ພິທີເປີດໂຕ ລະບົບຊື້ຂາຍ ອອນລາຍ ຂອງຜະລິດຕະພັນລາວ (Made in Laos e-MarketPlace)

ພິທີເປີດໂຕ ລະບົບຊື້ຂາຍ ອອນລາຍ ຂອງຜະລິດຕະພັນລາວ (Made in Laos e-MarketPlace)

ພິທີເປີດໂຕ ລະບົບຊື້ຂາຍ ອອນລາຍ ຂອງຜະລິດຕະພັນລາວ (Made in Laos e-MarketPlace) ໃນວັນທີ 17/02/2023. ທີ່ ເວທີກາງ ສູນການຄ້າ ລາວ-ໄອເຕັກ, ນະຄອນຫຼວງວຽງຈັນ

ໃຫ້ກຽດເປັນປະທານເປີດງານໂດຍ : ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ, ກະຊວງ ອຸດສາຫະກໍາ ແລະ ການຄ້າ, ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ນາງ ແສງເດືອນ ຫຼ້າຈັນທະບູນ, ອາດີດລັດຖະມົນຕີກະຊວງສຶກສາ ແລະ ກິລາ,ທ່ານ ນາງ ສຸລິນດາ ມະໂນທໍາ ຮອງຜູ້ອໍານວຍການ ບໍລິສັດ ອາໂລເອກສ໌ ຈໍາກັດ ນອກນັ້ນຍັງມີ ຜູ້ຕາງຫນ້າຈາກພາກລັດ ແລະ ພາກທຸລະກິດ ເຂົ້າຮ່ວມ
ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ໃຫ້ຮູ້ວ່າ ໂຄງການສ້າງ, ພັດທະນາ, ຄຸ້ມຄອງບໍລິຫານ ແລະ ບໍາລຸງຮັກສາ ລະບົບຊື້-ຂາຍ ອອນລາຍ ຂອງຜະລິດຕະພັນລາວ ຫລື (Made in Laos e-Marketplace) ແມ່ນ ໂຄງການຫນຶ່ງ ທີ່ຈັດຕັ້ງປະຕິບັດໂດຍ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ບໍລິສັດ ອາໂລເອກສ໌ ຈໍາກັດ ເພື່ອແນ່ໃສ່ການສົ່ງເສີມຜູ້ປະກອບການ ກໍ່ຄືຈຸນລະວິສາຫະກິດຂະຫນາດນ້ອຍ, ຂະຫນາດກາງ ແລະ ຂະຫນາດໃຫຍ່ ໃຫ້ມີລະບົບການຊື້-ການຂາຍຜະລິດຕະພັນ ທີ່ສາມາດບໍລິການໄດ້ຄົບວົງຈອນ ຊຶ່ງລວມມີການເຊື່ອມຕໍ່ລະບົບຊໍາລະ ແລະ ລະບົບຄຸ້ມຄອງການຂົນສົ່ງທີ່ທັນສະໄຫມ ໃຫ້ສາມາດ ເຊື່ອມຈອດກັບຕະຫລາດພາຍໃນ ແລະ ສາກົນໄດ້ງ່າຍຂື້ນ. ນອກຈາກນີ້ ຍັງເປັນການເປີດໂອກາດ ໃຫ້ຜູ້ປະກອບການໃນທົ່ວປະເທດ ຊອກຫາຄູ່ຄ້າ ແລະ ເປັນບ່ອນໂຄສະນາໃຫ້ຜະລິດຕະພັນຂອງຕົນ ໃຫ້ແກ່ຜູ້ບໍລິໂພກ ທັງໃນ ສປປ ລາວ ແລະ ສາກົນອີກດ້ວຍ.
ຈຸດປະສົງຂອງງານໃນຄັ້ງນີ້, ແມ່ນເພື່ອເປັນການເຜີຍແຜ່ຂໍ້ມູນກ່ຽວກັບການໃຊ້ງານຂອງ ແພັດຟອມ, ຄຸນນະສົມບັດລວມ, ຄູ່ມືການນໍາໃຊ້, ລະບົບການຊື້-ຂາຍ ສິນຄ້າຜະລິດຕະພັນລາວ. ໂດຍຈະໄດ້ລວບລວມເອົາບັດດາສິນຄ້າທຸກຂະແຫນງການ ເຊັ່ນ: ອາຫານ, ເຄື່ອງດື່ມ, ເສື້ອຜ້າ,ເຄື່ອງແຕ່ງກາຍ, ເຄື່ອງໃຊ້, ອັນຍະມະນີ, ສິນຄ້າກະສິກໍາ, ສິນຄ້າຫັດຖະກໍາ, ສິນຄ້າ ອຸດສາຫະກໍາ, ສິນຄ້າດິຈິຕ໋ອນ ແລະ ສິນຄ້າອື່ນໆທີ່ກ່ຽວຂ້ອງ ເຂົ້າໃນແຟັດຟອມດຽວກັນກໍ່ຄື “Made In Laos e-Marketplace”. ເຊີ່ງທ່ານຈະສາມາດເຫັນໄດ້ຜະລິດຕະພັນຂອງຜູ້ຜະລິດຊາວລາວ ໃນທູກແຂວງ ທົ່ວປະເທດ ແລະ ສາມາດຈັບຈ່າຍ ທີ່ມີຄວາມສະດວກ ແລະ ງ່າຍດາຍຂື້ນ

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword