການຄ້າ ແລະ ອຸດສາຫະກຳ ຂັ້ນເມືອງນາຊາຍທອງ, ປະຕິບັດສິດອື່ນໆ ທີ່ໄດ້ກຳນົດໄວໃນລະບຽບ ຂອງສະພາການຄ້າ ແລະ ອຸດສາຫະກຳ ຂັ້ນເມືອງນາຊາຍທອງ ແລະ ລະບຽບກົດຫມາຍຂອງລັດ.

Write a Message

Your email address will not be published.

Related Posts

ກອງປະຊຸມ ປຶກສາຫາລືກ່ຽວກັບ ລະດັບມາດຕະຖານການຫຼຸດຜ່ອນຜົນກະທົບຕໍ່ຊີວະນານາພັນ ຢູ່ ສປປ ລາວ

ກອງປະຊຸມ ປຶກສາຫາລືກ່ຽວກັບ ລະດັບມາດຕະຖານການຫຼຸດຜ່ອນຜົນກະທົບຕໍ່ຊີວະນານາພັນ ຢູ່ ສປປ ລາວ

ກອງປະຊຸມ ປຶກສາຫາລືກ່ຽວກັບ ລະດັບມາດຕະຖານການຫຼຸດຜ່ອນຜົນກະທົບຕໍ່ຊີວະນານາພັນ ຢູ່ ສປປ ລາວ, ໃນວັນທີ່ 14 ກຸພາ 2025, ທີ່ ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ…Read more

HELVETAS ເພີ່ມທະວີການຮ່ວມມືກັບ ສຄອຊ ເພື່ອພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ

HELVETAS ເພີ່ມທະວີການຮ່ວມມືກັບ ສຄອຊ ເພື່ອພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ

HELVETAS ເພີ່ມທະວີການຮ່ວມມືກັບ ສຄອຊ ເພື່ອພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 12 ກຸມພາ 2025.…Read more
ມູນຄ່າການຄ້າຕ່າງປະເທດ (ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ) ຂອງ ສປປ ລາວ ປະຈໍາປີ 2024 ບັນລຸໄດ້ 16,347 ລ້ານໂດລາສະຫະລັດ

ມູນຄ່າການຄ້າຕ່າງປະເທດ (ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ) ຂອງ ສປປ ລາວ ປະຈໍາປີ 2024 ບັນລຸໄດ້ 16,347 ລ້ານໂດລາສະຫະລັດ

ມູນຄ່າການຄ້າຕ່າງປະເທດ (ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ) ຂອງ ສປປ ລາວ ປະຈໍາປີ 2024 ບັນລຸໄດ້ 16,347 ລ້ານໂດລາສະຫະລັດ ທຽບໃສ່ ປິຜ່ານມາ…Read more

Enter your keyword