ປະທານ ສຄອຊ ພ້ອມດ້ວຍຄະນະທຸລະກິດ ໄດ້ເດີນທາງຢ້ຽມຢາມ ຣາຊອານາຈັກໄທ

ປະທານ ສຄອຊ ພ້ອມດ້ວຍຄະນະທຸລະກິດ ໄດ້ເດີນທາງຢ້ຽມຢາມ ຣາຊອານາຈັກໄທ

ໃນລະຫວ່າງ ວັນທີ 1-2 ມີຖຸນາ 2022 ນຳໂດຍ ທ່ານ ອຸເດດ ສຸວັນນະວົງ, ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມດ້ວຍຄະນະທຸລະກິດ ຈຳນວນ 45 ທ່ານ  ໄດ້ເດີນທາງຢ້ຽມຢາມ ຣາຊອານາຈັກໄທ

ແລະ ໄດ້ຮ່ວມກັບ ກະຊວງການຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ ຂອງ ລາວ, ກະຊວງການຕ່າງປະເທດ ແລະ ສະຖານເອກອັກຄະລັດຖະທູດ ແຫ່ງຣາຊອານາຈັກໄທ ພ້ອມດ້ວຍ ສະພາຫໍການຄ້າ ແຫ່ງຣາຊອານາຈັກໄທ ໄດ້ຈັດກອງປະຊຸມພົບປະທຸລະກິດ ລາວ-ໄທ (Lao-Thai business talk & business networking) ຂຶ້ນ ໃນຕອນບ່າຍ ຂອງວັນທີ 1 ມີຖຸນາ 2022, ທີ່ ໂຮງແຮມອານັນທາລາ ກຸງເທບ ຄຽງຄູ່ກັບການເດີນທາງຢ້ຽມຢາມ ແລະ ເຄື່ອນໄຫວລັດຖະກິດ ຢ່າງເປັນທາງການ ຂອງ ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປລາວ ພ້ອມດ້ວຍຄະນະທາງການ ໃນລະຫວ່າງວັນທີ 1-2 ມີຖຸນາ 2022, ທີ່ ຣາຊອານາຈັກໄທ

ເຊິ່ງກອງປະຊຸມພົບປະທຸລະກິດ ລາວ-ໄທ ແມ່ນໄດ້ດຳເນີນເປັນ 3 ວາລະດັ່ງລຸ່ມນີ້:

ວາລະ ທີ 1 ແມ່ນວາລະການສົນທະນາແລກປ່ຽນຄຳຄິດຄຳເຫັນທາງດ້ານທຸລະກິດທັງສອງຝ່າຍ (Business Talk)

ວາລະ ທີ 2 ແມ່ນວາລະການພົບປະນັກທຸລະກິດ (Business Networking)

ວາລະ ທີ 2 ແມ່ນວາລະການພົບປະລະຫວ່າງ ທ່ານປະທານ ສຄອຊ ແລະ ປະທານຫໍການຄ້າແຫ່ງປະເທດໄທ

ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ເພື່ອເປັນການສົ່ງເສີມ ແລະ ເສີມສ້າງລະບົບການພັດທະນາຍຸດທະສາດດ້ານການຄ້າ-ການລົງທຶນ ລະຫວ່າງ ໄທ-ລາວ ລວມເຖິງປະເທດສະມາຊິກອາຊຽນດ້ວຍກັນ ແລະ ເພື່ອເປັນການ ສົ່ງເສີມການພົວພັນ ແລະ ການຮ່ວມມື ລະຫວ່າງ ທຸລະກິດ ລາວ ແລະ ໄທ ໃຫ້ນັບມື້ນັບແໜ້ນແຟ້ນ, ສ້າງ ໂອກາດໃຫ້ເຂົາເຈົ້າໄດ້ມີການພົບປະ, ແນະນຳທຸລະກິດຂອງຕົນ ແລະ ກ້າວໄປເຖິງການປຶກສາຫາລືຮ່ວມກັນໃນການດຳເນີນທຸລະກິດຮ່ວມກັນໃນອະນາຄົດໂດຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ໂດຍສະເພາະໃນສະຖານະການໂຄວິດ 19 ໃນໄລຍະທີ່ຜ່ານມາ ທີ່ສາຍພົວພັນຂອງທັງສອງ ພັກ-ລັດ ແລະ ນັກທຸລະກິດໄດ້ຍຸດສະງັດຊົ່ວຄາວ ເນື່ອງຈາກໄດ້ມີການປິດປະເທດ ເພື່ອປ້ອງກັນການແຜ່ລະບາດ ຂອງພະຍາດໂຄວິດ 19.

ກອງປະຊຸມດັ່ງກ່າວໄດ້ເປີດໂອກາດໃຫ້ ທັງສອງຝ່າຍໄດ້ມີການສ້າງເຄືອຂ່າຍທຸລະກິດ, ມີການປຶກສາຫາລືເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ພ້ອມກັນທີ່ເເລກປ່ຽນຂໍ້ມູນປຶກສາຫາລາກັນໃນອານາຄົດອັນໃກ້ ໃນການຮ່ວມກັນຜັກດັນມູນຄ່າການຄ້າລະຫວ່າງທຸລະກິດ ລາວ-ໄທ ໃຫ້ຂະຫຍາຍໂຕຍິ່ງຂຶ້ນ, ການໄປມາຫາສູ່ກັນຂອງສອງປະເທດເພື່ອນບ້ານ ພາຍຫລັງເປີດປະເທດຢ່າງເຕັມຮູບແບບ ແລະ ສິ້ນສຸດການເຝົ້າລະວັງການເເຜ່ລະບາດ ຂອງພະຍາດໂຄວິດ 19  ທັງນີ້ກໍ່ເພື່ອເຮັດໃຫ້ທຸລະກິດທັງສອງຝ່າຍມີການຮ່ວມມືກັນຢ່າງມີປະສິດທິຜົນ, ໂດຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ສອດຄ່ອງກັບລະບຽບຫຼັກການ ແລະ ກົດໝາຍຂອງສອງປະເທດ.

 ເຖິງແມ່ນວ່າເວລາໃນການພົບປະທຸລະກິດມີຈໍາກັດ ແຕ່ການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ຂອງທຸລະກິດລາວແມ່ນໄດ້ຮັບໝາກຜົນດີສົມຄວນ ແລະ  ເປັນນິມິດໝາຍອັນດີໃນການສົ່ງເສີມການຮ່ວມມື ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ກໍ່ຄື ຫົວໜ່ວຍທຸລະກິດທັງສອງປະເທດ ເຊິ່ງສະແດງອອກໃນການຕົກລົງເຫັນດີຮ່ວມກັນເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະມາຄົມ TIFFA ຂອງ ໄທ, ບໍລິສັດ Sitthi solution ຂອງ ລາວ ແລະ ບໍລິສັດ ວຽງຈັນ ໂລຈີສຕິກພາກ ຈຳກັດ ຂອງ ລາວ ເພື່ອຮ່ວມມືດ້ານການລົງທຶນຂະແໜງການຂົນສົ່ງ, ຮ່ວມກັນປັບປຸງລະບົບຂົນສົ່ງ, ອຳນວຍຄວາມສະດວກ ແລະ ດຶງດູດການລົງທຶນ ຂອງ ນັກທຸລະກິດ ໄທ ໂດຍສະເພາະການປັບປຸງລະບົບການຄ້າຊາຍເເດນ, ການຂົນສົ່ງ, ການນຳໃຊ້ສະກຸນເງິນ ລາວ ໃນເຂດການຄ້າຊາຍເເດນທ້ອງຖິ່ນ, ການເຊື່ອມໂຍງ ໄທ-ລາວ-ຈີນ ຕາມເສັ້ນທາງລົດໄຟ ລາວ-ຈີນ ເພື່ອຜັກດັນການສົ່ງອອກສິນຄ້າ ແລະ ການຮ່ວມມື ລະຫວ່າງໄທລາວອອກສູ່ພາກພື້ນໃຫ້ຫລາຍຂຶ້ນ.

Write a Message

Your email address will not be published.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword