ສະພາການຄ້າ ແລະ ອຸດສະຫາກໍາ ແຫ່ງຊາດລາວ ຈັດສໍາມາໃນຫົວຂໍ້”ການຫັນມາເປັນປະເທດ ທີ່ມີການເຊື່ອມໂຍງກັບທະເລ (Land-Linked): ຈາກການການເຊື່ອມເສັ້ນທາງລົດໄຟ”

ສະພາການຄ້າ ແລະ ອຸດສະຫາກໍາ ແຫ່ງຊາດລາວ ຈັດສໍາມາໃນຫົວຂໍ້”ການຫັນມາເປັນປະເທດ ທີ່ມີການເຊື່ອມໂຍງກັບທະເລ (Land-Linked): ຈາກການການເຊື່ອມເສັ້ນທາງລົດໄຟ”

ໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດລາວ ໄດ້ສະໜັບສະໜຸນ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ໃນການຈັດຕັ້ງປະຕິບັດ ກິດຈະກໍາ ເວທີສົນທະນາບັນຫານະໂຍບາຍ ຫລື ເອື້ນວ່າ Policy Talk.
Policy Talk ແມ່ນເວທີໜິ່ງທີ່ເປີດໂອກາດໃຫ້ທຸລະກິດຂະໜາດນ້ອຍ ແລະ ກາງ (SMEs) ສາມາດ ເຂົ້າມາມີສ່ວນຮ່ວມໃນການ ປະກອບຄໍາຄິດຄໍາເຫັນ ແລະ ສົນທະນາແລກປ່ຽນບັນຫາທີ່ຕິດພັນກັບ ການດໍາເນີນທຸລະກິດ ຫລື ນະໂຍບາຍຕ່າງໆຂອງລັດຖະບານ ເພຶ່ອຊ່ວຍໃນການປັບປຸງເສດຖະກິດຂອງລາວ. ຍິ່ງມີການສົນທະນາລະຫວ່າງ ພາກລັດ ແລະ ພາກທຸລະກິດ ຫລາຍເທົ່າໃດ ຍິ່ງຈະຊ່ວຍໃຫ້ພາກລັດເຂົ້າໃຈບັນຫາ ແລະ ຄວາມຕ້ອງການຂອງພາກເອກະຊົນ ແລະ ນໍາເອົາຂໍ້ສະເໜີຕ່າງໆຂອງພາກທຸລະກິດ ໄປພິຈາລະນາໃຫ້ເວລາມີການວາງແຜນ ຫລື ປັບປຸງນະໂຍບາຍຕ່າງໆ.
ຈາກຜົນສໍາເລັດ ຂອງການຈັດເວທີສົນທະນາບັນຫານະໂຍບາຍ ຄັ້ງທໍາອິດໃນວັນທີ 02/04/2021, ສຄອຊ ໂດຍການຮ່ວມມືກັບ ໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດລາວ ຈະໄດ້ຈັດເວທີສົນທະນາຄັ້ງທີ 02 ຂື້ນໃນວັນທີ 02 ກັນຍາ 2021 ນີ້. ເວທີສົນທະນາຄັ້ງນີ້ແມ່ນຈະຈັດໃນຫົວຂໍ້ “c ”
ສະພາການຄ້າ ແລະ ອຸດສະຫາກໍາ ແຫ່ງຊາດລາວ ໄດ້ຈັດສໍາມາໃນຫົວຂໍ້ດັ່ງກ່າວນີ້, ເພື່ອເປັນເວທີສົນທະ ນາກະຕຸ້ນໃຫ້ພາກທຸລະກິດໄດ້ມີການສົນທະນາແລກປ່ຽນເຊີ່ງກັນ ແລະ ກັນ ໃນການກຽມຄວາມພອ້ມທີ່ຈະຕອ້ນຮັບເອົາໂອກາດອັນໄໜ່ໆເຂົ້້າມາ ຈາກການເປີດ ແລະ ນໍາໃຊ້ ເສັນທາງລົດໄຟດັ່ງກ່າວ, ເຊີ່ງຈະລົງເລີກ ແລະ ກວມ ລວມເອົາຫົວຂໍ້ກ່ຽວກັບສິ່ງທ້າທ້າຍ ແລະ ກາລະໂອກາດ ສໍາລັບທຸລະກິດ ໃນຂະແໜງການ ທອ່ງທ່ຽວ, ກະສີກໍາ ແລະ ການຂົນສົ່ງ, ໃຫ້ຫລາກຫຼາຍພາກສ່ວນທຸລະກິດທີ່ເຂົ້້າຮ່ວມໃນມື້ນີ້ ໄດ້ຮຽນຮູ້, ແລກປ່ຽນ ແລະ ໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍ ຈາກການເຊື່ອມໂຍງເສັ້ນທາງລົດໄຟ, ເພື່ອໃຫ້ສອດຄອ່ງກັບການຈະເລີນເຕີມໂຕຂອງທຸ ລະກິດ ແລະ ຍຸກສະໄໜທີ່ມີການແຂງຂັນ. ໂດຍສະເພາະໃນສະພາບທີ່ທຸລະກິດປະເຊີນໜ້າກັບວິກິດຂອງພະຍາດໂຄງວິດ-19.

Write a Message

Your email address will not be published.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword