ງານເຜີຍແຜ່ແຜນງານໂຄງການ “ລາວຍືນຍາວ” (Lasting Laos) ຢ່າງເປັນທາງການ
ໃນຕອນບ່າຍ ວັນທີ 12 ທັນວາ 2025 ເວລາ 14:30 ໂມງ ທີ່ ໂຮງແຮມ ເດີແກຣນ, ແຂວງຫຼວງພະບາງ ໄດ້ມີການຈັດງານເຜີຍແຜ່ແຜນງານໂຄງການ “ລາວຍືນຍາວ” (Lasting Laos) ຢ່າງເປັນທາງການ ທີ່ແຂວງຫຼວງພະບາງ,
ເປັນປະທານເປີດງານໂດຍ: ທ່ານ ນາງ ມະນີວອນ ວົງໄຊ, ຫົວໜ້າກົມສົ່ງເສີມ ຈຸນລະວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາ ຫະກຳ ແລະ ການຄ້າ ແລະ ທ່ານ ນາງ ຈັນທະຈອນ ວົງໄຊ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ. ງານໃນຄັ້ງນີ້ມີຜູ້ເຂົ້າຮ່ວມຫລາຍກ່ວາ 60 ກວ່າທ່ານ ຈາກບັນດາພາກລັດ, ອົງການຈັດຕັ້ງ ແລະ ພາກທຸລະກິດໃນ ຂະແຫນ່ງການທີ່ປີ່ນອ້ອມການທ່ອງທ່ຽວ. ຈຸດປະສົງຂອງງານໃຫ້ຄັ້ງນີ້ ແມ່ນຈັດຂຶ້ນເພື່ອເຜີຍແຜ່ຂໍ້ມູນໃຫ້ຜູ້ປະກອບການທີ່ປະກອບທຸລະກິດ MSMEs ທີ່ນອນຢູ່ໃນຂແຫນງການທີ່ປີ່ນອ້ອມການທ່ອງທ່ຽວ ເພື່ອໃຫ້ຮັບຮູ້ຂໍ້ມູນກ່ຽວກັບພາບລວມຂອງໂຄງການ “ສົ່ງເສີມຜູ້ປະກອບການໄວໜຸ່ມ ແລະ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນຕ່ອງໂສ້ອຸດສາຫະກຳທ່ອງທ່ຽວລາວ ເພື່ອປະຕິບັດ ແລະ ສົ່ງເສີມການອຸປະໂພກບໍລິໂພກ ແລະ ການຜະລິດແບບຍືນຍົງ, ເສດຖະກິດໝູນວຽນ ແລະ ການສ້າງວຽກເຮັດງານທຳທີ່ມີຄຸນຄ່າ – (Lasting Laos)” ເຂົ້າໃຈເຖິງຂັ້ນຕອນໃນການລົງຖະບຽນເພື່ອສະໝັັກຮັບການຢັ້ງຢືນຈາກມາດຕະຖານ ລາວຍືນຍາວ.
ໂຄງການ ລາວຍືນຍາວ (Lasting Laos): ແມ່ນໂຄງການຮ່ວມຈັດຕັ້ງປະຕິບັດ ລະຫວ່າງ ກົມສົ່ງເສີມຈຸນລະວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ອົງການ ແພລນສາກົນ ປະຈໍາລາວ, ໂດຍໄດ້ຮັບທືນສະຫນັບສະຫນູນ ຈາກ ສະຫະພາບເອີຣົບ ໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ. ໂຄງການ “ລາວຍືນຍາວ” ແມ່ນການສືບຕໍ່ ແລະ ຂະຫຍາຍຜົນສໍາເລັດ ຈາກໂຄງການ SUSTOUR Laos. ເຊິ່ງກິດຈະກໍາເຫຼົ່ານີ້ ຈະເປັນຊ່ອງທາງສໍາຄັນ ໃນການປະສານງານລະຫວ່າງວິສາຫະກິດຂະໜາດນ້ອຍ ແລະ ກາງ, ຕົວແທນລັດຖະບານ, ຄູ່ຮ່ວມພັດທະນາ, ແລະ ພາກເອກະຊົນ ເພື່ອແນະນຳໂຄງການຮັບຮອງຄຸນນະພາບ “ລາວຍືນຍາວ” ຂັ້ນຕອນການສະໝັກ, ຜົນປະໂຫຍດທີ່ຈະໄດ້ຮັບສຳລັບວິສາຫະກິດ ແລະ ຊຸມຊົນ, ສະໜັບສະໜູນເສດຖະກິດຍືນຍົງ, ເສດຖະກິດໝູນວຽນ, ການທ່ອງທ່ຽວທີ່ຮັບຜິດຊອບຕາມນະໂຍບາຍລັດຖະບານ ແລະ ໂຄງການນີ້ ມີສ່ວນຊ່ວຍເສີມສ້າງເປົ້າໝາຍໂດຍສຸມໃສ່ ການສ້າງຄວາມເຂັ້ມແຂງໃຫ້ແກ່ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຄຽງຄູ່ກັບການມີສ່ວນຮ່ວມໃນການພັດທະນາເສດຖະກິດສີຂຽວ ທີ່ເປັນມິດກັບສິ່ງແວດລ້ອມກ້າວໄປສູ່ການຜະລິດ ແລະ ການບໍລິໂພກທີ່ຍືນຍົງຫຼາຍຂື້ນຕາມເປົ້າໝາຍໃຫ້ສໍາເລັດໃນປີ 2028.
ໂຄງການນີ້ ມີເປົ້າໝາຍສຸມໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ໂດຍສະເພາະແມ່ນຜູ້ປະກອບການໄວໜຸ່ມໃນ 5 ຂະແໜງການຫຼັກທີ່ກ່ຽວຂ້ອງກັບຕ່ອງໂສ້ອຸດສາຫະກໍາການທ່ອງທ່ຽວ: ການຄົມມະນາຄົມ ແລະ ຂົນສົ່ງ, ອາຫານ ແລະ ເຄື່ອງດື່ມ, ຫັດຖະກຳ ແລະ ຂອງທີ່ລະນຶກ, ການທ່ອງທ່ຽວຮູບແບບວັດທະນະທຳ, ການແປຮູບອາຫານກະສິກຳ (ຂະແໜງທີ່ເພີ່ມໃໝ່) ໂດຍໃຫ້ການຊ່ວຍເຫຼືອຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ຜ່ານເກນມາດຖານ ແລະ ໄດ້ຮັບໃບຢັ້ງຢືນຈາກແຜນງານລາວຍືນຍາວ, ເຊີ່ງເປັນບາດກ້າວອັນສໍາຄັນອັນຫນື່ງ ແລະ ເປັນໂອກາດທີ່ດີ ໃຫ້ແກ່ຜູ້ປະກອບການ ເພື່ອຫັນທຸລະກິດຂອງຕົນໄປສູ່ການດໍາເນີນທຸລະກິດແບບຢືນຢົ້ງ ໂດຍຜ່ານການເຂົ້າຮ່ວມບັນດາກິດຈະກໍາຕ່າງໆຂອງໂຄງການ ທີ່ເປັນຜົນປະໂຫຍດໃນຫລາຍດ້ານ ເປັນຕົ້ນ: ການຍົກສູງສັກກະຍະພາບທາງດ້ານການດໍາເນີນທຸລະກິດ ແລະ ການປັບປຸງມາດຖານຄຸນນະພາບສໍາລັບທຸລະກິດຂອງຕົນໃຫ້ມີຄວາມເຂັ້ມແຂງຂື້ນໄປເລືື່ອຍໆ, ພ້ອມທັງເປັນທີ່ຮັບຮູ້ ແລະ ຍອມຮັບໃນຖານະເຈົ້າຂອງທຸລະກິດທີ່ມີຄວາມຍືນຍົງໃນແຖວໜ້າ.
ສຳລັບບໍລິສັດ ທີ່ຕ້ອງການອອກໃບຢັ້ງຢືນ ສາມາດສະໝັກໄດ້ທີ່: ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງເປົ້າຫມາຍ ຄື: ແຂວງວຽງຈັນ, ແຂວງຫຼວງພະບາງ ແລະ ແຂວງຈຳປາສັກ ເປັນຕົ້ນ ໂດຍຜ່ານການຝືກອົບຮົມ, ການໃຫ້ຄຳປືກສາ ແລະ ການປະເມີນຢ່າງໃກ້ສິດຈາກທີມງານ ແລະ ຄູຝຶກໃນການຜ່ານຂັ້ນຕອນການຢັ້ງຢືນທີ່ສ້າງຂື້ນໂດຍໂຄງການດັ່ງກ່າວ.
