ສຄອ ແຂວງອັດຕະປື ໄດ້ຈັດຕັ້ງຄະນະບໍລິຫານງານ ຊຸດໃໝ່

ສຄອ ແຂວງອັດຕະປື ໄດ້ຈັດຕັ້ງຄະນະບໍລິຫານງານ ຊຸດໃໝ່

ໃນຕອນເຊົ້າ ຂອງວັນທີ 21 ກໍລະກົດ 2020 ທີ່ ຫ້ອງປະຊຸມໃຫ່ຍ ສະພາປະຊາຊົນ ແຂວງອັດຕະປື,  ສະພາການຄ້າ ແລະ ອຸດສາຫະກໍາ ແຂວງອັດຕະປື ໄດ້ຈັດ ກອງປະຊຸມໃຫ່ຍ ຂອງ ສະພາການຄ້າແລະ ອຸດສາຫະກໍາ ແຂວງອັດຕະປື ຂື້ນ.

ໂດຍໃຫ້ກຽດ ເປັນປະທານໂດຍ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງແຂວງອັດຕະປື ແລະ ປະທານຮ່ວມ ໂດຍມີ ທ່ານ ສຽວສະຫວາດ ສະແຫວງສຶກສາ ປະທານກິດຕິມະສັກ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ທ່ານ ຄໍາຫວັນ ຈັນທະໂຄດ ຫົວຫນ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງອັດຕະປື, ທ່ານ ວົງວິໄລ ໄຊຍະສອນ ປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງອັດຕະປື. ພ້ອມດ້ວຍແຂກທີ່ຖຶກເຊີນຈາກອົງການຈັດຕັ້ງລັດທີ່ກ່ຽວຂ້ອງ, ຄະນະບໍລິຫານງານ ສຄອ ແຂວງ ອັດຕະປື, ນັກທຸລະກິດ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ທີ່ເຂົ້າຮ່ວມກອງປະຊຸມ.

ພາຍໃນກອງປະຊຸມ ດັ່ງກ່າວ, ທ່ານ ວົງວິໄລ ໄຊຍະສອນ ປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງອັດຕະປື, ໄດ້ລາຍງານການເຄື່ອນໄຫວປະຕິບັດວຽກງານຂອງ ສຄອ ແຂວງ ສະໄໝທີ I ໃນໄລຍະ ປີ 2015-2020 ຜ່ານມາ ໃນວຽກງານການຂະຫຍາຍສະມາຊິກ, ສະມາຄົມ, ກຸ່ມທຸລະກິດພາຍໃນແຂວງ, ວຽກງານ ແຫຼ່ງກຳເນີດສິນຄ້າ ແລະ ມາດຕະຖານ, ວຽກງານພັດທະນາທຸລະກິດຂະໜາດນ້ອຍ ແລະ ກາງ (SME), ວຽກງານສົ່ງເສີມການຕະຫຼາດ, ວຽກງານການເງິນ, ວຽກງານການຊ່ວຍເຫຼືອສັງຄົມ ແລະ ນອກຈາກນີ້ ຍັງໄດ້ລາຍງານ ທິດທາງ ແຜນການຈັດຕັ້ງປະຕິບັດ ຂອງຄະນະ ສຄອ ແຂວງອັດຕະປື ປະຈຳປີ 2020-2023. ປະຈຸບັນ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງອັດຕະປື ມີສະມາຊິກທີ່ຂຶ້ນໂດຍກົງ ທັງໝົດ 19 ຫົວໜ່ວຍ.

ໃນກອງປະຊຸມ ກໍໄດ້ມີການແຕ່ງຕັ້ງຄະນະບໍລິຫານງານ ຊຸດໃໝ່ ອີງຕາມຂໍ້ຕົກລົງຂອງເຈົ້າແຂວງ ແຂວງອັດຕະປື ເລກທີ 998/ຈຂ.ອປ, ລົງວັນທີ 20 ກໍລະກົດ 2020 ແມ່ນຕົກລົງແຕ່ງຕັ້ງຄະນະບໍລິຫານງານ ສຄອ ແຂວງອັດຕະປື ເຊິ່ງມີລາຍຊື່ລະອຽດດັ່ງລຸ່ມນີ້:

  1. ທ່ານ ວົງວິໄລ ໄຊຍະສອນ ເປັນປະທານ (ສະໄໝທີ II)
  2. ທ່ານ ນາງ ແສງອາພອນ ພິຈິດ ເປັນຮອງປະທານ
  3. ທ່ານ ບຸນກອງ ໄຊຍະແສງ ເປັນຮອງປະທານ
  4. ທ່ານ ພູມະໂນ ລາຊະຈັກ ເປັນຮອງປະທານ
  5. ທ່ານ ພອນສະຫວັນ ໄຊທະນາສີ ເປັນຄະນະປະຈຳ
  6. ທ່ານ ນາງ ບົວລະພາ ພົມມະຈັນ ເປັນຄະນະປະຈຳ
  7. ທ່ານ ບຸນລ້ອມ ສິງລາດສົມບູນ ເປັນຄະນະປະຈຳ
  8. ທ່ານ ນາງ ສິນສະໝຸດ ໄຊຍະເສນາ ເປັນຄະນະປະຈຳ
  9. ທ່ານ ຂາວພອນ ສີວົງສາ ເປັນຄະນະປະຈຳ
  10. ທ່ານ ນາງ ສົມບົວວັນ ໝັ້ນອານົງ ເປັນຄະນະບໍລິຫານງານ
  11. ທ່ານ ເດດລຳພອນ ໄຊຍະສິດ ເປັນຄະນະບໍລິຫານງານ
  12. ທ່ານ ເດດສຸບັນ ມະໄລທອງ ເປັນຄະນະບໍລິຫານງານ
  13. ທ່ານ ແປງທອງ ພົມມະວິໄລ ເປັນຄະນະບໍລິຫານງານ
  14. ທ່ານ ນາງ ບຸນປະເສີດ ສຸວັນນາໄລ ເປັນຄະນະບໍລິຫານງານ
  15. ທ່ານ ນາງ ລັດຕະນະພອນ ສິງຄຳປະເສີດ ເປັນຄະນະບໍລິຫານງານ
  16. ທ່ານ ນາງ ລຸ້ງຫຼຶດີ ໄຊຍະແສງ ເປັນຄະນະບໍລິຫານງານ
  17. ທ່ານ ສຸລິສັກ ຈັນທະລັງສີ ເປັນຄະນະບໍລິຫານງານ
  18. ທ່ານ ສີສະຫວັດ ໂພທິສາລາດ ເປັນຄະນະບໍລິຫານງານ
  19. ທ່ານ ບຸນລ້ຳ ທິບພະວົງ ເປັນຄະນະບໍລິຫານງານ
  20. ທ່ານ ວິລະພັນ ສະລະມະນີ ເປັນຄະນະບໍລິຫານງານ
  21. ທ່ານ ແກ້ວວິຊຽນ ສີຊານົນ ເປັນຄະນະບໍລິຫານງານ
  22. ທ່ານ ເວຫາ ຫອມສົມບັດ ເປັນຄະນະບໍລິຫານງານ
  23. ທ່ານ ເພັດສະໄໝ ຂຸມເພັດຊາວົງ ເປັນຄະນະບໍລິຫານງານ
  24. ທ່ານ ສົມສັກ ຈັນທະສອນ ເປັນຄະນະບໍລິຫານງານ
  25. ທ່ານ ບຸນຮຽງ ຫຼ້າຄຳ ເປັນຄະນະບໍລິຫານງານ
  26. ທ່ານ ທອງສອນ ພິລາວົງ ເປັນຄະນະບໍລິຫານງານ
  27. ທ່ານ ວິພາກອນ ສິດທິປັນຍາ ເປັນຄະນະບໍລິຫານງານ
  28. ທ່ານ ດວງໃຈ ໂພສະລາດ ເປັນຄະນະບໍລິຫານງານ

ນອກຈານນີ້, ກໍ່ໄດ້ແຕ່ງຕັ້ງ ປະທານທີ່ປຶກສາ 1 ທ່ານ, ເລຂາທິການ 1 ທ່ານ, ປະທານກວດກາ 1 ທ່ານ, ຮອງປະທານກວດກາ 1 ທ່ານ ຂອງ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງອັດຕະປື.

ທ່ານ ສຽວສະຫວາດ ສະແຫວງສຶກສາ, ປະທານກິດຕິມະສັກ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວກໍ່ໄດ້ມີຄຳເຫັນຕໍ່ກອງປະຊຸມ ແລະ ກ່າວຂອບໃຈຄະນະບໍລິຫານງານຊຸດເກົ່າ ແລະ ຊຸດໃຫ່ມ ທີ່ເອົາໃຈໃສ່ຈັດຕັ້ງນໍາພາ ສຄອ ແຂວງ ອັດຕະປື ໃຫ້ນັບມື້ເຂັ້ມແຂງ ແລະ ເຜີຍແຜ່ດໍາລັດ 237/ນຍ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງ ສຄອຊ.

ກ່ອນການປິດກອງປະຊຸມ, ທ່ານ ເລັດ ໄຊຍະພອນ ເຈົ້າແຂວງແຂວງອັດຕະປື ກໍ່ໄດ້ໃຫ້ຄຳໂອວາດ ແລະ ໃຫ້ທິດຊີ້ນຳຕໍ່ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງອັດຕະປື ໃຫ້ເອົາໃຈໃສ່ ຈັດຕັ້ງຕາມດໍາລັດ 237/ນຍ ຢ່າງເຂັ້ມງວດ, ປຸກລະດົມຂົນຂວາຍບໍລິສັດເຂົ້າເປັນສະມາຊິກ ເພື່ອຄວາມເຂັມແຂງ ຂອງ ສຄອ ອັດຕະປື, ຈັດຕັ້ງສ້າງກຸ່ມ ແລະ ສະມາຄົມທຸລະກິດພາຍໃນແຂວງ ເພື່ອໃຫ້ມີຄວາມສະດວກໃນການເຂົ້າຫາແຫຼ່ງທຶນ ແລະ ຍັງໄດ້ແນະນໍາໃຫ້ບັນດາພະແນກການຂອງລັດ ແລະ ທຸລະກິດ ໃຫ້ເຂົ້າໃຈເຖິງພາລະບົດບາດຂອງ ສຄອ ແຂວງ ຮ່ວມມືກັບ ສຄອ ແຂວງ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword