ງານພິທີເປີດໂຕ“ການໃຫ້ບໍລິການດ້ານມາດຕະຖານ-ຄຸນນະພາບ”(Quality Champion) ‘’QCs’’   ແລະ ການນຳໃຊ້ຖານຂໍ້ມູນຂ່າວສານດ້ານຄຸນນະພາບສິນຄ້າ (Quality Trade Platform) Q4T

ງານພິທີເປີດໂຕ“ການໃຫ້ບໍລິການດ້ານມາດຕະຖານ-ຄຸນນະພາບ”(Quality Champion) ‘’QCs’’ ແລະ ການນຳໃຊ້ຖານຂໍ້ມູນຂ່າວສານດ້ານຄຸນນະພາບສິນຄ້າ (Quality Trade Platform) Q4T

ໃນຕອນບ່າຍວັນທີ 16 ກຸມພາ 2023 ,ເວລາ 14:00 ທີ່ ສູນວາງສະແດງສິນຄ້າລາວ-ໄອເຕັກ ໄດ້ຈັດງານພິທີ ເປີດໂຕ“ການໃຫ້ບໍລິການດ້ານມາດຕະຖານ-ຄຸນນະພາບ”(Quality Champion) ‘’QCs’’ ແລະ ການນຳໃຊ້ຖານຂໍ້ມູນຂ່າວສານ
ດ້ານຄຸນນະພາບສິນຄ້າ (Quality Trade Platform) Q4T

ໃຫ້ກຽດການເປັນປະທານໂດຍ: ທ່ານ ທະນູສອນ ພົນອາມາດ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ເຂັມເດັດ ສີຫາວົງ, ຮອງຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນິແອວຣ ເລໂອນາດ ທີ່ປືກສາທູດ ສຳນັກງານຜູ້ຕາງໜ້າ ສະຫະພາບເອີຣົບ ປະຈຳ ສປປ ລາວດ ທ່ານ ນາງ ມາກາລີຕາ ຟັນເດີ – ຜູ້ຈັດການ ໂຄງການ ITC – ARISE PLUS LAOS ແລະ ທ່ານ ນາງ ຂັນແກ້ວ ມູນວົງ ຜູ້ປະສານງານໂຄງການ ARISE PLUS Laos.
ທ່ານ ທະນູສອນ ພົນອາມາດ ຮອງປະທານ ສຄອຊ ໄດ້ໃຫ້ຮູ້ວ່າ: ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຈະເປີດໃຫ້ບໍລິການ ດ້ານມາດຕະຖານ-ຄຸນນະພາບ”(Quality Champion) ‘’QCs’’ ທາງ ສຄອຊ ພວກເຮົາຈະສະໜອງທີມງານຊ່ຽວຊານດ້ານຄຸນນະພາບ, ໃຫ້ຄຳປຶກສາ, ຈັດການຝຶກອົບຮົມ, ແລະ ຄຳແນະນຳຕ່າງໆ ທີ່ເໝາະສົມກັບສະພາບຕົວຈິງຂອງບໍລິສັດຂອງທ່ານ ແລະ ຍັງອຳນວຍຄວາມສະດວກໃນຊ່ວງການດຳເນີນຈັດຕັ້ງປະຕິບັດ ການພັດທະນາຄຸນນະພາບ ເຊິ່ງເປັນໄລຍະເວລາ 4 ຫາ 5 ເດືອນ.
ການຈັດຕັ້ງປະຕິບັດ ການປັບປຸງ ຫຼື ພັດທະນາຄຸນນະພາບ ໃນຂັ້ນບໍລິສັດແມ່ນຈະສຸ່ມໃສ່ການຫຼຸດຜ່ອນສິ່ງເສດເຫຼືອ, ປັບປຸງດ້ານປະສິດທິພາບ ແລະ ຜົນຜະລິດ, ຮັບປະກັນຄວາມສອດຄ່ອງດ້ານຄຸນນະພາບ, ຍົກລະດັບຄວາມເພິ່ງພໍໃຈຂອງລູກຄ້າ, ເພີ່ມຄວາມສາມາດໃນການແຂ່ງຂັນ ແລະ ຊ່ວຍກະກຽມໃຫ້ບໍລິສັດຂອງທ່ານສາມາດເຂົ້າເຖິງຕະຫຼາດໃໝ່ໆ ຫຼື ເພີ່ມສ່ວນແບ່ງການຕະຫຼາດໃຫ້ຫຼາຍຂຶ້ນ.
ແລະ ການເປີດນໍາໃຊ້ຖານຂໍ້ມູນມາດຕະຖານຄຸນນະພາບສິນຄ້າ (Quality For Trade Platform) ສຳລັບ ສປປ ລາວ. ຖານຂໍ້ມູນຂ່າວສານດ້ານຄຸນນະພາບສິນຄ້າ ສຳລັບ ສປປ ລາວ ຊ່ວຍໃຫ້ຜູ້ຊົມໃຊ້ສາມາດ:
1. ຊອກຫາ ຄໍາແນະນໍາທີ່ມີແບບແຜນ ແລະ ງ່າຍສຳລັບຜູ້ຊົມໃຊ້ ກ່ຽວກັບຂໍ້ກຳນົດ ແລະ ມາດຕະຖານດ້ານຄຸນະພາບທີ່ຈໍາເປັນໃນການເຂົ້າເຖິງຕະຫຼາດສະເພາະ
2. ໄດ້ຮັບຂໍ້ມູນທີ່ກ່ຽວຂ້ອງດ້ານຄຸນນະພາບ ແລະ ແລກປ່ຽນປະສົບການການປະຕິບັດທີ່ດີ
3. ເຊື່ອມຕໍ່ກັບສະຖາບັນທີ່ກ່ຽວຂ້ອງ ຫຼື ສ່ວນບຸກຄົນຜູ້ທີ່ສາມາດໃຫ້ຄຳແນະນຳ ແລະ ການຊ່ວຍເຫຼືອ
4. ໄດ້ຮັບຂໍ້ມູນລົງເລີກຈາກຜູ້ທີ່ມີປະສົບການ ແລະ ປະສົບຜົນສໍາເລັດ.
ໂດຍສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ( ສຄອຊ) ໄດ້ຮ່ວມກັບ ສູນການຄ້າສາກົນ (ITC) ພາຍໃຕ້ການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອວຽກງານເຊື່ອມ ໂຍງພາກພື້ນອາຊຽນ (ARISE Plus Lao PDR), ເຊິ່ງເປັນໂຄງການຮ່ວມມື ແລະ ສະໜັບສະໜູນ ລະຫວ່າງກະຊວງການຄ້າ ແລະ ອຸດສາຫະກຳ ແລະ ສະຫະພັນເອີລົບ (EU).
ທ່ານໃດທີສົນໃຈສາມາດສອບຖາມຂໍ້ມູນ ເພີ້ມຕື່ມໄດ້ທີ່ ພະແນກການຕະຫຼາດ ແລະ ວາງສະແດງ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ທີ່ ຫຼັກ 5 ບ້ານໂພນພະເນົ້າ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ໂທ: +856-21- 453312 ຫຼື ເຂົ້າເບິ່ງເວບໄຊຂອງພວກເຮົາໄດ້ ທີ WWW.LNCCI.LA

Related Posts

ກອງປະຊຸມ ປຶກສາຫາລືກ່ຽວກັບ ລະດັບມາດຕະຖານການຫຼຸດຜ່ອນຜົນກະທົບຕໍ່ຊີວະນານາພັນ ຢູ່ ສປປ ລາວ

ກອງປະຊຸມ ປຶກສາຫາລືກ່ຽວກັບ ລະດັບມາດຕະຖານການຫຼຸດຜ່ອນຜົນກະທົບຕໍ່ຊີວະນານາພັນ ຢູ່ ສປປ ລາວ

ກອງປະຊຸມ ປຶກສາຫາລືກ່ຽວກັບ ລະດັບມາດຕະຖານການຫຼຸດຜ່ອນຜົນກະທົບຕໍ່ຊີວະນານາພັນ ຢູ່ ສປປ ລາວ, ໃນວັນທີ່ 14 ກຸພາ 2025, ທີ່ ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ…Read more

HELVETAS ເພີ່ມທະວີການຮ່ວມມືກັບ ສຄອຊ ເພື່ອພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ

HELVETAS ເພີ່ມທະວີການຮ່ວມມືກັບ ສຄອຊ ເພື່ອພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ

HELVETAS ເພີ່ມທະວີການຮ່ວມມືກັບ ສຄອຊ ເພື່ອພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 12 ກຸມພາ 2025.…Read more
ມູນຄ່າການຄ້າຕ່າງປະເທດ (ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ) ຂອງ ສປປ ລາວ ປະຈໍາປີ 2024 ບັນລຸໄດ້ 16,347 ລ້ານໂດລາສະຫະລັດ

ມູນຄ່າການຄ້າຕ່າງປະເທດ (ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ) ຂອງ ສປປ ລາວ ປະຈໍາປີ 2024 ບັນລຸໄດ້ 16,347 ລ້ານໂດລາສະຫະລັດ

ມູນຄ່າການຄ້າຕ່າງປະເທດ (ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ) ຂອງ ສປປ ລາວ ປະຈໍາປີ 2024 ບັນລຸໄດ້ 16,347 ລ້ານໂດລາສະຫະລັດ ທຽບໃສ່ ປິຜ່ານມາ…Read more

Enter your keyword